ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຣັດ​ເຊຍ ປະ​ນາມ ການ​ສັງ​ຫານ ຜູ້​ບັນ​ຊາ​ການ​ອີ​ຣ່ານ ໃນ​ການ​ໂຈມ​ຕີ ຂອງ ສະ​ຫະ​ລັດ


ພວກ​ສະ​ໜັບ​ສະ​ໜຸນ​ລັດ​ຖະ​​ບານ​ຊີ​ເຣຍ ໂບກ​ທຸງ​ຊາດ​ຊີ​ເຣຍ ຣັດ​ເຊຍ ແລະ​ອີ​ຣ່ານ ຂະ​ນະ​ທີ່​ພວກ​ເຂົ​າ​ຮ້ອງ​ຄຳ​ຂວັນ​ຕໍ່​ຕ້ານ ຫຼັງ​ຈາກ​ການ​ໂຈມ​ຕີ​ໂດຍສະ​ຫະ​ລັດ ອັງ​ກິດ ແລະ​ຝ​ຣັ່ງ ຕໍ່​ກຳ​ລັງ​ຊີ​ເຣຍ ເມື່ອ​ເດືອນ​ເມ​ສາ ປີ 2018.
ພວກ​ສະ​ໜັບ​ສະ​ໜຸນ​ລັດ​ຖະ​​ບານ​ຊີ​ເຣຍ ໂບກ​ທຸງ​ຊາດ​ຊີ​ເຣຍ ຣັດ​ເຊຍ ແລະ​ອີ​ຣ່ານ ຂະ​ນະ​ທີ່​ພວກ​ເຂົ​າ​ຮ້ອງ​ຄຳ​ຂວັນ​ຕໍ່​ຕ້ານ ຫຼັງ​ຈາກ​ການ​ໂຈມ​ຕີ​ໂດຍສະ​ຫະ​ລັດ ອັງ​ກິດ ແລະ​ຝ​ຣັ່ງ ຕໍ່​ກຳ​ລັງ​ຊີ​ເຣຍ ເມື່ອ​ເດືອນ​ເມ​ສາ ປີ 2018.

ຣັດ​ເຊຍ​ໄດ້​ປະ​ນາມ​ການ​ໂຈມ​ຕີ​ຂອງ​ສະ​ຫະ​ລັດ ທີ່​ໄດ້​ສັງ​ຫານ​ຜູ້​ບັນ​ຊາ​ການ​ຄົນ​ສຳ​ຄັນ​ຂອງ​ອີ​ຣ່ານ ຢູ່​ທີ່​ຄຸ້ມໆ​ນຶ່ງ​ໃນ​ປະ​ເທດ​ອີ​ຣັກ ໃນ​ວັນ​ສຸກວານນີ້ ຕາມ​ເວ​ລາທ້ອງ​ຖິ່ນນັ້ນ​ວ່າ “​ເປັນບາດ​ກ້າວ​ທີ່​ຂາດ​ການ​ໄຕ່​ຕອງ” ​ແລະ​ເຮັດ​ໃຫ້ “ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບຢູ່​ໃນ​ຂົງ​ເຂດ” ພາກ​ຕາ​ເວັນ​ອອກ​ກາງ ຕົກ​ຢູ່​ໃນ​ຄວາມ​ສ່ຽງ.

ສະ​ຫະ​ລັດ ​ໄດ້​ສັງ​ຫານ​ນາຍ​ພົນ​ກາ​ສ​ແຊມ ຊູ​ເລ​ມາ​ນີ ຜູ້​ບັນ​ຊາ​ການ​ກຳ​ລັງ​ອາ​ລ​ກຸດ ຂອງ​ໜ່ວຍ​ພິ​ທັກ​ປະ​ຕິ​ວັດ​ອີ​ຣ່ານ ໃນ​ການ​ໂຈມ​ຕີ ​ໂດຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບໃນ​ຂະ​ນະ​ທີ່​ຜູ້​ກ່ຽວແລະ​ຄະ​ນະ​ອອກ​ເດີນ​ທາງ​ຈາກ​ສະ​ໜາມ​ບິນ​ໃຫຍ່​ໃນ​ນະ​ຄອນຫຼວງ​ແບັກ​ແດດ​ດ້ວຍ​ຂະ​ບວນ​ລົດ.

ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຫ້າ​ແຈ ​ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ໄດ້​ສັ່ງ​ໃຫ້​ທຳ​ການ​ໂຈມ​ຕີ​ດັ່ງ​ກ່າວ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ໂຈມ​ຕີ​ທີ່ພວມ​ຈະ​ເກີດ​ຂຶ້ນ ຕໍ່​ກຳລັງ​ອາ​ເມ​ຣິ​ກັນ​ຢູ່​ໃນ​ຂົງ​ເຂດ.

ໃນ​ຂະ​ນະ​ທີ່​ພວກ​ຜູ້​ນຳ​ຂອງ​ອີ​ຣ່ານ​ ໄດ້​ປະ​ກາດ​ໄປ​ແລ້ວ​ ທີ່​ຈະ​ທຳ​ການ​ຕອບ​ໂຕ້​ດ້ວຍ​ກຳ​ລັງ​ທະ​ຫານນັ້ນ ຣັດ​ເຊຍ​ກໍ​ໄດ້​ຕັ້ງ​ຄຳ​ຖາມ​ຢ່າງ​ເປັນ​ການ​ເປີດ​ເຜີຍ ​ກ່ຽວ​ກັບ​ຄວາມ​ເຂົ້າ​ໃຈ​ຂອງ​ທຳນຽບ​ຂາວໃນ​ຄວາມ​ຮຸນ​ແຮງ​ຂອງ​ກຳ​ລັງ​ທີ່​ຕົນ​ໄດ້​ປ່ອຍອອກ​ມານັ້ນ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ທີ່​ນຳ​ອອກເຜີຍ​ແຜ່​ໂດຍ​ເວັບ​ໄຊ​ຂອງ​ຕົນວ່າ “ການ​ກະ​ທຳ​ແບບນີ້​ບໍ່​ໄດ້​ສ້າງ​ສັນ.......ໃນ​ການ​ຊອກຫາ​ຄຳ​ຕອບ ຕໍ່​ບັນ​ຫາ​ທີ່​ສະ​ຫລັບ​ຊັບ​ຊ້ອນ​ຂອງ​ພາກ​ຕາ​ເວນ​ອອກ​ກາງ​ເລີຍ. ແຕ່​ໃນ​ທ​າງ​ກົງ​ກັນ​ຂ້າມ ມັນ​ຈະ​ນຳ​ໄປ​ສູ່​ຄວາມ​ເຄັ່ງ​ຕຶງ ​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ຮອບ​ໃໝ່ຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ.”

ໃນ​ຖະ​ແຫຼງ​ການ​ອີກ​ສະ​ບັບ​ນຶ່ງ​ຕ່າງ​ຫ່າງນັ້ນ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ທ່ານ​ຊູ​ເລ​ມາ​ນີ “ໄດ້​ຮັບ​ໃຊ້ ​ແລະ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ຂອງ​ອີ​ຣ່ານ” ແລະ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ຕໍ່​ປະ​ຊາ​ຊົນ​ຊາວ​ອີ​ຣ່ານກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຂອງ​ທ່ານ.

ສ່ວນ​ອົງ​ການ​ຂ່າວ​ຂອງວັງ​ເຄ​ຣັມ​ລິນ​ໃນ​ເວ​ລາ​ຕໍ່​ມາປະ​ກາດ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ໄດ້​ປຶກ​ສາ​ຫາ​ລື​ໃນ​ການ​ໂຈມ​ຕີ​ດັ່ງ​ກ່າວ ກັບ​ປະທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ ທ່ານ​ເອັມ​ມາ​ນູ​ແອ​ລ ມາ​ກ​ຣົງ ໂດຍ​ທາງ​ໂທ​ລະ​ສັບຊຶ່ງ​ທັງ​ສອງ​ຝ່າຍ​ໄດ້​ເຫັນ​ພ້ອມ​ນຳ​ກັນ​ວ່າ “ການ​ກະ​ທຳ​ດັ່ງ​ກ່າວນີ້ ຈະ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່ໃນ​ຂົງ​ເຂດ​ເພີ້ມ​ທະ​ວີ​ຂຶ້ນ​ຢ່າງ​ຮ້າຍ​ແຮງ.”

ປະ​ຕິ​ກິ​ລິ​ຍາ​ດັ່ງ​ກ່າວ​ແມ່ນ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ພັນ​ອັນ​ໃກ້​ຊິດ​ຂອງ​ຣັດ​ເຊຍ ທີ່​ເພີ້ມ​ທະ​ວີ​ຂຶ້ນ​ກັບ​ອີ​ຣ່ານ ໃນ​ຄວາມ​ສຳ​ພັນ​ທາງ​ທະ​ຫານ​ເປັນ​ເວ​ລາສີ່ປີ​ຢູ່​ໃນ​ຊີ​ເຣຍ ບ່ອນ​ທີ່​ທັງ​ມົ​ສ​ກູ​ແລະ​ເຕ​ຫະ​ຣ່ານ ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ພັນ​ທະມິດ​ ຄື​ປະ​ທາ​ນາ​ທິ​ບໍ​ດີ​ບາ​ຊາ ອາ​ລ-ອາ​ຊາດ ແຫ່ງຊີ​ເຣຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG