ກຸ່ມລັດອິສລາມ ຫຼື IS ອາດເປັນຜູ້ທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ ຈາກການຂັດແຍ້ງລະຫວ່າງສະຫະລັດ ກັບອີຣ່ານ ໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງປະເທດທັງສອງ ພວມສູງຂຶ້ນສູ່ລະດັບໃໝ່ ຍ້ອນສະຫະລັດໄດ້ສັງຫານ ທ່ານກາສເຊັມ ຊູເລມານີ ຜູ້ບັນຊາການທີ່ມີອິດທິພົນຫຼາຍທີ່ສຸດຜູ້ນຶ່ງຂອງອີຣ່ານ ອີງຕາມຄຳເວົ້າຂອງພວກນັກຊ່ຽວຊານ.
ແນວໂຮມຕໍ່ຕ້ານກຸ່ມລັດອິສລາມ ທີ່ນຳພາໂດຍສະຫະລັດ ໃນອີຣັກ ແລະຊີເຣຍກ່າວຢູ່ໃນຖະແຫຼງການສະບັບນຶ່ງທີ່ອອກໃນວັນອາທິດຜ່ານມານີ້ວ່າ ຕົນໄດ້ໂຈະການປະຕິບັດງານທັງໝົດເປັນການຊົ່ວຄາວ ໃນການໂຈມຕີກຸ່ມລັດອິສລາມແລະການຝຶກແອບກຳລັງທະຫານທ້ອງຖິ່ນຍ້ອນ “ການຍິງຈະຫຼວດໂຈມຕີຊ້ຳແລ້ວຊ້ຳອີກຫຼາຍໆຄັ້ງ” ໃນໄລຍະສອງເດືອນທີ່ຜ່ານມາໂດຍກຳລັງທະຫານບ້ານຊີໄອ ທີ່ໄດ້ຮັບການໜຸນຫຼັງຈາກອີຣ່ານຢູ່ໃນອີຣັກ. ການເຄື່ອນໄຫວ ຊຶ່ງກຳລັງແນວໂຮມເວົ້າວ່າ ແມ່ນເພື່ອປົກປ້ອງພະນັກງານຂອງຕົນ ຫຼັງຈາກມີລາຍງານວ່າ ກຳລັງສະຫະລັດແລະພັນທະມິດຫຼາຍໆສິບຄົນ ໄດ້ຖືກສົ່ງອອກຈາກອີຣັກ ຍ້ອນການຂົ່ມຂູ່ຂອງອີຣ່ານທີ່ຈະແກ້ແຄ້ນ.
ພວກນັກຊ່ຽວຊານກ່າວວ່າ ການຖອນກຳລັງ ອາດເຮັດໃຫ້ການຕໍ່ສູ້ຕ້ານກຸ່ມລັດອິສລາມ ຕົກຢູ່ໃນອັນຕະລາຍ ຊຶ່ງຈະປ່ອຍໃຫ້ກຸ່ມດັ່ງກ່າວຈັດຕັ້ງກັນຄືນໃໝ່ຢູ່ໃນອີຣັກ ແລະຊີເຣຍ.
ທ່ານຊາຮາງ ຮາມັສຊາອີດ (Sahang Hamasaeed) ຜູ້ອຳນວຍການ ໂຄງການພາກຕາເວັນອອກກາງຂອງສະຖາບັນສັນຕິພາບສະຫະລັດ ກ່າວວ່າ “ເປັນທີ່ຈະແຈ້ງ ການປະຕິບັດງານຂອງສະຫະລັດແລະການເພີ້ມທະວີຄວາມເຄັ່ງຕຶງເມື່ອໄວໆມານີ້ ແລະຄວາມສຳພັນລະຫວ່າງອີຣ່ານກັບສະຫະລັດ ມີຜົນກະທົບໃນທາງລົບ ແລະມີຜົນກະທົບໃນທາງລົບມາແລ້ວ ຕໍ່ການໂຈມຕີຕ້ານກຸ່ມລັດອິສລາມທີ່ຍັງເຫຼືອຢູ່ ຍ້ອນໄດ້ນຳໃຊ້ຊັບພະຍາກອນຈາກການຕໍ່ຕ້ານດັ່ງກ່າວ.
ທ່ານຮາມັສຊາອີດ ກ່າວວ່າ ກຸ່ມລັດອິສລາມ ຊຶ່ງໄດ້ຮັບການປະລາໄຊຢູ່ໃນອີຣັກ ເມື່ອເດືອນທັນວາປີ 2017 ແລະຢູ່ໃນຊີເຣຍ ເມື່ອເດືອນມີນາ ປີ 2019 ນັ້ນໄດ້ຟື້ນໂຕຄືນໃນລະຫວ່າງສອງສາມເດືອນຜ່ານມານີ້ທັງໆທີ່ກຳລັງອີຣັກໄດ້ຮັບການຊ່ວຍເຫຼືອຈາກພວກແນວໂຮມພາຍໃຕ້ການນຳພາຂອງສະຫະລັດ ແລະກຳລັງທີ່ນຳພາໂດຍຊາວເຄີດໃນພາກຕາເວັນອອກສຽງເໜືອຂອງຊີເຣຍ. ທ່ານເຕືອນວ່າ ການຖອນຕົວຂອງສະຫະລັດ ຍ້ອນຄວາມເຄັ່ງຕຶງທີ່ເພີ້ມທະວີຂຶ້ນເມື່ອໄວໆມານີ້ ກັບອີຣ່ານຈະຖືກສວຍໃຊ້ໂດຍກຸ່ມລັດອິສລາມແລະກຸ່ມຫົວຮຸນແຮງຈັດອື່ນໆຢູ່ໃນ ຂົງເຂດ.
ທ່ານກ່າວຕໍ່ວີໂອເອວ່າ “ກຳລັງອີຣັກ ອາດຈະບໍ່ມີການຖະແຫຼງຢ່າງເປັນການເປີດເຜີຍ ເພື່ອບໍ່ຢາກກສະແດງໃຫ້ເຫັນວ່າຕົນຕົກຢູ່ໃນທ່າມກາງບັນຫາທີ່ຫລໍ່ແຫຼມທາງດ້ານທະຫານແລະການເມືອງ ແຕ່ກໍເປັນທີ່ຈະແຈ້ງວ່າ ອີຣັກຍັງຕ້ອງການຊັບພະຍາກອນຕ່າງໆຂອງສະຫະລັດ ແລະພວກແນວໂຮມ ເພື່ອເອົາຊະນະກຸ່ມລັດອິສລາມນັ້ນ ຈະສືບຕໍ່ການຕໍ່ສູ້ຕ້ານກຸ່ມລັດອິສລາມທີ່ຍັງເຫຼືອຢູ່.”