ສະຫະລັດ ກຳລັງກຽມພ້ອມທີ່ຈະດຳເນີນການທາງທະຫານ "ແບບບຸກກ່ອນ" ເພື່ອ ປ້ອງກັນການໂຈມຕີໃນອະນາຄົດ ທີ່ຈະມີຂຶ້ນຕໍ່ກຳລັງທະຫານຂອງສະຫະລັດ, ອີງຕາມຄຳເວົ້າຂອງລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ, ທ່ານ ມາກຄ໌ ແອັສເພີ (Mark Esper) ໃນວັນພະຫັດວານນີ້.
ທ່ານແອັສເພີ (Esper) ເຕືອນວ່າ ທຳນຽບຫ້າແຈ ສືບຕໍ່ພົບເຫັນວ່າ ມີສິ່ງສໍ່ສະແດງໃຫ້ຮູ້ວ່າ ອີຣ່ານ ແລະພວກທະຫານບ້ານທີ່ໄດ້ຮັບການໜູນຫລັງຈາກອີຣ່ານ ອາດຈະວາງແຜນທຳການໂຈມຕີອີກ ຕໍ່ກຳລັງທະຫານຂອງສະຫະລັດຢູ່ໃນພາກ
ຕາເວັນອອກກາງ.
ທ່ານເວົ້າວ່າ "ເກມກົນລະຍຸດໄດ້ປ່ຽນໄປ ແລະພວກເຮົາກຽມພ້ອມທີ່ຈະເຮັດໃນສິ່ງຈຳເປັນຕ້ອງໄດ້ເຮັດ ເພື່ອປົກປ້ອງທະຫານແລະຜົນປະໂຫຍດຂອງພວກເຮົາແລະ ພວກທີ່ເປັນພາຄີຂອງພວກເຮົາ ຢູ່ໃນຂົງເຂດດັ່ງກ່າວ.”
ມີການໂຈມຕີປະມານສິບກວ່າຄັ້ງ ຈາກກຸ່ມທີ່ໄດ້ຮັບການໜູນຫລັງຈາກອີຣ່ານຕໍ່ຖານທັບຕ່າງໆ ຢູ່ໃນອີຣັກ ທີ່ເປັນບ່ອນຢູ່ຂອງກຳລັງທະຫານສະຫະລັດ ແລະຂອງສາກົນໃນເດືອນພະຈິກ ແລະທັນວາຜ່ານມາ, ຊຶ່ງລວມທັງການໂຈມຕີຄັ້ງນຶ່ງ ທີ່ຄິດວ່າກຸ່ມກາຕີບ ເຮສໂບລລາ (Kataeb Hezbollah) ເປັນຜູ້ກໍ່ ຢູ່ໃນເມືອງ ເຄີຄຸກ (Kirkuk), ຊຶ່ງໄດ້ສັງຫານຜູ້ເປັນສັນຍາຈ້າງຊາວອາເມຣິກັນຄົນນຶ່ງ ແລະໄດ້ເຮັດໃຫ້ທະຫານຂອງສະຫະລັດ ແລະຂອງອີຣັກ ໄດ້ຮັບບາດເຈັບຫລາຍຄົນ.
"ພວກເຮົາຮູ້ວ່າໄດ້ມີການປຸກລະດົມແບບຕະຫລອດການ ຢ່າງໜ້ອຍ ກໍມີມາແຕ່ເດືອນຕຸລາຜ່ານມາແລ້ວ. ພວກເຮົາຮູ້ຢ່າງແນ່ນອນວ່າ ການປຸກລະດົມມີຈັງຫວະຄວາມໄວ ແລະຄວາມຮ້າຍແຮງເພີ້ມຂຶ້ນ," ນັ້ນຄືຄຳເວົ້າຂອງປະທານເສນາທິການຮ່ວມ, ທ່ານ ມາກຄ໌ ມີລລີ (Mark Milley) ທີ່ກ່າວຕໍ່ພວກນັກຂ່າວໃນຕອນຕົ້ນໆອາທິດນີ້.
ການໂຈມຕີທາງອາກາດຂອງສະຫະລັດໄດ້ແນເປົ້າໝາຍໃສ່ ກຸ່ມກາຕີບ ເຮສໂບລລາ (Kataeb Hezbollah) ໄດ້ພາໃຫ້ມີສະພາບສູ້ຢັນກັນຢູ່ທີ່ສະຖານທູດເອກອັກຄະລັດຖະທູດຂອງສະຫະລັດໃນນະຄອນຫລວງແບັກແດດ. ທະຫານຂອງກອງທະຫານບ້ານ ແລະພວກສະໜັບສະໜຸນພວກເຂົາ ໄດ້ໂຈມຕີເຂດຄຸ້ມທີ່ສະຖານເອກອັກຄະລັດຖະທູດດັ່ງກ່າວຕັ້ງຢູ່ ໃນວັນອັງຄານຜ່ານມາ ຊຶ່ງໄດ້ເຮັດໃຫ້ສູນຮັບຕ້ອນແຂກຄົນເພພັງລົງ, ມີການຈູດໄຟຂຶ້ນຫລາຍກອງ ແລະຂີດຂຽນໃສ່ຝາຕ່າງໆ ເພື່ອປະທ້ວງຕໍ່ການໂຈມຕີທາງອາກາດ.
ພາບຖ່າຍຂອງເຂດຄຸ້ມທີ່ສະຖານເອກອັກຄະລັດຖະທູດຕັ້ງຢູ່ ສະແດງໃຫ້ເຫັນວ່າ ມີການຂຽນໃສ່ຝາເປັນພາສາອາຣັບວ່າ "ບໍ່, ບໍ່ໃຫ້ມີອາເມຣິກາ" ແລະຂຽນວ່າ "ໂຊໄລມານີເປັນຜູ້ນຳຂອງຂ້ອຍ," ຊຶ່ງໝາຍເຖິງທ່ານ ຄາແຊມ ໂຊໄລມານີ, ຜູ້ບັນຊາການຂອງກຳລັງ ຄູດສ໌ ຂອງອີຣ່ານ ຊຶ່ງເປັນປີກທີ່ສຳຄັນຂ້າງນຶ່ງ ຂອງກອງກຳລັງພິທັກປະຕິວັດອິສລາມ ຫລື IRGC ທີ່ຮັບຜິດຊອບດູແລການປະຕິບັດງານໃນຕ່າງປະເທດ.