ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ສັງ​ຫານ ຜູ້​ບັນ​ຊາ​ການ ກຳ​ລັງ​ອາ​ລ​ກຸດ ຂອງ​ອີ​ຣ່ານ


ຜູ້​ບັນ​ຊາ​ການ​ໜ່ວຍ​ປະ​ຕິ​ບັດ​ງານ​ໃນ​ຕ່າງ​ປະ​ເທດ ຫຼື​ອາ​ລ​ກຸດ ຂອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອີ​ຣ່ານ ນາຍ​ພົນກາ​ສ​ແຊມ ຊູ​ເລ​ມານີ (Qassem Suleimani) ທີ່​ເຫັນ​ໃນ​ຮູບນີ້ ແມ່ນ​ໃນລະ​ຫວ່າງ​ການ​ສະ​ຫຼອງວັນ​ຄົບ​ຮອບການປະ​ຕິ​ວັດ​ຂອງ​ອີ​ຣ່ານ ທີ່​ນະ​ຄອນ​ຫຼວງເຕ​ຫະ​ຣ່ານ ເມື່ອ​ວັນ​ທີ 11 ກຸມ​ພາ 2016.
ຜູ້​ບັນ​ຊາ​ການ​ໜ່ວຍ​ປະ​ຕິ​ບັດ​ງານ​ໃນ​ຕ່າງ​ປະ​ເທດ ຫຼື​ອາ​ລ​ກຸດ ຂອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອີ​ຣ່ານ ນາຍ​ພົນກາ​ສ​ແຊມ ຊູ​ເລ​ມານີ (Qassem Suleimani) ທີ່​ເຫັນ​ໃນ​ຮູບນີ້ ແມ່ນ​ໃນລະ​ຫວ່າງ​ການ​ສະ​ຫຼອງວັນ​ຄົບ​ຮອບການປະ​ຕິ​ວັດ​ຂອງ​ອີ​ຣ່ານ ທີ່​ນະ​ຄອນ​ຫຼວງເຕ​ຫະ​ຣ່ານ ເມື່ອ​ວັນ​ທີ 11 ກຸມ​ພາ 2016.

ສະ​ຫະ​ລັດ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ແລະ​ອາດ​ມີ​ຄວາມ​ສ່ຽງ​ຕໍ່​ອີ​ຣ່ານ ໂດຍໄດ້​ສັງ​ຫານຜູ້​ບັນ​ຊາ​ການ​ກຳ​ລັງ​ອາ​ລ​ກຸດ ຊຶ່ງ​ເປັນ​ກຳ​ລັງ​ທີ່​ສຳ​ຄັນ​ຂອງ​ອີ​ຣ່ານ ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດຢູ່​ໃນ​ອີ​ຣັກ.

ທຳ​ນຽບ​ຫ້າ​ແຈ​ ໄດ້​ໃຫ້​ການ​ຢືນ​ຢັນ​ ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຂອງ​ຜູ້​ບັນ​ຊາ​ການ​ກຳ​ລັງ​ອາ​ລ​ກຸດ ນາຍ​ພົນ​ກາ​ສ​ແຊມ ຊູ​ເລ​ມາ​ນີ ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່​ອອກເມື່ອ​ຕອນ​ຄ່ຳ​ຂອງວັນ​ພະ​ຫັດ​ວານນີ້ກ່າວ​ວ່າ ການ​ໂຈມ​ຕີ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ຕາມຄຳ​ສັ່ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ.

ຖະ​ແຫຼງ​ການ​ກ່າວ​ເຖິງ​ການ​ໂຈມ​ຕີ​ຕື່ມ​ວ່າ ເປັນ “ມາດ​ຕະ​ການ​ປ້ອງ​ກັນ​ເພື່ອ​ໃຫ້​ຄວາມ​ຄຸ້ມ​ຄອງ​ແກ່​ກຳ​ລັງ​ຂອງ​ສະ​ຫະ​ລັດ​ໃນ​ຕ່າງ​ປະ​ເທດ.”

ຖະ​ແຫຼງ​ການ​ກ່າວ​ວ່າ “ນາຍ​ພົນ​ຊູ​ເລ​ມາ​ນີ​ແມ່ນ​ຜູ້​ວາງ​ແຜນ​ການ​ຄົນ​ສຳ​ຄັນ​ໃນ​ການ​ໂຈມ​ຕີ​ພວກ​ນັກ​ການ​ທູດ​ແລະ​ທະ​ຫານ​ອາ​ເມ​ຣິ​ກັນ​ຢູ່​ໃນ​ອີ​ຣັກ ແລະ​ໃນ​ທົ່ວຂົງ​ເຂດ​ດັ່ງ​ກ່າວ.”

ຖະ​ແຫຼງ​ການ ​ຍັງ​ເວົ້າ​ວ່າ “ການ​ໂຈມ​ຕີ​ດັ່ງ​ກ່າວນີ້ ແມ່ນ​ແນ​ໃສ່​ເພື່ອ​ສະ​ກັດ​ກັ້ນແຜນການ​ໂຈມ​ຕີ​ໃນ​ອະນາ​ຄົດ​ຂອງ​ອີ​ຣ່ານ. ສະ​ຫະ​ລັດ​ຍັງ​ຈະ​ສືບ​ຕໍ່​ດຳ​ເນີນ​ທຸກມາດ​ຕະ​ການ​ທີ່​ຈຳ​ເປັນ​ ເພື່ອ​ປົກ​ປ້ອງ​ປະ​ຊາ​ຊົນ ແລະ​ຜົນ​ປະ​ໂຫຍດ​ຂອງ​ພວກ​ເຮົາ ບໍ່​ວ່າ​ຈະ​ຢູ່​ແຫ່ງ​ໃດ​ໃນ​ທົ່ວ​ໂລກ.”

ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ຫຍັງ​ຫຼາຍ​ກ່ຽວ​ກັບ​ການ​ໂຈມ​ຕີ​ທີ່​ວ່ານີ້ ແຕ່​ເຈົ້າ​ໜ້າ​ທີ່​ອີ​ຣັກ​ກ່າວ​ວ່າ ມີ​ການ​ຍິງ​ຈະ​ຫຼວດ​ໂຈມ​ຕີ​ຂະບວນ​ລົດ ທີ່​ພວມ​ເດີນ​ທາງ​ຢູ່​ໃກ້ໆ​ສະ​ໜາມ​ບິນ​ສາ​ກົນ​ນະ​ຄອນ​ຫຼວງ​ແບັກ​ແດດ​ໃນ​ຕອນ​ແລງວັນ​ພະ​ຫັດ​ວານນີ້.

​ທ່ານ​ອາ​ບູ ມາ​ດີ ອາ​ລ-ມູ​ຮານ​ດີສ ຮອງ​ຜູ້​ບັນ​ຊາ​ການ​ກຳ​ລັງ​ທະ​ຫານ​ບ້ານ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ ຈາກ​ອີ​ຣ່ານ ທີ່​ເອີ້ນ​ກັນ​ວ່າ ກຳ​ລັງ​ລະ​ດົມ​ພົນ​ມະ​ຫາ​ຊົນ ກໍ​ໄດ້​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ອີ​ຣັກ ແລະ​ທ່ານ​ຍັງ​ກ່າວຕື່ມ​ວ່າ ອາດ​ມີ​ເຈົ້າ​ໜ້າ​ທີ່​ຄົນ​ສຳ​ຄັນໆ​ຈຳ​ນວນ​ນຶ່ງ​ຖືກ​ຂ້າ​ຕາຍ​ນຳ​ດ້ວຍ.

ກ່ອນ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ​ຈະ​ອອກ​ມາ​ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ການ​ໂຈມ​ຕີທີ່​ສັງ​ຫານທ່ານ​ຊູ​ເລ​ມາ​ນີນັ້ນ ກໍ​ມີ​ຄົນ​ນຳ​ເອົາ​ຮູບ​ຂອງ​ນາຍ​ພົນ ​ທີ່ເສຍ​ຊີ​ວິດ​ແລ້ວ​ຄົນ​ນີ້ ​ອອກ​ມາ​ເຜີຍ​ແຜ່​ທາງ​ສື່​ສັງ​ຄົມ.

ກຳ​ລັງ​ທະ​ຫານ​ບ້ານ​ໃນ​ອີ​ຣັກ ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານ ຕະ​ຫຼອດ​ທັງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ຂອງ​ອີ​ຣ່ານ ຕ່າງ​ກໍ​ໄດ້​ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດຂອງ​ນາຍ​ພົນ​ຊູ​ເລ​ມາ​ນີ ແລະ​ທ່ານ​ອາ​ລ-ມູ​ຮານ​ດິ​ສ ໂດຍ​ຖິ້ມ​ໂທດ​ໃສ່​ສະ​ຫະ​ລັດ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣ່ານ ທ່ານ​ຈາ​ວາດ ຊາ​ຣີ​ຟ ເອີ້ນ​ການ​ໂຈມ​ຕີ​ຂອງ​ສະ​ຫະ​ລັດ​ວ່າ “ເປັນ​ການກໍ່​ການ​ຮ້າຍ” ໂດຍ​ສົ່ງ​ຂໍ້​ຄວາມ​ລົງ​ໃນ​ທວີດເຕີ້​ວ່າ ມັນ​ເປັນ​ການ “ເພີ້ມ​ຄວາມ​ຮຸນ​ແຮງ​ທີ່​ເປັນ​ອັນ​ຕະ​ລາຍ ​ແລະ​ໂງ່​ເງົ່າ​ທີ່​ສຸດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG