ສະຫະລັດໄດ້ທຳການລົງໂທດຕໍ່ຜູ້ບັນຊາການສູງສຸດກອງທັບຄິວບາ ໂດຍກ່າວຫາທ່ານວ່າ ລະເມີດສິດທິມະນຸດຢູ່ປະເທດເວເນຊູເອລາ.
ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ກຳລັງພາຍໃຕ້ການນຳພາຂອງນາຍພົນລຽວໂປນໂດ ຊິນຕຣາ ຟຣີອາສ ລັດຖະມົນຕີກະຊວງປ້ອງກັນປະເທດຄິວບາ ໄດ້ຊ່ວຍສະໜັບສະໜຸນອຳນາດການປົກຄອງຂອງປະທານາທິບໍດີນິໂກລາສ ມາດູໂຣ ຊຶ່ງຮວມທັງ “ທຳການທໍລະມານຫຼືໃຊ້ວິທີການ ທີ່ໂຫດຮ້າຍປ່າເຖື່ອນ ໄຮ້ຄວາມເປັນມະນຸດ ຫຼືປະຕິບັດແບບສ້າງຄວາມເສື່ອມເສຍຫຼືການລົງໂທດຍ້ອນການເອົາທ່າທີຕໍ່ຕ້ານມາດູໂຣຂອງພວກເຂົາເຈົ້າ.”
ກະຊວງການຕ່າງປະເທດກ່າວວ່າ “ການທັບມ້າງປະຊາທິປະໄຕໃນເວເນຊູເອລາ ໂດຍການສ້າງຄວາມຢ້ານກົວໃຫ້ແກ່ປະຊາຊົນຊາວເວເນຊູເອລາເພື່ອໃຫ້ພວກເຂົາເຈົ້າເຊື່ອຟັງນັ້ນ ແມ່ນເປົ້າໝາຍ ຂອງອຳນາດການປົກຄອງຄິວບາ.”
ພາຍໃຕ້ການລົງໂທດດັ່ງກ່າວນີ້ ທ່ານຊິນຕຣາ ຟຣີອາສ ແລະຄອບຄົວຂອງທ່ານຈະຖືກຫ້າມບໍ່ໃຫ້ເຂົ້າມາໃນສະຫະລັດ.
ລັດຖະບານທ່ານທຣຳໄດ້ກ່າວຫາຄິວບາວ່າ ໄດ້ສົ່ງກຳລັງທະຫານໄປເວເນຊູເອລາເພື່ອສະໜັບສະໜຸນມາດູໂຣ. ສະຫະລັດຮັບຮູ້ຜູ້ນຳຝ່າຍຄ້ານເວເນຊູເອລາ ທ່ານຮວນ ກູໄອໂດ ເປັນປະທານາທິບໍດີທີ່ຖືກຕ້ອງຕາມກົດໝາຍຂອງປະເທດດັ່ງກ່າວ.