ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີ​ຣ່ານ ເຊີນ​ອົງ​ການ NTSB ແລະ​ ບໍ​ລິ​ສັດ​ໂບອິ້ງ ເຂົ້າ​ຮ່ວມ​ການ​ສືບ​ສວນ ເຮືອ​ບິນ​ຢູ​ເຄຣນ​ຕົກ


Ukraine Plane Crash
please wait
Embed

No media source currently available

0:00 0:00:48 0:00

ອີ​ຣ່ານ ​ໄດ້​ເຊີນ​ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ ​ໃນ​ການ​ຂົນ​ສົ່ງ​ແຫ່ງ​ຊາດ ທີ່​ເອີ້ນ​ຫຍໍ້​ວ່າ NTSB ຊຶ່ງ​ເປັນ​ອົງ​ການ​ສືບ​ສວນ​ກ່ຽວ​ກັບ​ອຸ​ບັດ​ຕິ​ເຫດ​ຂອງ​ສະ​ຫະ​ລັດເຂົ້າ​ຮ່ວມ​ການ​ສືບ​ສວນ​ເບິ່ງ​ອຸ​ບັດ​ຕິ​ເຫດ​ເຮືອ​ບິນ​ໂບອິ້ງ​ໂດຍ​ສານ​ຂອງ​ສາຍ​ການ​ບິນ​ຢູ​ເຄ​ຣນ​ຕົກ ໃກ້ໆ​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ​ໃນ​ຕົ້ນ​ອາ​ທິດນີ້.

ອົງ​ການ NTSB ກ່າວໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ຕົນ​ໄດ້​ຮັບ “ແຈ້ງ​ການ ​ຢ່າງ​ເ​ປັນ​ທາງ​ການ” ​ແລ້ວ ຈາກຄະ​ນະ​ກຳ​ມະ​ການ​ສືບ​ສວນ ກ່ຽວ​ກັບ​ອຸ​ບັດ​ຕິ​ເຫດ​ເຮືອ​ບິນ​ຕົກຂອງອົງ​ການການ​ບິນ​ພົ​ນ​ລະ​ເຮືອນ ຂອງ​ອີ​ຣ່ານ ແລະ​ພວມ​ຈະ​ສົ່ງ “ຜູ້​ຕາງ​ໜ້າ​ຂອງ​ຕົນ​ໄປ​ຮ່ວມ​ການ​ສືບ​ສວນນີ້.”

ນອກນັ້ນ ອີ​ຣ່ານ​ຍັງ​ໄດ້​ເຊື້ອ​ເຊີນ​ບໍ​ລິ​ສັດ​ຜູ້​ຜະ​ລິດ​ເຮືອ​ບິນ​ໂບອີ້ງ​ຂອງ​ສະ​ຫະ​ລັດເຂົ້າ​ຮ່ວມ​ໃນ​ຄະ​ນະ​ສືບ​ສວນ​ດັ່ງ​ກ່າວນີ້​ດ້ວຍ.

ແຕ່​ແນວ​ໃດ​ກໍ​ຕາມ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ໃນ​ທັນ​ທີ​ເທື່ອ​ວ່າ ຈະ​ມີ​ການ​ເຂົ້າ​ຮ່ວມ​ໃນ​ລະ​ດັບ​ໃດ ​ຈາກ​ອົງ​ການ​ທັງ​ສອງ​ຂອງ​ສະ​ຫະ​ລັດ​ເພື່ອ​ທຳ​ການ​ສືບ​ສວນ ​ຍ້ອນ​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ​ທີ່​ມີ​ຕໍ່​ອີ​ຣ່ານແລະ​ຄວາມ​ເຄັ່ງ​ຕຶງ​ທີ່​ຍັງ​ສູງ​ຢູ່​ລະ​ຫວ່າງ​ປະ​ເທດ​ທັງ​ສອງ.

ການ​ເຄື່ອນ​ໄຫວ​ຫລ້າ​ສຸດນີ້ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ສະ​ແດງ​ຄວາມ​ສົງ​ໄສອອກ​ມາຢ່າງ​ເປັນ​ການ​ເປີດ​ເຜີຍ​ວ່າອີ​ຣ່ານ​ອາດເປັນ​ຜູ້ຍິງ​ເຮືອ​ບິນ​ໂດຍ​ສານ​ຂອງ​ຢູ​ເຄ​ຣນ​ຕົກດ້ວຍ​ຄວາມ​ຜິດ​ພາດ.

ທ່ານ​ທ​ຣຳ​ກ່າວ​ກ່ຽວ​ກັບ​ຖ້ຽວ​ບິນ 752 ຂອງ​ສາຍ​ການ​ບິນ​ລະ​ຫວ່າງ​ປະ​ເທດ​ຂອງ​ຢູ​ເຄ​ຣນ​ວ່​າ “ບາງ​ຄົນ ທີ່​ຢູ່​ອີກ​ຂ້າງ​ນຶ່ງ ອາດ​ມີ​ຄວາມ​ຜິດ​ພາດ. ບາງ​ຄົນ​ກ່າວ​ວ່າ ມັນ​ເປັນ​ບັນ​ຫາ​ທາງ​ດ້ານ​ເຄື່ອງ​ຈັກ. ສ່ວນ​ຕົວ​ແລ້ວ ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່ານັ້ນ​ເປັນ​ຄຳ​ຖາມ​ເລີຍ.”

ອຸ​ບັດ​ຕິ​ເຫດ​ດັ່ງ​ກ່າວນີ້​ເກີດ​ຂຶ້ນ​ບໍ່​ພໍ​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ອີ​ຣ່ານ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໂຈມ​ຕີ​ຖານ​ທັບ​ອາ​ກາດ​ອີ​ຣັກ ຊຶ່ງ​ເປັນ​ບ່ອນ​ພັກ​ເຊົາ​ຂອງ​ທະ​ຫາ​ນອ​າເມ​ຣິ​ກັນ ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ສັງ​ຫານ​ທ່ານ​ກາ​ສ​ເຊັມ ຊູ​ເລ​ມານີ ຜູ້​ບັນ​ຊາ​ການ​ກຳ​ລັງ​ອາ​ລ​ກຸດ​ຂອງອີ​ຣ່ານ ​ໃນ​ສັບ​ປະ​ດາ​ແລ້ວ ໂດຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ສະ​ຫະ​ລັດ.

ເຈົ້າ​ໜ້າ​ທີ່​ອີ​ຣ່ານ ​ຍັງ​ຢືນ​ຢັດ​ວ່າ ເຮືອ​ບິນ​ໂບອີ້ງ 737-800 ທີ່ບິນ​ໃນ​ລະ​ດັບ​ສູງ​ 2,400 ແມັດ​ນັ້ນ ໄດ້​ປະ​ສົບ​ບັນ​ຫາ​ດ້ານ​ເຄື່ອງ​ຈັກ ໃນ​ຕອນ​ເຊົ້າ​ວັນ​ພຸດ​ຜ່ານ​ມາ ອີງ​ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ. ຜູ້​ໂດຍ​ສານ​ແລະ​ຈຸ​ບິນ​ທັງ​ໝົດ 176 ຄົນ ທີ່​ພວມ​ມຸ່ງໜ້າ​ໄປ​ສູ່​ນະ​ຄອນ​ຫຼວງ​ກີ​ຢິບ ໄດ້​ເສຍ​ຊີ​ວິດ ຮວມ​ທັງ ຊາວ​ກາ​ນາ​ດາ 63 ຄົນ.

ແຫຼ່ງ​ຂ່າວ​ຂອງ​ລັດ​ຖະ​ບານ​ໄດ້​ແຈ້ງ​ໃຫ້​ວີ​ໂອ​ເອ​ຊາບ​ວ່າ ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ໄດ້ກວດ​ເບິ່ງ​ຂໍ້​ມູນແລະ​ຮູບ​ພາບ​ຈາກ​ດາວ​ທຽມ ຈຶ່ງ​ພາ​ໃຫ້​ພວກ​ເຂົາ​ເຈົ້າ​ເຊື່ອ​ວ່າ​ເຮືອບິນ​ໂດຍ​ສານ​ລຳ​ດັ່ງ​ກ່າວ ທີ່​ຫາ​ກໍ​ບິນ​ຂຶ້ນ​ຈາກ​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານນັ້ນ ໄດ້ຖືກ​ລູກ​ສອນ​ໄຟ​ ຍິງ​ຈາກ​ພາກ​ພື້ນ​ດິນ​ຫາ​ອາ​ກາດ ທີ່​ເຮັດ​ໂດຍ​ຣັ​ດ​ເຊຍ ຫຼັງ​ຈາກຖືກ​ແນ​ເປົ້າ​ໝາຍ​ໃສ່​ດ້ວຍ​ຄວາມ​ຜິດ​ພາດ.

ເຈົ້າ​ໜ້າ​ທີ່​ທ່ານ​ນຶ່ງ​ຂອງ​ສະ​ຫະ​ລັດ ໃຫ້​ການ​ຢືນ​ຢັນຕໍ່​ວີ​ໂອ​ເອ​ວ່າ ທ່ານ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ເຮືອ​ບິນ​ລຳ​ດັ່ງ​ກ່າວ​ໄດ້​ຖືກ​ອີ​ຮັກ​ຍິງ​ຕົກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG