ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ 40 ລັດ​ແລ້ວ ໄດ້​ຕົກ​ລົງ ຈະຮັບ​ເອົາ ພວກ​ອົບ​ພະ​ຍົບ ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ


ປະ​ຊາ​ຊົນ​ສະ​ໜັບ​ສະ​ໜຸນ​ໃຫ້​ສືບ​ຕໍ່​ຮັບ​ເອົາ​ພວກ​ອົບ​ພ​ະ​ຍົບ ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ ພາ​ກັນ​ຖື​ປ້າຍໃນ​ການ​ໂຮມ​ຊຸມ​ນຸມ ທີ່​ເມືອງ​ບິ​ສ​ມາກ ລັດ​ດາ​ໂກ​ຕ້າ​ເໜືອ ເມື່ອ​ວັນ​ທີ 9 ທັນ​ວາ 2019.
ປະ​ຊາ​ຊົນ​ສະ​ໜັບ​ສະ​ໜຸນ​ໃຫ້​ສືບ​ຕໍ່​ຮັບ​ເອົາ​ພວກ​ອົບ​ພ​ະ​ຍົບ ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ ພາ​ກັນ​ຖື​ປ້າຍໃນ​ການ​ໂຮມ​ຊຸມ​ນຸມ ທີ່​ເມືອງ​ບິ​ສ​ມາກ ລັດ​ດາ​ໂກ​ຕ້າ​ເໜືອ ເມື່ອ​ວັນ​ທີ 9 ທັນ​ວາ 2019.

ໃນ​ຂະ​ນະ​ທີ່​ກຳ​ນົດ​ເສັ້ນ​ຕາຍ​ພວມ​ຫຍັບ​ໃ​ກ້​ເຂົ້າ​ມານັ້ນ ປະ​ມານ 80 ເປີ​ເຊັນ​ຂອງ​ລັດ​ຕ່າງໆ​ໃນ​ສະ​ຫະ​ລັດ​ໄດ້​ຕົກ​ລົງ​ທີ່​ຈະ​ສືບ​ຕໍ່​ຮັບ​ເອົາ​ອົບ​ພະ​ຍົບ​ທີ່​ມາ​ຮອດ​ໃໝ່​ຫຼັງຈາກ​ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້ຕົກ​ລົງເຂົ້າ​ຮ່ວມເພື່ອ​ຮັບ​ເອົາ​ທາງ​ເລືອກ.

ມາ​ຈົນ​ຮອດ​ເວ​ລານີ້ ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ວ່າ ຜູ້​ປົກ​ຄອງ​ລັດ​ຕ່າງໆ ຈຳ​ນວນ 37 ລັດ ຂອງ​ທັງ​ໝົດ 50 ລັດ​ໃນ​ອາ​ເມ​ຣິ​ກາ ໄດ້​ສົ່ງ​ຈົດໝາຍ​ອະ​ນຸ​ຍາດ​ໄປ​ແລ້ວ ແລະ​ອີກ 3 ລັດ ປະ​ກອບ​ດ້ວຍ​ອາ​ລາ​ສ​ກ້າ ເຄັນ​ຕັກກີ ແລະ​ເວີ​ມັນ ​ກໍໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ສົ່ງ​ຈົດ​ໝາຍ​ມາ​ຍັງ​ວໍຊິງ​ຕັນ.

ຈົດ​ໝາຍ​ດັ່ງ​ກ່າວແມ່ນ​ປະ​ຕິ​ບັດ​ຕາມ ​ຂໍ້​ບັງຄັບ​ຂອງ​ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ ​ທ​ຣຳ ໃນ​ເດືອນ​ກັນ​ຍາ​ປີ 2019 ທີ່​ເວົ້າ​ວ່າ ເພື່ອ​ຈະ​ຮັບ​ເອົາ​ອົບ​ພະ​ຍົບ​ນັ້ນ ລັດ​ແລະ​ທ້ອງ​ຖິ່ນຕ່າງໆ ຕ້ອງໄດ້ເລືອກ​ເອົາ​ໂຄງ​ການ​ຕັ້ງ​ຖິ່ນ​ຖານ.

ໃນ​ຂະ​ນະ​ທີ່​ຍັງ​ບໍ່​ມີ​ຈົດ​ໝາຍອະ​ນຸ​ຍາດ​ຢ່າງ​ເປັນ​ທາງ​ການ​ຈາກ​ລັດ​ນິວຢອກ ແຕ່​ພວກ​ສະ​ໜັບ​ສະ​ໜຸນ​ອົບ​ພະ​ຍົບ ​ກ່າວ​ວ່າ ຕົນ​ຄາດ​ວ່າ​ຜູ້​ປົກ​ຄອງ​ລັດ ທ່ານ​ແອນ ດ​ຣູ ໂກ​ໂມ ທີ່​ນິ​ຍົມ​ນະ​ໂຍ​ບາຍ​ອົບ​ພະ​ຍົບ​ນັ້ນ ຈະ​ຕົກ​ລົງ​ຮັບ​ເອົາ​ອົບ​ພະ​ຍົບໃໝ່ຕໍ່​ໄປ.

ການ​ເຄື່ອນ​ໄຫວ​ຕ້ອງ​ມີ​ຂຶ້ນກ່ອນ​ກຳ​ນົດ​ເສັ້ນ​ຕາຍ ​ໃນ​ວັນ​ທີ 21 ມັງ​ກອນ ສຳ​ລັບ​ອົງ​ການໃຫ້ຄວາມ​ຊ່ວຍ​ເຫຼືອອົບ​ພະ​ຍົບ ​ຮ້ອງ​ຂໍ​ເງິນ​ສຳ​ລັບ​ການ​ຕັ້ງ​ຖິ່ນ​ຖານ​ໃໝ່​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ.

ລັດ​ຕ່າງໆ​ທີ່​ຍັງ​ບໍ່​ທັນ​ສະ​ແດງ​ຄວາມ​ຕັ້ງ​ໃຈ​ຂອງ​ຕົນເທື່ອ​ເພື່ອ​ຮັບ​ເອົາ​ການ​ຕັ້ງ​ຖິ່ນ​ຖານ​ໃໝ່​ນັ້ນ ແມ່ນ​ຮວມ​ທັງ​ລັດ​ເທັກ​ຊັ​ສ ຊຶ່ງ​ເປັນ​ລັດ​ໃຫຍ່​ທີ່​ສຸດ​ລັດ​ນຶ່ງທີ່​ຮັບ​ເອົາ​ອົບ​ພະ​ຍົບ​ໃນ​ໄລ​ຍະ​ຫຼາຍໆ​ປີ​ຜ່ານ​ມານີ້. ນອກນັ້ນ​ແລ້ວ ລັດ​ທີ່​ຍັງ​ບໍ່​ໄດ້​ທັນ​ຕັດ​ສິນ​ໃຈ​ກໍ​ມີ​ລັດ​ຈໍ​ເຈຍ ຊຶ່ງ​ເປັນ​ທີ່​ຕັ້ງ​ຂອງ​ເມືອງ​ຄ​ລາກ​ສ​ຕັນ ​ອັນ​ເປັນເມືອງ​ນ້ອຍໆ​ເມືອງ​ນຶ່ງ​ທີ່ມີ​ຄວາມ​ຫຼາກ​ຫຼາຍ ໃນ​ການ​ຕ້ອນ​ຮັບ​ເອົາ​ອົບ​ພະ​ຍົບ​ຂອງ​ປະ​ເທດນັ້ນ.

ຈົດ​ໝາ​ຍ​ອະ​ນຸ​ຍາດ​ແມ່ນ​ສົ່ງ​ມາ​ຈາກ​ທັງ​ຜູ້​ປົກ​ຄອງ​ລັດ​ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ແລະ​ເດ​ໂມ​ແຄ​ຣັດ ໃນ​ໂອ​ກາດ​ທີ່​ບໍ່​ຄ່ອຍ​ໄດ້​ເຫັນ​ກັນ​ຈາກ​ທັງ​ສອງ​ພັກ ກ່ຽວ​ກັບບັນ​ຫາ​ທີ່​ພົວ​ພັນ​ກັບ​ພວກ​ຄົນ​ເຂົ້າ​ເມືອງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG