ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປ. ທ​ຣຳ ເວົ້າ​​ວ່າ ນາຍ​ພົນ ໂຊ​ເລ​ມາ​ນີ ຂອງອີ​ຣ່ານ ​ວາງ​ແຜນ​ທີ່​ຈະ​ຖິ້ມລະ​ເບີດ​ໃສ່​ສະ​ຖານ​​ທູດ​ ສ​ຫ​ລ ​ໃນ​ອີ​ຣັກ


ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ, ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ ຢູ່​ໃນ​ກອງ​ປະ​ຊຸມ ກັບ​ທ່ານ Kyriakos Mitsotakis, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງກ​ຣີ​ສ, ວັນ​ທີ 7 ມັງ​ກອນ, 2020.
ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ, ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ ຢູ່​ໃນ​ກອງ​ປະ​ຊຸມ ກັບ​ທ່ານ Kyriakos Mitsotakis, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງກ​ຣີ​ສ, ວັນ​ທີ 7 ມັງ​ກອນ, 2020.

ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ, ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ທ່ານກາ​ສ​ເຊັມ ໂຊ​ເລ​ມາ​ນີ, ນາຍ​ພົນອີ​ຣ່ານ ທີ່ທ່ານ​ອອກ​ຄຳສັ່ງ​ໃຫ້ສັງ​ຫານ​ໂດຍໃຊ້ເຮືອ​ບິນບໍ່​ມີ​ຄົນ​ຂັບນັ້ນ ໄດ້​ວາງ​ແຜນ​ທີ່​ຈະ​ຖິ້ມລະ​ເບີດ​ໃສ່​ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ໃນ​ນະ​ຄອນ​ຫລວງ​ແບັກ​ແດດ​ຂອງ​ອີ​ຣັກ.

ທ່ານ​ທ​ຣຳ ແລະ​ທີ່​ປຶກ​ສາ​ຂອງ​ເພິ່ນ ​ໄດ້​ຖືກ​ຕຳ​ໜິ​ຢ່າງ​ໜັກ​ຈາກ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະສະ​ພາຈາກ​ພັກ​ເດ​ໂມ​ແຄ​ຣັດທີ່​ຄັດ​ຄ້ານ​ທ່ານ ແລະ​ຈາກສະ​ມາ​ຊິກຈຳ​ນວນ​ນຶ່ງ​ຂອງ​ພັກ​ຣີ​ພັບ​ຣີ​ກັນ ທີ່ພວກ​ເພິ່ນບໍ່​ຍອມ​ເປີດ​ເຜີຍ​ໃຫ້​ຮູ້ສິ່ງ​ທີ່​ພວ​ກ​ເພິ່ນ​ເວົ້າ​ວ່າ ເປັນ "ໄພ​ຂົ່ມ​ຂູ່ທີ່​ກຳ​ລັງ​ຈະ​ເກີດ​ຂຶ້ນ” ທີ່ ທ່ານໂຊ​ເລ​ມາ​ນີມີ​ ໃນ​ເວ​ລາ​ທີ່​ທ່ານ​ຖືກ​ຂ້າ​ຕາຍຂະ​ນະ​ທີ່​ກຳ​ລັງຢູ່​ໃນ​ລົດ​ ທີ່ຂີ່​ອອກ​ຈາກ​ສະ​ໜາມ​ບິນຂອງ​ນະ​ຄອນແບັກ​ແດດ​ ໃນອາ​ທິດ​ແລ້ວນີ້.

ແຕ່​ວ່າ​ທ່ານ​ທ​ຣຳ, ໃນ​ຂະ​ນະ​ທີ່​ກ່າວ​ຢູ່​ໃນ​ທຳ​ນຽບ​ຂາວ​ຢູ່ນັ້ນ ໄດ້​ກ່າວ​ອອກ​ມາ​ໂດຍບໍ່​ໄດ້​ຮິ່ນ​ຕອງກ່ອນວ່າ "ພວກ​ເຮົາ​ເຮັດ​ເຊັ່ນ​ນັ້ນ ກໍ​ເພາະ​ວ່າພວກ​ເຂົາ​ກຳ​ລັງ​ຫາ​ທາງ​ຖິ້ມລະ​ເບີດໃສ່​ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ພວກ​ເຮົາ. ພວກ​ເຮົາ​ເຮັດ​ເຊັ່ນນັ້ນ ກໍ​ຍັງ​ເປັນຍ້ອນ​ເຫດ​ຜົນ​ອັນ​ອື່ນ​ອີກທີ່​ເປັນ​ສິ່ງ​ທີ່​ຈ​ະ​ແຈ້ງ​ຫລາຍ. ມີ​ບາງ​ຄົນເສຍ​ຊີ​ວິດ, ຄົນ​ນຶ່ງ​ໃນເ​ຫລົ່າທະ​ຫານຂອງ​ພວກ​ເຮົາ​ເສຍ​ຊີ​ວິດ. ຜູ້​ຄົນ​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ໜັກ ພຽງ​ແຕ່​ໃນອາ​ທິດ​ນຶ່ງ​ກ່ອນ​ໜ້ານັ້ນເທົ່າ​ນັ້ນ​."

ບັນ​ດາ​ເຈົ້າ​ໜ້າ​ທີ່ລັດ​ຖະ​ບານ​ທ່ານ​ທ​ຣຳ ໃນ​ເມື່ອ​ກ່ອນ​ໄດ້ ຖິ້ມ​ໂທດ​ໃສ່ທ່ານໂຊ​ເລ​ມາ​ນີ, ຜູ້​ບັນ​ຊາ​ການໜ່ວຍ​ອາ​ລ​ກຸດ (Quds) ຂອງ​ກຳ​ລັງພິ​ທັກ​ປະ​ຕິ​ວັດຂອງ ອີ ຣ່ານວ່າ ​ໄດ້​ເຂັ່ນ​ຂ້າພວກທະ​ຫານ​ອາ​ເມ​ຣິ​ກັນ ແລະ​ພະ​ນັກ​ງານ​ສັນ​ຍາ​ຈ້າງ​ຄົນ​ນຶ່ງ​ທີ່​ທ່ານ​ທ​ຣຳໄດ້ກ່າວ​ເຖິງນັ້ນ​ ໃນ​ຂະ​ນະ​ທີ່ກໍ່​ກວນ​ໃຫ້​ເກີດ​ຄວາມ​ວຸ້ນ​ວາຍ​ຂຶ້ນ ​ຢູ່​ໃນ​ອີ​ຣັກ ແລະ​ເລ​ບາ​ນອນ. ແຕ່​ວ່າ ພວກ​ເພິ່ນ​ກໍ​ບໍ່​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ເຖິງ​ເຫດ ຜົນ​ສະ​ເພາະຂອງການ​ສັງ​ຫານ​ທ່ານໂຊ​ເລ​ມາ​ນີແຕ່​ຢ່າງ​ໃດເລີຍ.

ພາຍ​ຫລັງ​ທີ່​ໄດ້​ມີ​ການໄດ້​ຟັງການ​ລາຍ​ງານ​ເລື້ອງ​ລາວດັ່ງ​ກ່າວ​ໃນ​ອາ​ທິດນີ້​ແລ້ວ ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຈຳ​ນວນ​ນຶ່ງ​ໄດ້​ຕຳ​ໜິ​ວ່າ​ ຫລັກ​ຖານ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານໂຊ​ເລ​ມາ​ນີເປັນ “ໄພ​ຂົ່ມ​ຂູ່​ທີ່​ກຳ​ລັງ​ຈະ​ເກີດ​ຂຶ້ນ” ນັ້ນ​ ​ບໍ່ມີ​ຫຍັງ​ຫລາຍ​ເລີຍ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ທ່ານ​ນຶ່ງກ່າວ​ວ່າ ເມື່ອ​ທ່ານ​ທ​ຣຳ​ໄດ້​ຮັບຂໍ້​ສະ​ເໜີ​ທີ່​ເປັນ​ທາງເລືອກ​ຫລາຍ​ຢ່າງ​ ກ່ຽວ​ກັບ​ໄພ​ຂົ່ມ​ຂູ່​ຂອງ​ອີ​ຣ່ານຢູ່ນັ້ນ ນອກ​ຈາກ​ກາ​ນ​ສັງ​ຫານທ່ານໂຊ​ເລ​ມາ​ນີແລ້ວ ກໍຍັງ​ມີ​ຂໍ້​ສະ​ເໜີ​ອັນ​ອື່ນທີ່​ອາດ​ຈະ​ເຮັດ​ໃຫ້​ມີ​ການ​ລົ້ມ​ຕາຍ ແລະ​ບາດ​ເຈັບ​ຫລາຍກວ່ານີ້​ຫລາຍ.

ການ​ໃຫ້ຄຳ​ເຫັນ​ຂອງ​ທ່ານທ​ຣຳ ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ເວົ້າ​ວ່າ ພວກ​ເພິ່ນ​ຄິດ​ວ່າ ອີ​ຣ່ານ​ມີ​ເຈດ​ຕະ​ນາ ​ທີ່​ຈະ​ສັງ​ຫານ​ກຳ​ລັງ​ທະ​ຫານ​ຂອງ​ສະ​ຫະ​ລັດ ໂດຍ​ໃຊ້​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດໂຈມ​ຕີ​ຄ້າຍ​ທະ​ຫານຢູ່​ໃນອີ​ຣັກ​ໃນ​ຕອນ​ ເຊົ້າ​ຂອງວັນ​ພຸດ​ຜ່ານ​ມາ ໂດຍ​ເປັນ​ການ​ແກ້​ແຄ້ນ​ຄືນ ​ຕໍ່​ການ​ໂຈມ​ຕີ ທ່ານໂຊ​ເລ​ມາ​ນີ ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ.

ຫ​ລັງ​ຈາກ​ມີການ​ປະ​ເມີນ​ສະ​ຖາ​ນະ​ການ​ຂອງ​ພວກ​ເພິ່ນແລ້ວ ກໍ​ມີ​ການ​ກ່າວ​ຄຳ

ປາ​ໄສ​ຂອງ​ທ່ານ​ທ​ຣຳ​ຢູ່​ທຳ​ນຽບ​ຂາວ​ໃນ​ວັນ​ພຸດ​ຜ່ານ​ມາ ຊຶ່ງ​ໃນ​ນັ້ນ​ທ່ານ​ເວົ້າ​ວ່າ ການ​ລົງ​ໂທດ​ທາງ​ເສດ​ຖະ​ກິດ​ຈະ​ຖືກວາງ​ອອກ​ມາ​ຕໍ່​ເຕ​ຫະ​ຣ່ານ ໃນ​ຂະ​ນະ​ທີ່​ສະ​ຫລຸບດ້ວຍ​ຄຳ​ເວົ້າ​ທີ່​ວ່າ "ປາ​ກົດ​ວ່າ​ອີ​ຣ່ານໄດ້​ຜ່ອນ​ເບົາ​ລົງ​ແລ້ວ" ຈາກ​ການ​ມີ​ການຂັດ​ແຍ້ງ ຄັ້ງ​ໃໝ່​ກັບ​ສະ​ຫະ​ລັດ.

ທ່ານໄມ​ຄ໌ ເພັນ​ສ໌ (Mike Pence) ກ່າວ​ຕໍ່​ອົງ​ການ​ຂ່າວ NBC news ໃນ​ວັນ​ພະ​ຫັດ​ວານນີ້​ວ່າ “ລູ​ກ​ສອນ​ໄຟ​ທີ່​ຍິງ​ໃສ່​ຄ້າຍ​ທະ​ຫານ​ອາ​ເມ​ຣິ​ກັນ.. ພວກ​ເຮົາ​ເຊື່ອ​ວ່າ ມີ​ເຈ​ດ​ຈຳ​ນົງ​ທີ່​ຈະ​ສັງ​ຫານ​ຊາວ​ອາ​ເມ​ຣິ​ກັນ.” ທ່ານ​ກ່າວ​ຕໍ່​ໄປ​ວ່າ "ພວກ​ເຮົາ​ມີ​ການ​ສືບ​ລັບ​ທີ່​ສະ​ແດງ​ໃຫ້​ເຊື່ອ​ຖື​ໄດ້​ວ່າ ​ມັນ​ເປັນ​ຄວາມ​ຕັ້ງ​ໃຈ​ຂອງ​ພວກ​ອີ່​ຣ່ານທີ່​ຈະ​ເຮັດ​ເຊັ່ນ​ນັ້ນ."

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG