ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສະ​ພາບ​ວຸ້ນ​ວານ​ສັບ​ສົນ​ອ​ີກ​ຢ່າງ​ນຶ່ງ ຢູ່​ໃນ​ຊີ​ວິດ​ຕົວ​ຈິງ​ຂອງ​ ລາດ​ຊະ​ວົງ ອັງ​ກິດ ຢູ່ໃນ​ເລື້ອງ 'ອົງ​ມຸງ​ກົດ'


ເຈົ້າ​ຊາຍ Harry, ລາດ​ຊະ​ວົງອັນ​ດັບ​ທີ 6 ທີ່​ສາ​ມາດ​ຂຶ້ນ​ຄອງບັນ​ລັງ​ຂອງ​​ອັງ​ກິດ​ໄດ້ ແລະມະ​ເຫ​ສີ Meghan ​ຂອງ​ລາດ​ຊະ​ວົງ​ອັນ​ດັບ​ທີ 6 ມີ​ຈຸດ​ປະ​ສົງທີ່​ຈະ​ຖອຍອອກ​ຈາກ​ການ​ປະ​ຕິ​ບັດ ພາ​ລະ​ກິດ ​ເປັນສະ​ມາ​ຊິກ​ຂັ້ນ​ສູງ​ໃນ​ຄອບ​ຄົວ​ກະ​ສັດ (ພາບ​ຖ່າຍ ວັນ​ທີ 9 ມັງ​ກອນ, 2020)
ເຈົ້າ​ຊາຍ Harry, ລາດ​ຊະ​ວົງອັນ​ດັບ​ທີ 6 ທີ່​ສາ​ມາດ​ຂຶ້ນ​ຄອງບັນ​ລັງ​ຂອງ​​ອັງ​ກິດ​ໄດ້ ແລະມະ​ເຫ​ສີ Meghan ​ຂອງ​ລາດ​ຊະ​ວົງ​ອັນ​ດັບ​ທີ 6 ມີ​ຈຸດ​ປະ​ສົງທີ່​ຈະ​ຖອຍອອກ​ຈາກ​ການ​ປະ​ຕິ​ບັດ ພາ​ລະ​ກິດ ​ເປັນສະ​ມາ​ຊິກ​ຂັ້ນ​ສູງ​ໃນ​ຄອບ​ຄົວ​ກະ​ສັດ (ພາບ​ຖ່າຍ ວັນ​ທີ 9 ມັງ​ກອນ, 2020)

ໜັງ​ສື​ພິມຂ່າວສັ້ນຂອງ​ອັງ​ກິດທີ່​ເອີ້ນ​ວ່າ “ຊັ້ນ​ຍອດສີ​ແດງ” ຫລື "red-top" ບໍ່​ໃຫ້​ພາດ​ໂອ​ກາດ​ໃນ​ການຫາ​ຂ່າວ​ສຳ​ຄັນໃນ​ອາ​ທິດນີ້ມາ​ລົງ​ເລີຍ ນັບ​ແຕ່ເລື້ອງສົງ​ຄາມ ທີ່ອາດຈະ​ເກີດ​ຂຶ້ນ​ ຢູ່​ໃນ​ເຂດ​ຕາ​ເວັນ​ອອກ​ກາງ ຈົນ​ຮອດ​ສົງ​ຄາມໃນ​ຄອບ​ຄົວ​ຢູ່​ພະ​ລາດ​ຊະ​ວັງບັກ​ຄິງ​ແຮມ (Buckingham) —ຊຶ່ງ​ເປັນຂ່າວ​ລະ​ທຶກ​ໃຈ ​ທີ່​ພວກ​ໜັງ​ສື​ພິມ​ເຫລົ່າ​ນີ້​ ມັກ​ທີ່​ສຸດ ແລະ​ເປັນ​ສິ່ງ​ເພີ້ມ​ພະ​ລັງ​ໃນ​ການ​ແຈກ​ຈ່າຍ​ບົດ​ເລື້ອງ​ທີ່​ເດັ່ນໆ ຢູ່​ໃນ​ຍຸກ​ອິນ​ເຕີ​ແນັດນີ້.

ໜັງ​ສື​ພິມ "ROYAL BREAK," ໄດ້​ເປັ່ງ​ຄຳ​ເວົ້າ​ທີ່​ຂຽນ​ຢູ່​ໃນ​ໜັງ​ສື​ພິມ Sun ຫລື ໜັງ​ສື​ພິມ​ວັນ​ອາ​ທິດ​ອອກ​ມາແຮງໆ. ນັ້ນ​ກໍ​ຄື ຄຳ​ເວົ້າ​ທີ່​ວ່າ "ເຈົ້າ​ຊາຍແຮ​ຣີ (Harry) ແລະທ່ານ​ນາງເມ​ແກນ ມາ​ໂຄ​ລ (Meghan Markle) ອອກ​ຈາກການ​ເປັນລາດ​ຊະ​ວົງ​ຂັ້ນ​ສູງ, ຈະ​ໄປ​ຫາເງິນໃຫ້​ກາຍ​ເປັນ​ຄົນ​ມີ​ເອ​ກະ​ລາດ ທາງ​ການ​ເງິນ' ແລະ​ບໍ່​ໄດ້​ແຈ້ງໃຫ້​ພະ​ລາ​ຊີ​ນີຊາບ​ເລີຍ.'"

"​ພະ​ລາ​ຊີ​ນີຮູ້​ສຶກ​ເຈັບ​ປວດ​ເສຍ​ໃຈຫລາຍ' ທີ່ບໍ່​ມີ​ໃຜບອກພະ​ອົງກ່ຽວ​ກັບການ​ທີ່ ເຈົ້າ​ຊາຍແຮ​ຣີ (Harry) ແລະທ່ານ​ນາງເມ​ແກນ ມາ​ໂຄ​ລ (Meghan Markle) ອອກ​ຈາກການ​ດຳ​ລົງ​ຊີ​ວິດ​ເປັນລາດ​ຊະ​ວົງເລີຍ" ນັ້ນຄື​ຫົວ​ຂໍ້​ຂ່າວ​ຂອງ​ໜັງ​ສື​ພິມ Metro ປະ​ກາດ​ຢູ່​ເຕັມ​ໜ້າ​ທຳ​ອິດ​ຂອງ​ຕົນ. ສ່ວນ​ໜັງ​ສື​ພິມ Mirror ກໍ​ປະ​ກາດ​ວ່າ: "​ທ່ານ​ນາງເມ​ແກນ ມາ​ໂຄ​ລ (Meghan Markle) ແລະທ່ານແຮ​ຣີ (Harry) 'ໃຊ້​ຄວາມ​ມີ​ຊື່​ສຽງເປັນ​ສິ່ງ​ຕໍ່​ລອງ​ເພື່ອ​ໃຫ້​ໄດ້ໃນ​ສິ່ງ​ທີ່​ຕົນ​ຢາກ​ໄດ້​.'"

ແມ່ນ​ແຕ່​ໜັງ​ສື​ພິມ​ທີ່ໜ້າ​ຈະ​ມີ​ “ຄຸນ​ນະ​ພາບ” ຂອງ​ປະ​ເທດ​ ກໍ​ໄດ້​ລຸຍ​ເຂົ້າ​ໄປ​ໃນ ຄວາມສັບ​ສົນ​ວຸ້ນ​ວາຍ​ຂອງ​ພະ​ລາດ​ຊະ​ວັງທີ່​ວ່ານີ້, ໂດຍນຶ່ງ​ໃນ​ນັ້ນຂຽນ​ຂຶ້ນ​ມາ​ວ່າ ເຈົ້າ​ຊາຍແຮ​ຣີ (Harry) ແລະພັນ​ລະ​ຍາທີ່​ເກີດ​ໃນ​ອາ​ເມ​ຣິ​ກາ​ຂອງ​ພະ​ອົງ, ນັກ​ສະ​ແດງ​ໂທ​ລະ​ພາບເມ​ແກນ ມາ​ໂຄ​ລ (Meghan Markle) ກຳ​ລັງ​ຕັດ​ສິນ​ໃຈ​ທີ່​ຈະ​ເຮັດ​ໃນ​ສິ່ງ​ທີ່​ພວກ​ເພິ່ນ​ເວົ້າ​ວ່າ "ຖອຍ​ອອກ​ໄປ​ຈາກ​ການທຳ​ໜ້າ​ທີ່​ເປັນສະ​ມາ​ຊິກ 'ຂັ້ນ​ສູງ' ຂອງ​ຄອບ​ຄົວກະ​ສັດ ແລະ​ເຮັດ​ວຽກ​ເພື່ອ​ໃຫ້ມີ​ເອ​ກະ​ລາດ​ທາງ​ການ​ເງິນ ໃນ​ຂະ​ນະ​ທີ່​ສືບ​ຕໍ່ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ສົ​ມ​ເດັດພະມະ​ຫາ​ລາ​ຊີ​ນີຢ່າງ​ເຕັມ​ສ່ວນຢູ່."

ຢູ່​ໃນ​ຖະ​ແຫລງ​ການ​ຂອງ​ພວກ​ເພິ່ນນັ້ນ ຄູ່​ສາ​ມີ​ພັນ​ລະ​ຍາ​ດັ່ງ​ກ່າວ ບໍ່​ໄດ້​ເອີ່ຍ​ຄຳ​ວ່າ "ອອກ​," ແຕ່​ຢ່າງ​ໃດ​ເລີຍ ແຕ່​ກົງ​ກັນ​ຂ້າມ ພວກ​ເພິ່ນ​ເວົ້າ​ກ່ຽວ​ກັບການ​ສືບ​ຕໍ່ "ເຮັດພາ​ລະ​ກິດ​ຂອງ​ຕົນ​ໃຫ້​ແກ່ສົ​ມ​ເດັດພະມະ​ຫາ​ລາ​ຊີ​ນີ," ໃນ​ຂະ​ນະ​ທີ່​ແບ່ງ "ເວ​ລາ​ເພື່ອ​ໃຫ້ຢູ່ສະ​ຫະ​ລາດ​ຊະ​ອາ​ນາ​ຈັກ​ອັງ​ກິດແດ່ ແລະ​ຢູ່​ໃນຂົງ​ເຂດ​ທະ​ວີບ​ອາ​ເມ​ຣິ​ກາ​ເໜືອ​ແດ່" — ສ່ວນ​ໃຫຍ່​ອາດ​ຈະ​ເປັນ​ກາ​ນາ​ດາ, ບ່ອນ​ທີ່​ທ່ານ​ນາງ​ມາ​ໂຄ​ລ (Markle) ໄດ້​ອາ​ໄສ​ຢູ່​ເປັນ​ເວ​ລາ​ຫລາຍ​ປີ ໃນ​ຂະ​ນະ​ທີ່​ຖ່າຍ​ທຳລະ​ຄອນ​ຕະ​ຫລົກ ທີ່​ເອີ້ນ​ວ່າ​ລາຍ​ການ Suits ໃນ​ໂທ​ລະ​ພາບນັ້ນ.

ພວກ​ເພິ່ນ​ກ່າວ​ເພີ້ມ​ອີກວ່າ “ການ​ແບ່ງ​ບ່ອນ​ຢູ່​ໃນ​ພາກ​ພື້ນ​ຂອງ​ໂລກໃຫ້ເທົ່າ​ກັນ ຈະ​ເຮັດ​ໃຫ້​ພວກ​ເຮົາສາ​ມາດ​ລ້ຽງ​ລູກຊາຍ​ຂອງ​ຕົນໃຫ້ຮູ້​ສຶກສັນ​ລະ​ເສີນ​ທຳ​ນຽມ​ປະ​ເພ​ນີ​ຂອງພະລາດ​ຊະ​ວັງທີ່ເປັນ​ບ່ອນ​ທີ່​ລາວ​ເກີດອອກ​ມາ ໃນ​ຂະ​ນະ​ທີ່​ໃຫ້​ໂອ​ກາດ​ແກ່​ຄອບ​ຄົວ​ຂອງພວກ​ເຮົາ​ໄດ້​ສຸມ​ໃສ່ພາກ​ຕໍ່​ໄປ, ຊຶ່ງ​ລວມ​ທັງ​ການ​ເປີດ​ອົງ​ການ​ກຸ​ສົນ​ໃໝ່​ຂອງ​ພວກ​ເຮົາອີກ​ດ້ວຍ." ນອກ​ຈາກວຽກ​ງານ​ການ​ກຸ​ສົນ​ແລ້ວ ຄູ່​ສາ​ມີພັນ​ລະ​ຍານີ້ ປາ​ກົດ​ວ່າ​ ມີ​ແຜນ​ທຸ​ລະ​ກິດ ແລະ​ມີ​ລາຍ​ງານ​ວ່າ ພວກ​ເພິ່ນ​ຍັງ​ຮັກ​ສາບໍ​ລິ​ສັດ Sunshine Sachs ຊຶ່ງ​ເປັນ​ບໍ​ລິ​ສັດ​ສື່​ສານມວນ​ຊົນ​ ທີ່​ຕັ້ງ​ຢູ່​ໃນ​ນະ​ຄອນລອ​ສ ແອນ​ເຈີ​ລີ​ສ​ອີກ​ດ້ວຍ ໃນ​ຂະ​ນະ​ທີ່ຍື່ນ​ການ​ລົງ​ທະ​ບຽນ​ຕັ້ງ​ອົງ​ການ "ລາດ​ຊະ​ວົງ Sussex" ແລະ "ມູນ​ນິ​ທິ​ລາດ​ຊະ​ວົງ Sussex," ຊຶ່ງ​ເປັນ​ພາກ​ສ່ວນ​ການ​ກຸ​ສົນ​ຂອງ​ພວກ​ເພິ່ນ ​ໃນ​ນາມ​ເປັນ​ເຄື່ອງ​ໝາຍ​ການ​ຄ້າ​ຂອງ​ອັງ​ກິດຢູ່ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG