ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫ​ລ ເວົ້າ​ວ່າ ໂຊ​ລ ຕ້ອງ​ສືບ​ຕໍ່ ​ປະ​ຕິ​ບັດ​ ທຸກ​ການ​ລົງ​ໂທດ ທີ່​ມີ ​​ຕໍ່​ເກົາ​ຫລີ​ເໜືອ


ຄົນ​ພາ​ກັນ​ເບິ່ງ​ໂທ​ລະ​ພາບ ຖ່າຍ​ທອດ​ສົດການ​ກ່າວ​ຄຳ​ປາ​ໄສ ປະ​ທາ​ນາ​ທິ​ບໍ​ດີ ມູນ ແຈ-ອິນ​ຂອງ​ເກົາ​ຫລີ​ໃຕ້ ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່ ໃນ​ນະ​ຄອນ​ຫລ​ວງ​ໂຊລ ໃນ​ວັນ​ທີ 7 ມັງ​ກອນ, 2020.
ຄົນ​ພາ​ກັນ​ເບິ່ງ​ໂທ​ລະ​ພາບ ຖ່າຍ​ທອດ​ສົດການ​ກ່າວ​ຄຳ​ປາ​ໄສ ປະ​ທາ​ນາ​ທິ​ບໍ​ດີ ມູນ ແຈ-ອິນ​ຂອງ​ເກົາ​ຫລີ​ໃຕ້ ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່ ໃນ​ນະ​ຄອນ​ຫລ​ວງ​ໂຊລ ໃນ​ວັນ​ທີ 7 ມັງ​ກອນ, 2020.

ສະ​ຫະ​ລັດ ໄດ້​ຕອບ​ຄືນ​ຕໍ່​ການ​ຮ້ອງ​ຂໍ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ມູນ ແຈ-ອິນ​ຂອງ​ເກົາ​ຫລີ​ໃຕ້ ວ່າ​ໃຫ້​ມີ​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ເກົາ​ຫລີ​ດ້ວຍ​ກັນ ຄືນ​ອີກ ໂດຍ​ໄດ້​ເນັ້ນ​ໜັກ​ວ່າ ໂຊ​ລ ຕ້ອງ​ໄດ້​ສືບ​ຕໍ່​ປະ​ຕິ​ບັດ​ທຸກ​ການ​ລົງ​ໂທດ​ທີ່​ມີ​ຕໍ່​ເກົາ​ຫລີ​ເໜືອ.

"ທຸ​ກ​ປະ​ເທດ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຕ້ອງ​ໄດ້​ປະ​ຕິ​ບັດ​ຕາມ​ມະ​ຕິວ່າ​ດ້ວຍ​ການ​ລົງ​ໂທດ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ພວກ​ເຮົາ​ມີ​ຄວາມ​ຄາດ​ຫວັງ​ວ່າ ທຸກ​ປະ​ເທດ​ເຫລົ່າ​ນັ້ນລ້ວນ​ແຕ່​ສືບ​ຕໍ່ກະ​ທຳ​ເຊັ່ນ​ນັ້ນຕໍ່​ໄປ​ອີກ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ໂຄ​ສົກ​ປະ​ຈຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທີ່​ຂຽນ​ຢູ່​ໃນ​ອີ​ເມ​ລ ສົ່ງ​ຫາ​ພະ​ແນກ​ພາ​ສາ​ເກົາ​ຫລີ​ຂອງ VOA ໃນ​ວັນ​ພຸດ​ແລ້ວນີ້.

ໂຄ​ສົກທ່ານນັ້ນ ກ່າວ​ຕໍ່​ໄປວ່າ "ສະ​ຫະ​ລັດ ແລະ​ເກົາ​ຫລີ​ໃຕ້ ໄດ້​ປະ​ສານ​ງານ​ກັນ​ຢ່າງ​ໃກ້​ຊິດໃນ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ໃນ​ເລື້ອງສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ເກົາ​ຫລີ ຫລື ສ​ປ​ປ ເກົາ​ຫລີ ແລະ​ພວກ​ເຮົາ​ໄດ້​ຮ່ວມ​ກັນ​ດຳ​ເນີນ​ງານ ເພື່ອ​ຮັບ​ປະ​ກັນ​ວ່າ ການ​ລົງ​ໂທດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຖືກ ນຳ​ໄປ​ປະ​ຕິ​ບັດ​ຢ່າງ​ເຕັມ​ສ່ວນ.”

ສ​ປ​ປ ເກົາ​ຫລີ ແມ່ນ​ຫຍໍ້​ມາ​ຈາກ​ຄຳ​ວ່າ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ເກົາ​ຫລີ ຊຶ່ງ​ເປັນ​ຊື່​ທາງ​ການ​ຂອງ​ເກົາ​ຫລີ​ເໜືອ.

ຢູ່​ໃນ​ການ​ກ່າວ​ຄຳ​ປາ​ໄສ​ໃນ​ໂອ​ກາດ​ປີ​ໃໝ່ໃນ​ວັນ​ອັງ​ຄານ​ແລ້ວນີ້​ນັ້ນ ທ່ານ ມູນ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຂອງ​ທ່ານ ເຮັດ​ວຽກ​ເພື່ອ​ກ້າວ​ໄປ​ຫາ​ການເປີດ​ໂຄງ​ການຮ່ວມ​ກັນ​ຕ່າງໆ ຢູ່​ໃນ​ເຂດຍ່ານອຸດສາ​ຫະ​ກຳເຄ​ຊອງ ແລະ​ເຂດ​ຕາກ​ອາ​ກາດ ເທິງ​ພູ​ກືມ​ກັງ ຄືນ​ອີກ ແລະຟື້ນ​ຄືນ​ສານ​ພົວ​ພັນ​ລະ​ຫວ່າງ​ສອງ​ເກົາ​ຫລີ​ທີ່ ລຸດ​ຖອຍ​ລົງ​ໄປ​ນັ້ນ​ໃຫ້​ດີ​ຄືນ​ອີກ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG