ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໕ ກຸມພາ ໒໐໒໕

​ປະ​ທາ​ນາ​ທິ​ບໍ​ດີຢູ​ເຄ​ຣນ ຢາກ​ໃຫ້​ອີ​ຣ່ານ ຍອມ​ຮັບ​ຜິດ ໂດຍ​ເຕັມ


ຮູບ​ຊາກ​ຂອງ​ເຮືອ​​ບິນ​ໂດຍ​ສານ​ຢູ​ເຄ​ຣນ ໂບອິ້ງ 737-800 ​ທີ່​ຕົກ ໃກ້ໆ​ສະ​ໜັບ​ນິນ​ອີ​ໝຳ ໂຄ​ເມ​ນີ ເມື່ອ​ວັນ​ທີ 8 ມັງ​ກອນ 2020.
ຮູບ​ຊາກ​ຂອງ​ເຮືອ​​ບິນ​ໂດຍ​ສານ​ຢູ​ເຄ​ຣນ ໂບອິ້ງ 737-800 ​ທີ່​ຕົກ ໃກ້ໆ​ສະ​ໜັບ​ນິນ​ອີ​ໝຳ ໂຄ​ເມ​ນີ ເມື່ອ​ວັນ​ທີ 8 ມັງ​ກອນ 2020.

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ​ກ່າວ​ໃນ​ວັນ​ເສົາ​ມື້ນີ້​ວ່າ ທ່ານ​ຄາດ​ວ່າ​ຈະ​ມີ​ການຍອມ​ຮັບ​ຜິດ​ໂດຍ​ເຕັມແລະ​ເພີ້ມ​ຕື່ມ ຈາກ​ອີ​ຣ່ານ ໃນ​ການ​ຍິງ​ເຮືອ​ບິນ​ໂດຍ​ສານ ​ຂອງ​ຢູ​ເຄ​ຣນຕົກ ທີ່​ເຮັດ​ໃຫ້ຜູ້​ໂດຍ​ສານ​ ແລະ​ຈຸ​ບິນ 176 ຄົນ​ເສຍ​ຊີ​ວິດ.

ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ໃນ​ວັນ​ເສົາ​ມື້ນີ້ວ່າ “ອີ​ຣ່ານ​ໄດ້​ຍອມ​ຮັບ​ຜິດ​ທີ່​ເຮັດ​ໃຫ້​ເຮືອ​ບິນ​ຢູ​ເຄ​ຣນ​ຕົກ ແຕ່​ພວກ​ເຮົາ​ຢືນ​ຢັດຢາກ​ໃຫ້​ມີ​ການຍອມ​ຮັບ​ຜິດ​ໂດຍ​ເຕັມ. ພວກ​ເຮົາ​ຄາດ​ວ່າ​ອີ​ຣ່ານ​ຈະ​ໃຫ້​ການ​ຄ້ຳປະ​ກັນໃນ​ການ​ພ້ອມ​ແລ້​ວ​ຂອງ​ພວກ​ເຂົາ​ເຈົ້າ​ຕໍ່​ການ​ສືບ​ສວນ​ໂດຍ​ເຕັມ​ແລະ​ເປີດກວ້າງເພື່ອ​ນຳ​ເອົາ​ພວກ​ທີ່​ຮັບ​ຜິດ​ຊອບ​ມາ​ລົງ​ໂທດ ການ​ສົ່ງ​ສົບ​ຜູ້​ຕາຍ​ໃຫ້ ການຈ່າຍ​ເງິນ​ຊົດ​ເຊີຍ ການ​ຂໍ​ໂທດ​ຢ່າງ​ເປັນ​ທາງ​ການ​ໂດຍ​ຊ່ອງ​ທາງ​ທາງ​ດ້ານ​ການທູດ.”

ພວກ​ນັກ​ຊ່ຽວ​ຊານ​ຢູ​ເຄ​ຣນ​ທີ່​ຢູ່​ໃນ​ປະ​ເທດ​ອີ​ຣ່ານ​ແລ້ວນັ້ນ ໄດ້​ຮັບ “ການ​ຮ່ວມ​ມື​ໂດຍ​ເຕັມ” ຈາກ​ອີ​ຣ່ານ ແລະ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ໄປ​ເບິ່ງ​ບ່ອນ​ທີ່​ເຮືອ​ບິນ​ຕົກແລະເຄື່ອງ​ບັນ​ທຶກ​ຂໍ້​ມູນ​ຂອງ​ເຮືອ​ບິນ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຢູ​ເຄ​ຣນ ທ່ານ​ວາ​ດິມ ປ​ຣິ​ສ​ໄຕ​ໂກ ກ່າວ​ວ່າ ຄະ​ນະ​ທີມ​ງານ​ຂອງ​ຢູ​ເຄ​ຣນ ຢູ່​ໃນ​ອີ​ຣ່ານ​ໄດ້ຮັບ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ໄປ​ຟັງ​ເຄື່ອງ​ບັນ​ທຶກ​ສຽງ​ລະ​ຫວ່າງ​ຜູ້​ສົ່ງ ແລະ​ສູນ​ກາງ​ຄວບຄຸມ​ທີ່​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ແລະ​ພວກ​ນັກ​ບິນ​ຂອງ​ເຮົາ.”

ສ່ວນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ການ​າ​ດາ ທ່ານ​ຈັ​ສ​ຕິນ ທ​ຣູ​ໂດ ທວງ​ໃຫ້​ມີ​ການ​ດຳ​ເນີນການ​ “ແບບ​ໂປ່ງ​ໃສ ແລະ​ນຳ​ເອົາ​ຄວາມ​ເປັນ​ທຳ​ມາ​ໃຫ້​ບັນ​ດາ​ຄອບ​ຄົວ​ແລະ​ຄົນຮັກ​ຂອງ​ພວກ​ເຄາະ​ຮ້າຍ.” ຜູ້​ໂດຍ​ສານ​ຫຼາຍໆ​ຄົນ​ແມ່ນ​ເປັນ​ຄົນ​ກາ​ນາ​ດາ​ເຊື້ອ​ສາຍ​ອີ​ຣ່ານ. ທ່ານ​ກ່າວ​ຕື່ມ​ວ່າ “ນີ້​ແມ່ນ​ໂສກ​ນາດ​ຕະ​ກຳ​ແຫ່ງ​ຊາດ ແລະ​ຊາວກາ​ນາ​ດາ​ທຸກ​ຄົນ ພາ​ກັນ​ໄວ້​ທຸກ​ຮ່ວມ​ກັນ.”

ອີ​ຣ່ານຍອມ​ຮັບ​ວ່າ ທະ​ຫານ​ຂອງ​ຕົນ​ໄດ້​ຄຳ​ນວນ​ຜິດ​ພາດ​ຢ່າງ​ໜ້າ​ຢ້ານ​ກົວ​ເວ​ລາ ພວກ​ທະ​ຫານ​ ໄດ້​ຍິງ​ເຮືອ​ບິນ​ໂດຍ​ສານ​ຂອງ​ຢູ​ເຄ​ຣນ​ຕົກ ໃນ​ຕົ້ນ​ອາ​ທິດນີ້ ຢູ່​ໃນເຂດ​ຊານ​ເມືອງ​ຂອງ​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ທີ່​ເຮັດ​ໃຫ້ຜູ້​ໂດຍ​ສານ​ ແລະ​ຈຸ​ບິນ 176 ຄົນ​ເສຍ​ຊີ​ວິດ.

ປະ​ທາ​ນາ​ທິ​ບໍ​ດີອີ​ຣ່ານ ທ່ານ​ຮາ​ສ​ຊານ ຣູ​ຮາ​ນີ ກ່າວ​ຜ່ານ​ທາງ​ທວີດ​ເຕີ​ໃນ​ວັນ​ເສົາ​ມື້ນີ້ວ່າ ອີ​ຣ່ານ​ “​ຮູ້​ສຶກເສຍ​ໃຈ​ເປັນ​ທີ່​ສຸດ ​ໃນ​ຄວາມ​ຜິດ​ພາດທີ່​ສ້າງ​ຄວາມ​ເສຍ​ຫາ​ຍຮ້າຍ​ແຮງນີ້.”

ທ່ານ​ຣູ​ຮາ​ນີ ກ່າວ​ຕື່ມ​ວ່າ “​ການ​ສືບ​ສວນ​ພາຍ​ໃນ​ຂອງກອງ​ທັບ ​ໄດ້​ສະ​ຫຼຸບ​ວ່າ ເປັນ​ທີ່​ໜ້າ​ເສຍ​ໃຈ​ທີ່​ລູກ​ສອນ​ໄຟ​ຍິງ​ໄປ ຍ້ອນ​ຄວາມ​ຜິດ​ພາດ​ຂອງ​ມະ​ນຸດ ໄດ້ພາ​ໃຫ້​ເກີ​ດ​ອຸ​ບັດ​ຕິ​ເຫດ​ທີ່ເຮັດ​ໃຫ້​ເຮືອ​ບິນ​ຢູ​ເຄ​ຣນ​ຕົກທີ່ໜ້າ​ຢ້ານ​ກົວ ແລະ​ການເສຍ​ຊີ​ວິດ​ຂອງ​ຜູ້​ບໍ່​ມີ​ຄວາມ​ຜິດ 176 ຄົນ. ການ​ສືບ​ສວນ​ຈະ​ດຳ​ເນີນ​ຕໍ່​ໄປເພື່ອລະ​ບຸ​ແລະ​ລົງ​ໂທດ ກ່ຽວ​ກັບ​ໂສກນ​າດ​ຕະ​ກຳ​ຄັ້ງ​ໃຫຍ່ ແລະ​ຄວາມ​ຜິດ​ທີ່​ໃຫ້​ອະໄພ​ບໍ່​ໄດ້​ໃນ​ຄັ້ງ​ນີ້.”

ສ່ວນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໂມ​ຮຳ​ເໝັດ ຈາ​ວາດ ຊາ​ຣິ​ຟ ຂຽນ​ລົງ​ໃນ​ທວີດ​ເຕີ້ວ​ວ່າ “ມື້​ທີ່​ໂສກ​ເສົ້າ. ການ​ສະ​ຫຼຸບ​ໃນ​ຂັ້ນ​ຕົ້ນ ກ່ຽວ​ກັບ​ການ​ສືບ​ສວນພາຍ​ໃນ ​ຂອງກອງ​ທັບ: ຄວາມ​ຜິດ​ພາດ​ຂອງ​ມະ​ນຸດ ​ໃນ​ຍາມ​ທີ່​ເກີດ​ວິ​ກິ​ການ​ທີ່​ມີ​ສາ​ເຫດ​ມາ​ຈາກ​ການຜະ​ຈົນ​ໄພ​ຂອງ​ສະ​ຫະ​ລັດ​ນັ້ນ ໄດ້​ກໍ່​ໃຫ້​ເກີດ​ໄພ​ພິ​ບັດ. ຄວາມ​ເສຍ​ໃຈ​ຢ່າງ​ເລິກ​ເຊິ່ງ​ຂອງ​ພວກ​ເຮົາ ການ​ຂໍ​ຂະ​ມາ​ໂທດ ແລະ​ການ​ສະ

ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ຕໍ່​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ ຕໍ່​ບັນ​ດາ​ຄອບ​ຄົວ​ຂອງ​ຜູ້ເຄາະ​ຮ້າຍ​ທັງ​ໝົດ ແລະ​ຕໍ່​ປະ​ເທດ​ຕ່າງໆ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ.”

ຖ້ຽວ​ບິນ​ຂອງ​ສາຍ​ການ​ບິນ​ລະ​ຫວ່າງ​ປະ​ເທດ​ຂອງ​ຢູ​ເຄ​ຣນ ພາ​ໃຫ້​ມີ​ການ​ເຂົ້າ​ໃຈ​ຜິດ​ວ່າ ເປັນ “ເປົ້າ​ໝາຍ​ຂອງ​ສັດ​ຕູ” ເວ​ລາ​ເຮືອ​ບິນ​ລຳ​ດັ່ງ​ກ່າວ​ລ້ຽວ​ໄປ​ຫາ “ສູນກາງ​ທາງ​ທະ​ຫານ​ທີ່​ມີ​ຄວາມ​ສຳ​ຄັນ” ຂອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດອີງ​ຕາມ​ຖະ​ແຫຼງການ​ຂອງກອງ​ທັບທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ສື່ມວນ​ຊົນ​ຂອງ​ທາງ​ການ. “ພາຍ​ໃຕ້ສະ​ພາບ​ການ​ດັ່ງ​ກ່າວ ຍ້ອນ​ຄວາມ​ຜິດ​ພາດ​ຂອງ​ມະ​ນຸດ ແລະ​ໃນ​ວິ​ທີ​ທີ່​ບໍ່​ໄດ້​ຕັ້ງໃຈ ຖ້ຽວ​ບິນ​ຈຶ່ງ​ໄດ້​ຖືກ​ຍິງ.”

ກອງ​ທັບ​ອີ​ຣ່ານ​ກ່າວ​ວ່າ ຕົນ​ພວມ​ໄດ້​ຮັບ​ຄຳ​ສັ່ງ “ໃຫ້​ກຽມ​ພ້ອມ​ໃນ​ລະ​ດັບ​ສູງ​ສຸດ” ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ​ທີ່​ເພີ້ມ​ທະ​ວີ​ຂຶ້ນ ກັບ​ສະ​ຫະ​ລັດ.

ການ​ຍິງ​ເຮືອ​ບິນ​ອາຍ​ພົ່ນ​ໂດຍ​ສານໂບອິ້ງ 737 ຂອງ​ສາຍ​ການ​ບິນ​ລະ​ຫວ່າງ​ປະ​ເທດ​ຢູ​ເຄ​ຣນ​ຕົກ ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ​ຫຼັງ​ຈາກ​ອີ​ຣ່ານ​ເລີ້ມ​ລະ​ດົມ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ໂຈມ​ຕີ​ຖານ​ທັບ​ອີຣັກ ທີ່​ເປັນ​ບ່ອນ​ພັກ​ເຊົາ​ຂອງ​ທະ​ຫານ​ອາ​ເມ​ຣິກັນ ໃນ​ການ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ໂດຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ທີ່​ໄດ້​ສັງ​ຫານ​ຜູ້​ບັນຊາ​ການກອງ​ກຳ​ລັງ​ອາ​ລ​ກຸດ​ຂອງ​ອີ​ຣ່ານ ນາຍ​ພົນ​ກາ​ສ​ເຊັມ ຊູ​ເລ​ມາ​ນີ.

ໃນ​ຂັ້ນ​ຕົ້ນ ອີ​ຣ່ານ​ໄດ້​ປະ​ຕິ​ເສດ​ວ່າ ຕົນ​ບໍ່​ໄດ້​ຮັບ​ຜິດ​ຊອບ​ຕໍ່​ການ​ຍິງ​ເຮືອ​ບິນ​ໂດຍ​ສານ​ຂອງ​ຢູ​ເຄ​ຣນ ແຕ່​ແນວ​ໃດ​ກໍ​ຕາມ ​ໜ່ວຍ​ສືບ​ລັບ​ຂອງສະ​ຫະ​ລັດ​ແລະ​ກາ​ນາດາ​ກ່າວ​ວ່າ ເຂົາ​ເຈົ້າ​ເຊື່ອ​ວ່າ​ອີ​ຣ່ານ​ເປັນ​ຜູ້​ຍິງ​ເຮືອ​ບິນ​ໂດຍ​ສານ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG