ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຂໍ້​ຕົກ​ລົງ ລະ​ຫວ່າງ ສ​ຫລ ກັບ ຈີນ ໄດ້​ຮັບ​ການ​ຊົມ​ເຊີຍ ຈາກ​ປັກ​ກິ່ງ


ກະ​ດານສະ​ແດງ​ລາ​ຄາ​ຮຸ້ນ ທີ່​ຕະ​ຫຼາດ​ຂາຍ​ຮຸ້ນ​ແຫ່ງ​ນຶ່ງ​ຢູ່​ປັກ​ກິ່ງ
​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ເມື່ອ​ວັນ​ທີ 16 ມັງ​ກອນ 2020.
ກະ​ດານສະ​ແດງ​ລາ​ຄາ​ຮຸ້ນ ທີ່​ຕະ​ຫຼາດ​ຂາຍ​ຮຸ້ນ​ແຫ່ງ​ນຶ່ງ​ຢູ່​ປັກ​ກິ່ງ ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ເມື່ອ​ວັນ​ທີ 16 ມັງ​ກອນ 2020.

ລັດ​ຖະ​ບານ​ຈີນຕົບ​ມື​ຊົມ​ເຊີຍ​ຂໍ້​ຕົກ​ລົງ​ການ​ຄ້າ​ຂັ້ນຕົ້ນ​ກັບ​ສະ​ຫະ​ລັດ ແຕ່​ກໍ​ເຕືອນ​ ວ່າ ປະ​ເທດ​ທັງ​ສອງ​ຍັງ​ຈະ​ຕ້ອງ​ແກ້​ໄຂ​ບັນ​ຫາ​ທີ່​ສຳ​ຄັນໆ​ທີ່​ສ້າງ​ຄວາມ​ເປັນ​ຫ່ວງ​ໃຫ້​ແກ່​ທັງ​ສອງ​ຝ່າຍ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທ່ານ​ຫລິວ ເຫ ໄດ້​ລົງ​ນາມ​ ເມື່ອ​ວັນ​ພຸດ​ຜ່ານ​ມານີ້ ໃນ​ຂໍ້​ຕົກ​ລົງເພື່ອ​ແກ້​ໄຂ​ບັນ​ຫາ​ຂັດ​ແຍ້ງ​ທາງ​ດ້ານ​ການຄ້າ​ທີ່​ເພີ້ມ​ທະ​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ​ນັບ​ມື້​ເປັນ​ເວ​ລາ​ນຶ່ງປີ​ເຄິ່ງ ລະ​ຫວ່າງ​ສອງປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ສຸດ​ໃນ​ໂລກ.

ທ່ານ​ເກັງ ຊວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ ໃນ​ວັນ​ພະ​ຫັດ​ວານນີ້​ວ່າ “ຂໍ້​ຕົກ​ລົງ​ທາງ​ດ້ານເສດ​ຖະ​ກິດ​ແລະ​ການ​ຄ້າ ຂັ້​ນ​ທີ 1 ທີ່​ໄດ້​ບັນ​ລຸ​ກັນ​ລະ​ຫວ່າງ​ຈີນກັບ​ສະ​ຫະ​ລັດແມ່ນ​ຄວາມ​ສາ​ມາດ ​ໃນ​ການ​ຊອກ​ຫາ​ການ​ແກ້​ໄຂທີ່​ເໝາະ​ສົມແລະ​ມີ​ປະ​ສິດ​ທິ​ຜົນ ໂດຍ​ຜ່ານ​ການ​ເຈ​ລະ​ຈາ ແລະ​ ການ​ປຶກ​ສາ​ຫາ​ລື ພາຍ​ໃຕ້​ພື້ນ​ຖານ​ຂອງ​ຄວາມ​ສະ​ເໝີ​ພາບ ແລະ​ໃຫ້​ການ​ເຄົາ​ລົບ​ຊຶ່ງ​ກັນ​ແລະ​ກັນ.”

ທ່ານ​ເກັງ ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆກ່ຽວ​ກັບ​ບັນ​ຫາ​ທີ່​ສ້າງ​ຄວາມ​ເປັນ​ຫ່ວງ​ ແຕ່ປັກ​ກິ່ງ​ກ່າວ​ວ່າ ຕົນ​ຢາກ​ໃຫ້​ຍົກ​ເລີກ​ພາ​ສີ​ຕໍ່​ການ​ສົ່ງ​ອອກ​ສ່ວນ​ໃຫຍ່​ຂອງຕົນ​ມາ ​ຍັງ​ສະ​ຫະ​ລັດ.

ຂໍ້​ຕົ​ກ​ລົງ ທີ່​ໄດ້​ເຊັນ​ໃນ​ວັນ​ພຸດ​ຜ່ານ​ມານີ້ ບໍ່​ໄດ້​ມີ​ການ​ຍົກ​ເລີກ​ພາ​ສີ ທີ່​ສະ​ຫະ​ລັດ​ກ່າວ​ວ່າ ຕ້ອງ​ດຳ​ເນີນ​ຕໍ່​ໄປ​ແບບ​ບໍ່​ມີ​ກຳ​ນົດ ເພື່ອ​ຄ້ຳ​ປະ​ກັນ​ວ່າ ຈີນ​ປະ​ຕິ​ບັດ​ຕາມຄວາມ​ໝັ້ນ​ໝາຍ​ຂອງ​ຕົນ.

ທ່ານ​ທ​ຣຳ​ຂຽນ​ລົງ​ໃນ​ທວີດ​ເຕີ້ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດ​ວານນີ້​ວ່າ ຂໍ້​ຕົກ​ລົງ​ດັ່ງ​ກ່າວ “ແມ່ນນຶ່ງ​ໃນ​ຂໍ້​ຕົກ​ລົງ​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ເທົ່າ​ທີ່ເຄີຍ​ໄດ້​ເຫັນ​ມາ” ແລະ​ມັນ​ຍັງ​ຈະ “ເປັນ​ການ​ດີ​ສຳ​ລັບ​ຈີນແລະ​ຄວາມ​ສຳ​ພັນ​ໃນ​ໄລ​ຍະ​ຍາວ​ຂອງ​ພວກ​ເຮົາ​ນຳ​ດ້ວຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG