ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທ​ຣຳ ກ່າວ​ຊົມ​ເຊີຍ ການ​ເສຍ​ຊີ​ວິດ ຂອງ​ນາຍ​ພົນ​ອີ​ຣ່ານ ໂດຍ​ເວົ້າ​ວ່າ 'ຊ່ວງ​ຂອງ​ຄວາມ​​ຢ້ານ​ກົວ ສິ້ນ​ສຸດ​ລົງ​ແລ້ວ'


ປ. ດໍ​ໂນ​ລ ທ​ຣຳ ໃຫ້​ຄວາມ​ເຫັນ ກ່ຽວ​ກັບ​ເລື້ອງ​ອີ​ຣ່ານ ທີ່​ບ້ານ​ພັກ ມາ-ອາ-ລາ​ໂກ ໃນ​ລັດ​ຟ​ລໍ​ຣິ​ກາ ເມື່ອ​ວັນ​ທີ 3 ມັງ​ກອນ 2020.
ປ. ດໍ​ໂນ​ລ ທ​ຣຳ ໃຫ້​ຄວາມ​ເຫັນ ກ່ຽວ​ກັບ​ເລື້ອງ​ອີ​ຣ່ານ ທີ່​ບ້ານ​ພັກ ມາ-ອາ-ລາ​ໂກ ໃນ​ລັດ​ຟ​ລໍ​ຣິ​ກາ ເມື່ອ​ວັນ​ທີ 3 ມັງ​ກອນ 2020.

ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ສະ​ຫຼອງ​ການ​ເສຍ​ຊີ​ວິດ​ຂອງ​ຜູ້ບັນ​ຊາ​ການກຳ​ລັງອາ​ລ​ກຸດຂອງ​ອີ​ຣ່ານໃນ​ວັນ​ສຸກວານນີ້ ໂດຍ​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາ​ກາດ ທີ່​ໄດ້​ສັງ​ຫານ​ນາຍ​ພົນ​ເງົາ​ກາ​ສ​ແຊມ ຊູ​ເລ​ມາ​ນີ ແມ່ນ​ຄວນ​ມີຂຶ້ນ​ມາແຕ່​ດົນ​ແລ້ວ.

ໃນ​ການ​ຖະ​ແຫຼງ ຢ່າງ​ເປັນ​ການ​ເປີດ​ເຜີຍ​ເທື່ອທຳ​ອິດ ນັບ​ແຕ່​ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ ທ່ານ​ຊູ​ເລ​ມາ​ນີ ແມ່ນ​ເປົ້າ​ໝາຍ​ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ສະ​ຫະ​ລັດ ໃກ້ໆ​ສະ​ໜາມ​ບິນ​ສາ​ກົນ ​ໃນ​ນະ​ຄອນ​ຫຼວງ​ແບັກ​ແດດ ໃນ​ມື້​ວັນ​ສຸກວານນີ້ ທ່ານ​ທ​ຣຳ​ຍັງ​ເຕືອນ​ອີ​ຣ່ານ​ວ່າ ປະ​ເທດ​ດັ່ງ​ກ່າວແມ່ນ​ສ່ຽງ​ຕໍ່​ການ​ໂຈມ​ຕີ​ຕື່ມ​ອີກ ຖ້າ​ຍັງ​ສືບ​ຕໍ່​ແນ​ເປົ້າ​ໝາຍ​ໃສ່ອາ​ເມ​ຣິ​ກາ.

ທ່ານ​ທ​ຣຳ​ກ່າວ​ຕໍ່​ພວກ​ນັກ​ຂ່າວ ທີ່​ບ້ານ​ພັກ​ຕາກ​ອາ​ກາດ ມາ-ອາ-ລາ​ໂກ ຢູ່​ລັດ​ຟ​ລໍ​ຣິ​ດາ​ວ່າ “ພວກ​ເຮົາ​ເອົາ​ມາດ​ຕະ​ການ​ໃນ​ຄືນ​ແລ້ວເພື່ອ​ຍຸ​ຕິ​ສົງ​ຄາມ. ແຕ່​ແນວໃດ​ກໍ​ຕາມ ການ​ຮຸກ​ຮານ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ອີ​ຣ່ານ​ຢູ່​ໃນ​ຂົງ​ເຂດ ຮວມ​ທັງການ​ໃຊ້​ນັກ​ລົບ​ລູກ​ສະ​ໝຸນ ເພື່ອ​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ ​ຕໍ່​ປະ​ເທດ​ເພື່ອນ​ບ້ານນັ້ນ ຈະຕ້ອງ​ຢຸດ​ເຊົາ ແລະ​ຕ້ອງ​ເຊົາ​ດຽວນີ້.”

ທ່ານ​ທ​ຣຳ​ໄດ້​ຖິ້ມ​ໂທດ​ໃສ່​ທ່ານ​ຊູ​ເລ​ມາ​ນີ ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຂອງ​ຊາວ​ອາ​ເມ​ຣິ​ກັນ ຊາວ​ອີ​ຣັກແລະ​ຊາວ​ອີ​ຣ່ານ​ຫຼາຍໆ​ພັນ​ຄົນ ໂດຍ​ກ່​າວ​ວ່າ ນາຍ​ພົນທີ່​ກຳ​ຕຳ​ແໜ່ງມາ​ເປັນເວ​ລາ​ດົນ​ນານ ​ຂອງ​ອຳ​ນາດ​ການ​ປົກ​ຄອງນີ້ “ໄດ້​ສັງ​ຫານ​ປະ​ຊາ​ຊົນ​ຜູ້​ບໍ່​ມີ​ຄວາມຜິດ​ຍ້ອນ​ຄວາມ​ມັກ​ແບບ​ບ້າໆ​ບໍໆ​ຂອງຜູ້​ກ່ຽວ” ໃນ​ຂະ​ນະ​ທີ່​ຊ່ວຍ​ຄຸ້ມ​ຄອງ​ຕາ​ໜ່າງກໍ່​ການ​ຮ້າຍ​ຊຶ່ງ​ມີ​ຢູ່​ໃນ​ທົ່ວ​ພາກ​ຕາ​ເວັນ​ອອກ​ກາງ ຢູ​ໂຣບ ແລະ​ອາ​ເມ​ຣິ​ກາ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ວ່າ “ພວກ​ເຮົາແມ່ນ​ມີ​ຄວາມ​ຮູ້​ສຶກ​ດີ​ຂຶ້ນ​ທີ່​ໄດ້​ຮູ້​ວ່າ​ການ​ກໍ່​ການ​ຮ້າຍ​ຂອງ​ຜູ້​ກ່ຽວ​ໄດ້​ຈົບ​ສິ້ນ​ລົງ​ແລ້ວ” ແລະ​ທ່ານ​ກ່າວ​ຕື່ມ​ວ່າ ສະ​ຫະ​ລັດ​ຍັງ​ໄດ້​ລະ​ບຸ​ເປົ້າ​ໝາຍ​ທີ່​ເປັນ​ຊາວ​ອີຣ່ານ​ຕື່ມ​ອີກ.

ທ່ານ​ກ່າວ​ວ່າ “ຖ້າ​ຊາວ​ອາ​ເມ​ຣິ​ກັນ​ຢູ່​ໃນ​ແຫ່ງ​ຕ່າງໆ​ຫາກ​ຖືກ​ຂົ່ມ​ຂູ່..... ຂ້າ​ພ​ເຈົ້າ​ແມ່ນ​ພ້ອມ​ແລ້ວ​ແລະ​ໄດ້​ກະ​ກຽມ​ທີ່​ຈະ​ເອົາ​ທຸກ​ມາດ​ຕະ​ການ​ອັນ​ຈຳ​ເປັນ.”

ມາ​ຮອດ​ເວ​ລານີ້ ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ຍັງ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ຫຍັງ​ຫຼາຍ​ກ່ຽວ​ກັບ​ການ​ໂຈມ​ຕີ​ທີ່​ສັງ​ຫານ​ທ່ານ​ຊູ​ເລ​ມາ​ນີ ແລະ​ທ່ານ​ອາ​ບູ ມາ​ດີ ອາ​ລ-ມູ​ຮານ​ດິ​ສ ຮອງ​ຜູ້​ບັນ​ຊາ​ການ​ກຳ​ລັງ​ທະ​ຫານ​ບ້ານ ທີ່​ໄດ້​ຮັບ​ການ​ໜຸນຈາກ​ອີ​ຣ່ານ ທີ່​ເອີ້ນ​ກັນ​ວ່າ ກຳ​ລັງ​ລະ​ດົມ​ພົນ​ມະ​ຫາ​ຊົນ.

ແຕ່​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ​ຂອງ​ສະ​ຫະ​ລັດ ທ່ານ​ໂຣ​ເບີດ ໂອບ​ຣາຍ​ແອນ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ຕອນ​ແລງວັນ​ສຸກວານນີ້​ວ່າ ແຜນ​ການ​ເດີນທາງ​ຂອງ​ທ່ານ​ຊູ​ເລ​ມາ​ນີ ແມ່ນ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ກຳ​ນົດ​ເວ​ລາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG