ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່ຍີ່​ປຸ່ນ ອອກ​ໝາຍຮຽກ​ ໃຫ້​ຈັບ​ກຸມ​ ພັນ​ລະ​ຍາ ​ອະ​ດີ​ດ​ປະ​ທານ ບໍ​ລິ​ສັດນິ​ສ​ສັນ


​ອະ​ດີ​ດ​ປະ​ທານ​ຂອງບໍ​ລິ​ສັດນິ​ສ​ສັນ, ທ່ານ ຄາລົສ ກົສສິນ ກັບ ທ່ານ​ນາງ Carole Ghosn, ພັນ​ລະ​ຍາ​ຂອງ​ທ່ານ ກຳ​ລັງເຂົ້າບ້ານ​ພັກຂອງ​ພວກ​ເພິ່ນ​ໃນ​ນະ​ຄອນ​ໂຕ​ກຽວໃນ​ວັນ​ທີ 8 ມີ​ນາ, 2019
​ອະ​ດີ​ດ​ປະ​ທານ​ຂອງບໍ​ລິ​ສັດນິ​ສ​ສັນ, ທ່ານ ຄາລົສ ກົສສິນ ກັບ ທ່ານ​ນາງ Carole Ghosn, ພັນ​ລະ​ຍາ​ຂອງ​ທ່ານ ກຳ​ລັງເຂົ້າບ້ານ​ພັກຂອງ​ພວກ​ເພິ່ນ​ໃນ​ນະ​ຄອນ​ໂຕ​ກຽວໃນ​ວັນ​ທີ 8 ມີ​ນາ, 2019

ເຈົ້າ​ໜ້າ​ທີ່ຍີ່​ປຸ່ນໄດ້​ຍື່ນ​ໝາຍຮຽກ​ໃຫ້​ຈັບ​ກຸມ​ພັນ​ລະ​ຍາ​ຂອງ​ອະ​ດີ​ດ​ປະ​ທານ​ຂອງບໍ​ລິ​ສັດນິ​ສ​ສັນ, ທ່ານ ຄາລົສ ກົສສິນ ທີ່​ໄດ້​ໂຕນ​ໜີ​ອອກ​ຈາກ​ປະ​ເທດ​ໄປ​ໃນ​ອາ​ທິດ​ແລ້ວນີ້ ໃນ​ຂະ​ນະ​ທີ່​ລໍ​ຖ້າ​ການ​ດຳ​ເນີນ​ຄະ​ດີ​ກ່ຽວ​ກັບ​ຂໍ້​ຫາ​ໃນ​ການ​ປະ​ພຶດ​ທາງ​ການ​ເງິນ​ຢູ່ນັ້ນ.

ບັນດາໄອ​ຍະ​ການໄດ້​ກ່າວ​ຫາ ທ່ານນາງ ແຄໂຣນ ກົສສິນ ວ່າ ໄດ້​ໃຫ້​ການ​ຜິດ ຢູ່​ໃນ​ສານ​ຂອງ​ນະ​ຄອນ​ໂຕ​ກຽວ​ໃນ​ປີ​ກາຍນີ້ ຢູ່​ໃນ​ຄະ​ດີ​ຂອງ​ສາ​ມີ​ທ່ານ​ນາງ.

ທ່ານກົສສິນ ໄດ້​ໂຕນ​ໜີ​ໄປ​ຢູ່​ໃນ​ເລ​ບາ​ນອນ ໃນ​ວັນ​ທີ 29 ທັນ​ວາ ​ຜ່ານ​ມາ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ ​ທີ່​ໄດ້​ເຮັດ​ໃຫ້​ທັງທີມ​ງານ​ທະ​ນາຍ​ຄວາມ​ຂອງ​ທ່ານ ແລະ​ພວກ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ​ຢູ່​ໃນ​ຍີ່​ປຸ່ນ ບ່ອນ​ທີ່​ທ່ານ​ຢູ່​ພາຍ​ໃຕ້​ການ​ກັກ​ກັນທີ່​ເຂັ້ມ​ງວດ​ໃນ​ເງື່ອນ​ໄຂ​ຂອງ​ຂໍ້​ຕົກ​ລົງ​ໃນ​ການ​ປະ​ກັນ​ຕົວ​ຂອງ​ທ່ານ ເກີດ​ຄວາມ​ງື​ນ​ງົງ. ທ່ານ​ໄດ້​ຖືກ​ຈັບ​ຕອນ​ທຳ​ອິດໃນ​ເດືອນ​ພະ​ຈິກ 2018 ແລະ​ໄດ້​ຖືກ​ກ່າວ​ຫາ​ວ່າ ໄດ້​ສວຍ​ເອົາ​ເງິນ​ຈາກສາ​ຂາ​ແຫ່ງ​ນຶ່ງຂອງບໍ​ລິ​ສັດ​ນິ​ສ​ສັນຫລາຍລ້ານ​ໂດ​ລາ ເພື່ອ​ໃຊ້​ໃນ​ທາງ​ສ່ວນ​ຕົວ ແລະ​ກ່ຽວ​ກັບ​ການ​ແຈ້ງ​ລາຍ​ຮັບ​ຂອງ​ທ່ານ​ຕ່ຳ​ກວ່າ​ຕົວ​ເລກ​ຕົວ​ຈິງ.

ທ່ານກົສສິນເວົ້າ​ວ່າ ການ​ກ່າວ​ຫາ​ດັ່ງ​ກ່າວ​ເປັນການ​ສົມ​ຮູ້​ຮ່ວມ​ຄິດ​ກັນທີ່​ມີ​ການ​ວາງ​ແຜນ​ໂດຍ​ພວກ​ຜູ້​ບໍ​ລິ​ຫານທັງ​ຫລາຍ ຂອງບໍ​ລິ​ສັດນິ​ສ​ສັນ ທີ່ຄັດ​ຄ້ານ​ແຜນ​ຂອງ​ທ່ານ​ທີ່​ຈະ​ໃຫ້​ມີ​ການ​ຮວມ​ຕົວ​ເຂົ້າ​ກັນ​ຢ່າງ​ເຕັມ​ສ່ວນ​ຫລາຍ​ຂຶ້ນ​ ລະ​ຫວ່າງບໍ​ລິ​ສັດຜະ​ລິດລົດ​ຍີ່​ປຸ່ນ ກັບບໍ​ລິ​ສັດຜະ​ລິດລົດ ເຣີ​ໂນ​ລທ໌ (Renault) ຂອງ​ຝ​ຣັ່ງ​, ​ຄູ່​ຮ່ວມ​ການ​ຄ້າ​ທີ່​ເປັນ​ພັນ​ທະ​ມິດ​ກັນນັ້ນ. ທ່ານກົສສິນ ຈະ​ຈັດ​ໃຫ້​ມີ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ຂຶ້ນ​ໃນ​ວັນ​ພຸດມື້​ອື່ນນີ້ ຢູ່​ນະ​ຄອນ​ເບ​ຣຸດ ເພື່ອ​ສົນ​ທະ​ນາ​ກ່ຽວ​ກັບ ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ "ການ​ກໍ່ລັດ​ຖະ​ປະ​ຫານ" ໂຄ່ນ​ລົ້ມ​ທ່ານ​ນັ້ນ.

ບໍ​ລິ​ສັດນິ​ສ​ສັນໄດ້​ຂຽນ​ຄຳ​ຖະ​ແຫລງ​ການ​ອອກ​ມາ​ໃນ​ວັນ​ອັງ​ຄານມື້ນີ້ ໂດຍ​ໃຫ້​ຄຳ​ສັນ​ຍາ​ວ່າ ຈະ​ຊອກ​ຫາ “ການ​ເຄື່ອນ​ໄຫວທາງ​ກົດ​ໝາຍ​ຢ່າງ​ເໝາະ​ສົມ” ຕໍ່ ທ່ານກົສສິນ ເຖິງ​ແມ່ນ​ວ່າ​ທ່ານ​ຈະ​ໄດ້​ໂຕນ​ໜີ​ໄປ​ຢູ່​ໃນ​ເລ​ບາ​ນອນ​ກໍ​ຕາມ.

ອ່ານ​ກ່ຽວ​ກັບ​ຂ່າວນ​ີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG