ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກ​ນັກ​ສຶກ​ສາ ອີ​ຣ່ານ ນັ່ງ​ປະ​ທ້ວງ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ອິ​ສ​ຟາ​ຮານ ແຕ່​ຖືກ​ຂັດ​ຂວາງ ຢູ່ ເຕ​ຫະ​ຣ່ານ


ພວກ​ນັກ​ສຶກ​ສາ ທີ່​ມີ​ຫາ​ວິ​ທະ​ຍາ​ໄລ​ເທັກ​ໂນ​ໂລ​ຈີ​ອິ​ສ​ຟາ​ຮານ ພາ​ກັນ​ນັ່ງ​ປະ​ທ້ວງ ເມື່ອ​ວັນ​ທີ 15 ມັງ​ກອນ 2020 ຊຶ່ງ​ເປັນ​ການ​ປະ​ທ້ວງ ຕໍ່​ຕ້ານ​ລັດ​ຖະ​ບານມື້​ທີ 5.
ພວກ​ນັກ​ສຶກ​ສາ ທີ່​ມີ​ຫາ​ວິ​ທະ​ຍາ​ໄລ​ເທັກ​ໂນ​ໂລ​ຈີ​ອິ​ສ​ຟາ​ຮານ ພາ​ກັນ​ນັ່ງ​ປະ​ທ້ວງ ເມື່ອ​ວັນ​ທີ 15 ມັງ​ກອນ 2020 ຊຶ່ງ​ເປັນ​ການ​ປະ​ທ້ວງ ຕໍ່​ຕ້ານ​ລັດ​ຖະ​ບານມື້​ທີ 5.

ພວກ​ນັກ​ສຶກ​ສາ​ໃນ​ປະ​ເທດ​ອີ​ຣ່ານໄດ້​ພາ​ກັນ​ປະ​ທ້ວງ​ຕໍ່​ຕ້ານ​ຜູ້​ປົກ​ຄອງ​ສາ​ສະ​ໜາ​ອິ​ສ​ລາມ ເປັນ​ມື້​ທີຫ້າ​ແລ້ວ ໂດຍ​ທີ່​ພວກ​ປະ​ທ້ວງ​ຫຼາຍ​ສິບ​ຄົນ ໄດ້​ພາ​ກັນ​ນັ່ງ​ປະທ້ວງ​ທີ່​ສູນ​ກາງມະ​ຫາ​ວິ​ທະ​ຍາ​ໄລ ​ໃນ​ຂະ​ນະ​ທີ່​ຕຳ​ຫຼວດ ອ້ອມ​ມະ​ຫາ​ວິ​ທະ​ຍາ​ໄລແຫ່ງ​ຕ່າງໆ ໃນ​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ເພື່ອ​ຂັດ​ຂວາງ​ບໍ່​ໃຫ້​ມີ​ການ​ໂຮມ​ຊຸມ​ປະ​ທ້ວງ​ຢູ່​ຕາມ​ສະ​ຖານ​ທີ່​ເຫຼົ່າ​ນັ້ນ.

ຮູບ​ພາບ​ທີ່​ໄດ້​ຮັບ​ໂດຍ​ວີ​ໂອ​ເອ​ ​ສະ​ແດ​ງ​ໃຫ້​ເຫັນ​ວ່າ ມີ​ພວກ​ນັກ​ສຶກ​ສາ​ບໍ່​ຕ່ຳ​ກວ່າ 100 ຄົນໄດ້​ພາ​ກັນ​ນັ່ງ​ປະ​ທ້ວງ​ໃກ້ໆ​ຮ້ານ​ອາ​ຫານ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ເທັກ​ໂນ​ໂລຈີ​ອິ​ສ​ຟາ​ຮານ ທີ່​ຕັ້ງ​ຢູ່​ໃນ​ເຂດ​ໃຈ​ກາງ​ເມືອງ​ອິ​ສ​ຟາ​ຮານ. ພວກ​ປະ​ທ້ວງ​ເບິ່ງ​ຄື​ວ່າໄດ້​ພາ​ກັນ​ມິດ​ງຽບ​ຢູ່ ໂດຍ​ທີ່​ຫຼາຍໆ​ຄົນ​ໄປ​ໂຮມ​ຊຸມ​ນຸມ​ກັນ​ນັ້ນ ໄດ້​ພາ​ກັນ​ໃສ່​ໜ້າກາກ​ສີ​ຂາວ ປິດ​ໜ້າ​ເຂົາ​ເຈົ້າ​ໄວ້ ພ້ອມ​ດ້ວຍ​ເຄື່ອງ​ໝາຍ​ທີ່​ເປັນ​ຕົວ X ເພື່ອ​ເປັນສັນ​ຍາ​ລັກ​ວ່າ ປາກ​ສຽງ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ປິດ​ງຽບ.

ປ້າຍ​ຕ່າງໆ​ທີ່​ພວກ​ປະ​ທ້ວງ​ຖື ​ສະ​ແດງ​ໃຫ້​ເຫັນ ​ເຖິງ​ການ​ຮຽກ​ຮ້ອງ​ບໍ່​ພໍ​ໃຈ​ຂອງ​ພວກ​ເຂົາ​ເຈົ້າທີ່​ມີ​ຕໍ່​ລັດ​ຖະ​ບານ​ອີ​ຣ່ານ ຊຶ່ງ​ໃນ​ແຕ່​ລະ​ມື້​ແມ່ນ​ໄດ້​ປະ​ເຊີນ​ກັບ​ການປະ​ທ້ວງ ນັບ​ແຕ່​ວັນ​ເສົາ​ແລ້ວ​ຫຼັງ​ຈາກ​ໄດ້​ມີ​ການຍອມ​ຮັບ​ຜິດ​ວ່າ ກຳ​ລັງ​ຂອງ​ຕົນເປັນ​ຜູ້​ຍິງ​ເຮືອ​ບິນ​ໂດຍ​ຂອງ​ຢູ​ເຄ​ຣນ​ຕົກດ້ວຍ​ຄວາມ​ຜິດ​ພາດ ໂດຍ​ຄິດ​ວ່າ ​ເປັນການ​ຂົ່ມ​ຂູ່ຂອງ​ພວກ​ສັດ​ຕູ ໃນ​ຂະ​ນະ​ທີ່​ເຮືອ​ບິນ​ລຳ​ດັ່ງ​ກ່າວບິນ​ຂຶ້ນ​ຈາກ​ສະ​ໜາມບິນ​ເຕ​ຫະ​ຣ່ານ​ໄປ​ຫາ​ນະ​ຄອນ​ກີ​ຢິບ.

ນັກ​ສຶກ​ສາ​ຈຳ​ນວນ​ນຶ່ງ​ທີ່ນັ່ງ​ປະ​ທ້ວງ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ອິ​ສ​ຟາ​ຮານ ໄດ້​ຖືປ້າຍ​ທີ່​ກ່າວ​ວ່າ “1,500 + 176” ຊຶ່ງ​ໝາຍ​ເຖິງ​ຈຳ​ນວນ​ຜູ້​ຄົນ​ທີ່​ລັດ​ຖະ​ບານ​ສະຫະ​ລັດ​ໄດ້​ກ່າວ​ຫາ​ອີ​ຣ່ານ​ວ່າ ທຳ​ການ​ສັງ​ຫານ ໃນ​ການ​ປາບ​ປາມ​ຢູ່​ທົ່ວ​ປະ​ເທດ ເມື່ອ​ເດືອນ​ພະ​ຈິກ​ຜ່ານ​ມາ ບວກ​ໃສ່​ກັບ​ຈຳ​ນວນ​ຜູ້​ຄົນ​ທີ່​ເສຍ​ຊີ​ວິດ ​ຍ້ອນ​ເຮືອ​ບິນ ໂດຍສານ​ຂອງ​ສາຍ​ການ​ບິນ​ຢູ​ເຄ​ຣນຖືກ​ຍິງ​ຕົກ.

ການ​ຕົກ​ຂອງ​ເຮືອ​ບິນ​ຢູ​ເຄ​ຣນ​ເຮັດ​ໃຫ້​ຊາວ​ອີ​ຣ່ານ​ເສຍ​ຊີ​ວິດ 82 ຄົນ ຊາວ​ກາ​ນາ​ດາ 57 ຄົນ ຊຶ່ງ​ສ່ວນ​ໃຫ​ຍ່​ຂອງ​ພວກ​ເຂົາ​ເຈົ້າ​ແມ່ນ​ນັກ​ສຶກ​ສາ​ທີ່ເປັນ​ຊາວ​ອີ​ຣ່ານ​ຖື​ສອງ​ສັນ​ຊາດ ທີ່​ບິນ​ໄປ​ຍັງ​ນະ​ຄອນ​ຫຼວງ​ກີ​ຢິບ ເພື່ອ​ເດີນ​ທາງ​ຕໍ່​ໄປ​ຍັງ​ກາ​ນາ​ດາເພື່ອ​ເຂົ້າ​ຮຽນ​ຄືນ​ຫຼັງ​ຈາກ​ພັກ​ລະ​ດູ​ໜາວ​ແລ້ວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG