ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ສະ​ພາ​ເທີ​ກີ ສະ​ໜັບ​ສະ​ໜຸນ ການ​ສົ່ງ​ທະ​ຫານ ໄປ​ລີ​ເບຍ ທ່າມ​ກາງຄວາມ​ເປັນ​ຫ່ວງ ແລະ​ການ​ປະ​ນາມ


ທ່ານ​ອິ​ສ​ເມັດ ຢິ​ລ​ມາ​ສ ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ ປ້ອງ​ກັນ​ປະ​ເທດ ຂອງ​ສະ​ພາ​ແຫ່ງ​ຊາດ​ເທີ​ກີ ຈາກ​ພັກ​ລັດ​ຖະ​ບານ ກ່າວ​ຄຳ​ປາ​ໄສ ຕໍ່​ສະ​ມາ​ຊິກ​ສະ​ພາ ທີ່​ນະ​ຄອນ​ຫ​ຼວງ​ອັງ​ກາ​ຣາ ເມື່ອ​ວັນ​ທີ 2 ມັງ​ກອນ 2019.
ທ່ານ​ອິ​ສ​ເມັດ ຢິ​ລ​ມາ​ສ ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ ປ້ອງ​ກັນ​ປະ​ເທດ ຂອງ​ສະ​ພາ​ແຫ່ງ​ຊາດ​ເທີ​ກີ ຈາກ​ພັກ​ລັດ​ຖະ​ບານ ກ່າວ​ຄຳ​ປາ​ໄສ ຕໍ່​ສະ​ມາ​ຊິກ​ສະ​ພາ ທີ່​ນະ​ຄອນ​ຫ​ຼວງ​ອັງ​ກາ​ຣາ ເມື່ອ​ວັນ​ທີ 2 ມັງ​ກອນ 2019.

ການ​ສະ​ເໜີ​ຍັດ​ຕິເພື່ອ​ສະ​ໜັບ​ສະ​ໜຸນ​ການ​ສົ່ງ​ກຳ​ລັງ​ທະ​ຫານ​ໄປ​ຍັງ​ລີ​ເບຍ ​ໄດ້​ຖືກ​ຮັບ​ຮອງ​ເອົາ​ຢ່າງ​ງ່າຍ​ດາຍ​ ຢູ່​ໃນ​ສະ​ພາ​ແຫ່ງ​ຊາດ​ຂອງ​ເທີ​ກີ ໃນ​ວັນ​ພະ​ຫັດ​ວານນີ້ ແຕ່​ຄວາມ​ຢ້ານ​ກົວ​ກ່ຽວ​ກັບ​ກອງ​ກຳ​ລັງ​ຂອງ​ເທີ​ກີ ພວມ​ຈະ​ເຂົ້າ​ຮ່ວມໃນ​ສົງ​ຄາມ​ກາງ​ເມືອງຢູ່​ລີ​ເບຍ​ໄດ້​ກໍ່​ໃຫ້​ເກີ​ດ​ມີ​ການ​ອອກ​ຄຳ​ເຕືອນແລະ​ກ່າວ​ປະ​ນາມ.

ຍັດ​ຕິ​ດັ່ງ​ກ່າວ​ໄດ້​ຖືກ​ຮັບ​ຮອງ​ເອົາ​ດ້ວຍ​ຄະ​ແນນ​ 325 ຕໍ່ 184 ສຽງ ແລະ​ອະ​ນຸຍາດ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີ ທ່ານ​ຣີ​ເຊັບ ຕາຍ​ຢິບ ເອີດ​ວານ ​ມີ​ສິດສົ່ງ​ກຳ​ລັງ​ທະ​ຫານ​ໄປ​ປະ​ຕິ​ບັດ​ງານ​ຢູ່​ລີ​ເບຍ​ເປັນ​ເວ​ລາ​ນຶ່ງ​ປີເພື່ອ​ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານສາ​ມັກ​ຄີ​ຊາດ​ທີ່​ຖືກ​ຮັບ​ຮູ້​ໂດຍ​ນາໆ​ຊາດ.

ປັດ​ຈຸ​ບັນ​ນີ້ ລັດ​ຖະ​ບານ​ສາ​ມັກ​ຄີ​ຊາດ ກຳ​ລັງ​ຖືກ​ປິດ​ລ້ອມ ​ໂດຍ​ກຳ​ລັງ​ທະ​ຫານ​ຂອງ​ນາຍ​ພົນ​ຄາ​ລິບ ຮາຟຕາ ຊຶ່ງ​ໃນ​ເວ​ລານີ້​ຄວບ​ຄຸມ​ພາກ​ຕາ​ເວັນ​ອອກ​ຂອງ​ປະເທດ​ລີເບຍ.

ການ​ເຂົ້າ​ໄປ​ພົວ​ພັນ​ໃນ​ສົງ​ຄາມ​ກາງ​ເມືອງ​ຂອງ​ລີ​ເບຍ​ໂດຍ​ກຳ​ລັງ​ເທີ​ກີ ແມ່ນ​ໄດ້ພາ​ໃຫ້​ນາໆ​ຊາດ​ມີ​ຄວາມ​ເປັນ​ຫ່ວງ. ຫຼັງ​ຈາກ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຢູ່​ໃນ​ສະ​ພາ​ແຫ່ງ​ຊາດ​ແລ້ວ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກໍ​ໄດ້​ໂອ້​ລົມ​ກັບທ່ານ​ເອີດ​ວານ ທາງ​ໂທ​ລະ​ສັບ.

ທ່ານ​ໂຮ​ແກັນ ກີດ​ລີ ຮອງ​ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ ກ່າວ​ວ່າ “ປະ​ທາ​ນາ​ທິ​ບໍ​ດີທ​ຣຳ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ການ​ແຊກ​ແຊງ​ຂອງ​ຕ່າງ​ປະ​ເທດ​ແມ່ນ​ຈະເຮັດ​ໃຫ້​ສະ​ຖາ​ນະການ​ມີ​ຄວາມ​ສັບ​ສົນ​ຫຼາຍ​ຂຶ້ນ​ຢູ່​ໃນ​ປະ​ເທດ​ລີ​ເລຍ.

ສ່ວນ​ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຈິບກ່າວ​ວ່າ “ອີ​ຈິບ​ຂໍ​ປະ​ນາມ​ຢ່າງ​ແຮງ​ທີ່​ສຸດ​ ຕໍ່​ການ​ເອົາ​ບາດ​ກ້າວນີ້ ທີ່​ລະ​ເມີດ​ຕໍ່​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​. ນອກນັ້ນສາ​ທາ​ລະ​ນະ​ລັດ​ອາ​ຣັບ​ອີ​ຈິບຍັງ​ຂໍ​ເຕືອນ​ກ່ຽວ​ກັບ​ຜົນສະ​ທ້ອນ​ທີ່​ຈະ​ຕິດ​ຕາມ​ມາ ໃນ​ການ​ແຊກ​ແຊງ​ທາງ​ທະ​ຫານ​ຂອງ​ເທີ​ກີ​ຢູ່​ໃນ​ລີ​ເບຍ ແລະ​ຂໍຢືນ​ຢັນ​ວ່າ ການ​ແຊກ​ແຊງ​ດັ່ງ​ກ່າວ​ຈະ​ມີ​ຜົນ​ກະ​ທົບ​ໃນ​ທາງ​ລົບ​ຕໍ່​ສະ​ຖຽນ​ລະ​ພາບຢູ່​ໃນ​ເຂດ​ທະ​ເລ​ມີ​ດີ​ແຕ​ເຣ​ນຽນ​ນຳ​ດ້ວຍ.”

ອີ​ຈິບ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ກຳ​ລັງ​ຂອງ​ນາຍ​ພົນ​ຮາ​ຟ​ຕາ ແລະ​ໄດ້​ເຕືອນ​ກ່ອນໜ້ານີ້​ແລ້ວ​ວ່າ ຕົນ​ພ້ອມ​ແລ້ວ​ທີ່​ຈະ​ສົ່ງ​ກຳ​ລັງ​ທະ​ຫານ​ຂອງ​ຕົນ​ເຂົ້າ​ໄປ ຖ້າ​ເທີ​ກີ​ຫາກ​ສົ່ງ​ກຳ​ລັງ​ທະ​ຫານໄປ​ຍັງ​ລີ​ເບຍ.

ອັງ​ກາ​ຣາ​ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ໃດໆ​ກ່ຽວ​ກັບ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ສົ່ງ​ກຳ​ລັງ​ທະ​ຫານ​ໄປ​ຍັງ​ລີ​ເບຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG