ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໐ ພຶດສະພາ ໒໐໒໕

​ປ. ທ​ຣຳ ກ່າວ​ຕໍ່​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ​ວ່າ ອີ​ຣ່ານ​ປາ​ກົດ​ວ່​າ ໄດ້​ຢຸດ​ເຊົາ​ແລ້ວ


ປ. ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ກ່າວ​ຄຳ​ປາ​ໄສ ຕໍ່​ປະ​ເທດ​ຊາດ ກ່ຽວ​ກັບ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂີ​ປະ​​ນາ​ວຸດ​ຂອງ​ອີ​ຣ່ານ ຕໍ່​ຖານ​ທັບ​ອາ​ກາດ​ອີ​ຣັກ 2 ແຫ່ງ ທີ່​ສະ​ຫະ​ລັດ​ພັກ​ເຊົາ​ຢູ່ ເມື່ອ​ວັນ​ທີ 8 ມັງ​ກອນ 2020.
ປ. ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ກ່າວ​ຄຳ​ປາ​ໄສ ຕໍ່​ປະ​ເທດ​ຊາດ ກ່ຽວ​ກັບ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂີ​ປະ​​ນາ​ວຸດ​ຂອງ​ອີ​ຣ່ານ ຕໍ່​ຖານ​ທັບ​ອາ​ກາດ​ອີ​ຣັກ 2 ແຫ່ງ ທີ່​ສະ​ຫະ​ລັດ​ພັກ​ເຊົາ​ຢູ່ ເມື່ອ​ວັນ​ທີ 8 ມັງ​ກອນ 2020.

“ອີ​ຣ່ານ​ປາ​ກົດ​ວ່າຢຸດ​ເຊົາ​ແລ້ວ” ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ໃນ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຊາດ ໃນ​ຕອນ​ເຊົ້າ​ຫຼັງ​ຈາກ​ມີ​ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ສິບກວ່າ​ລູກ ໂຈມ​ຕີ​ຖານ​ທັບ​ອາ​ກາດ​ອີ​ຣັກສອງ​ແຫ່ງ ທີ່​ມີ​ທະ​ຫານ​ສະ​ຫະ​ລັດພັກ​ເຊົາ​ຢູ່.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໃຫ້​ການ​ອະ​ທິ​ບາຍ​ວ່າ “ບໍ່​ມີ​ການ​ສູນ​ເສຍ​ຊີ​ວິດ​ຂອງ​ຊາວ​ອາ​ເມ​ຣິ​ກັນ​ຫຼື​ຊາວ​ອີ​ຣັກ ຍ້ອນ​ມີ​ການ​ເອົາ​ມາດ​ຕະ​ການ​ປ້ອງ​ກັນ​ ການ​ກະຈາຍ​ກຳ​ ລັງ​ອອກ​ໄປ ແລະ​ລະ​ບົບ​ເຕືອນ​ໄພ​ລ່ວງ​ໜ້າທີ່​ເຮັດວຽກ​ໄດ້​ດີ​ຫຼາຍ.” ແລະ​ທ່ານກ່າວ​ຕື່ມ​ວ່າ ມີ​ການ​ແຕ່​ເສຍ​ຫາຍ​ພຽງ​ເລັກ​ນ້ອຍ​ເກີດ​ຂຶ້ນ.

ໃນ​ຄຳ​ປາ​ໄສ ​ທີ່​ມີ​ການ​ຄາດ​ກັນ​ໄວ້​ລ່ວງ​ໜ້າ ​ເປັນ​ຢ່າງ​ສູງນັ້ນ ທ່ານ​ທ​ຣຳ​ໃຫ້​ສັນ​ຍານ​ວ່າ ສະ​ຫະ​ລັດ​ຈະ​ບໍ່​ເອົາ​ມາດ​ຕະ​ການ​ທາງ​ທະ​ຫານ​ເພື່ອ​ເປັນ​ການ​ຕອບ​ໂຕ້ຕໍ່​ການ​ໂຈມ​ຕີ ແຕ່​ຈະ​ທຳ​ການ​ລົງ​ໂທດ​ຢ່າງ​ໜັກ ​ທາງ​ດ້ານ​ເສດ​ຖະ​ກິດຕໍ່ອີ​ຣ່ານເພື່ອສ້າງ​ຄວາມ​ເສຍ​ຫາຍເພີ້ມ​ຕື່ມ​ໃຫ້​ແກ່​ເສດ​ຖະ​ກິດ​ຂອງ​ປະ​ເທດ​ດັ່ງ​ກ່າວ.

ອີ​ຣ່ານ ​ໄດ້​ຍິງ​ລູກ​ສອນ​ໄຟ​ເຂົ້າ​ໄປ​ໃ​ສ່​ປະ​ເທດ​ອີ​ຣັກ ໃນ​ຕອນ​ເຊົ້າ​ວັນ​ພຸດ​ວານນີ້ ຫຼັງ​ຈາກ​ພວກ​ຜູ້​ນຳ​ຂອງ​ອີ​ຣ່ານ​ໄດ້​ຂົ່ມ​ຂູ່​ທີ່​ຈະ​ທຳ​ການ​ຕອບ​ໂຕ້​ສະ​ຫະ​ລັດໃນ​ການໂຈມ​ຕີ​ທາງ​ອາ​ກາດ​ທີ່​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ທ່ານ​ທ​ຣຳທີ່​ໄດ້​ສັງ​ຫານ​ຜູ້​ບັນ​ຊາ​ການ​ກຳລັງ​ອາ​ລ​ກຸດ​ຂອງ​ອີ​ຣ່ານ ທ່ານ​ກາ​ສ​ເຊັມ ຊູ​ເລ​ມາ​ນີ ຜູ້​ທີ່​ຜູ້​ນຳ​ສະ​ຫະ​ລັດ​ກ່າວ​ວ່າ“ຮັບ​ຜິດ​ຊອບ​ຕໍ່​ການ​ກໍ່​ໂທດ​ກຳ​ທີ່​ຮ້າຍ​ແຮງ​ສຸດ​ຈຳ​ນວນ​ນຶ່ງ.”

ປະ​ທາ​ນາ​ທິ​ບໍ​ດີ ຢູ່​ທີ່​ທຳ​ນຽບຂາວ ຊຶ່ງ​ຫ້ອມ​ລ້ອມ​ໂດຍ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໄມ​ຄ໌ ເພັນ​ສ໌ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໄມ​ຄ໌ ພອມ​ພຽວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມາກ ແອັ​ສ​ເປີ ແລະ​ພວກ​ຜູ້​ນຳ​ທາງ​ທະ​ຫານ ກ່າວ​ວ່າ ທ່ານຈະ​ຮ້ອງ​ຂໍ​ໃຫ້​ອົງ​ການ​ເນ​ໂຕ້ມີ​ສ່ວນ​ພົວ​ພັນ​ຫຼາຍ​ຂຶ້ນ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ກາງແຕ່​ທ່ານ​ກໍ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆ.

ນອກນັ້ນ ທ່ານ​ທ​ຣຳ​ຍັງ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ທີ່​ລົງ​ນາມ​ໃນ​ແຜນ​ການ​ຮ່ວມເອົາ​ມາດ​ຕະ​ການ​ຮອບ​ດ້ານ ​ໃນ​ປີ 2015 ໃຫ້​ປະ​ຕິ​ບັດ​ຕາມ​ການ​ນຳ​ພາ​ຂອງ​ສະ​ຫະ​ລັດ ແລະ​ຖອນ​ຕົວ​ຈາກ​ຂໍ້​ຕົ​ລົງ​ນິວ​ເຄ​ລຍ ທີ່​ໄດ້​ເຊັນ​ກັນ​ກັບ​ອີ​ຣ່ານນັ້ນ.

ທ່ານ​ທ​ຣຳ ກ່າວ​ວ່າ “ເວ​ລາ​ໄດ້​ມາ​ເຖິງ​ແລ້ວ​ສຳ​ລັບ​ອັງ​ກິດ ເຢຍ​ຣະ​ມັນ ຝ​ຣັ່ງ ຣັດ​ເຊຍ ແລະ​ຈີນ ທີ່​ຈະ​ຮັບ​ຮູ້​ສະ​ພາບ​ການ​ໂຕ​ຈິງ.”

ທ່ານ​ໄມ​ໂກ ກູ​ແກ​ລ​ແມນ ຮອງ​ຜູ້​ອຳ​ນວຍ​ການແລະ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ໂຄງ​ການ​ເອ​ເຊຍ​ໃຕ້ ທີ່​ສະ​ຖາ​ບັນ​ວິ​ລ​ສັນ ກ່າວ​ຕໍ່​ພະ​ແນກ​ພາ​ສາ​ເອີ​ດູຂອງວີ​ໂອ​ເອ​ວ່າ ການ​ຮັກ​ສາ​ໄວ້​ຊຶ່ງ​ຂໍ້​ຕົກ​ລົງ ​ທີ່​ຈຳ​ກັດ​ກິດ​ຈະ​ການ​ທາງ​ດ້ານ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານ​ເພືີ່ອ​ເປັນ​ການ​ແລກ​ປ່ຽນ​ກັບບັນ​ເທົາ​ການ​ລົງ​ໂທດ​ນັ້ນ ແມ່ນ​ບູ​ລິ​ມະ​ສິດ​ທີ່​ມີ​ຄວາມສຳ​ຄັນ​ອັນ​ດັບ​ນຶ່ງ ສຳ​ລັບ​ພັນ​ທະ​ມິດ​ໃນ​ຢູ​ໂຣບ.

ອ່ານ​ຂ່າວນີ້​ຕື່ມ​ເ​ປັນ​ພາ​ສາ​ອັງ​ກິດ

XS
SM
MD
LG