ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ​ເອັມ​ບາ​ໂລ ຊະ​ນະ ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ກີ​ນີ​ບິ​ສ​ຊາວ


ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ ອູ​ມາ​ໂຣ ຊິ​ສ​ໂຊ​ໂກ ເອັມ​ບາ ລົ​ມ​ກັບ​ພວກ​ສະ​ໜັບ​ສະ​ໜຸນ ແລະ​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ທີ່​ໂຮງ​ແຮມ​ແຫ່ງ​ນຶ່ງ ເມື່​​ອ​ວັນ​ທີ 27 ພະ​ຈິກ 2019.
ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ ອູ​ມາ​ໂຣ ຊິ​ສ​ໂຊ​ໂກ ເອັມ​ບາ ລົ​ມ​ກັບ​ພວກ​ສະ​ໜັບ​ສະ​ໜຸນ ແລະ​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ທີ່​ໂຮງ​ແຮມ​ແຫ່ງ​ນຶ່ງ ເມື່​​ອ​ວັນ​ທີ 27 ພະ​ຈິກ 2019.

ປະ​ທາ​ນາ​ທິ​ບໍ​ດີ​ທີ່​ໄດ້​ຮັບ​ເລືອກ​ໃໝ່​ຂອງ​ກີ​ນີ​ບິ​ສ​ຊາວ ຜູ້​ນຳ​ພັກ​ຝ່າຍ​ຄ້ານ ແລະ​ອະ​ດີດນາ​ຍົກ​ລັດ​ຖະ​ມົນ​ຕີ ອູ​ມາ​ໂຣ ຊິ​ສ​ໂຊ​ໂກ ເອັມ​ບາ​ໂລ ​ພວມ​ສະ​ເຫຼີມ​ສະຫຼອງ​ໄຊ​ຊະ​ນະໃນ​ຂະ​ນະ​ທີ່​ຄູ່​ແຂ່ງ​ຂອງ​ທ່ານພວມ​ຫາ​ທາງ​ທີ່​ຈະ​ປະ​ກາດໃຫ້​ຜົນ​ການ​ເລືອກ​ຕັ້ງ​ເປັນ​ໂມ​ຄະ ໂດຍ​ອ້າງວ່າ​ມີ​ການ​ປ່ອນ​ບັດ​ທີ່​ຜິດ​ກົດ​ລະ​ບຽບ.

ຄະ​ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ທ່ານ​ເອັມ​ບາ​ໂລ​ໄດ້​ຊະນະ​ດ້ວຍ​ຄະ​ແນນ​ສຽງ 8 ເປີ​ເຊັນ ຕໍ່​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂດ​ມິງ​ໂກ ຊີ​ໂມ ເປ​ໄຣ​ຮາ ຈາກ​ພັກ​ລັດ​ຖະ​ບານ PAIGC.

ທ່ານເອັມ​ບາ​ໂລກ່າວ​ວ່າ “ກີ​ນີ​ບິ​ສ​ຊາວ ເວ​ລານີ້ ມີ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ສາ​ທາ​ລະນະ​ລັດ ນັບ​ແຕ່​ວັນ​ທີ 1 ມັງ​ກອນ​ເປັນ​ຕົ້ນ​ໄປ ແລະ​ບຸກ​ຄົນ​ຜູ້ນັ້ນ ​ກໍ​ຄື​ຂ້າ​ພະ​ເຈົ້າ ອູ​ມາ​ໂຣ ຊິ​ສ​ໂຊ​ໂກ ເອັມ​ບາ​ໂລ. ກີ​ນີ​ບິ​ສ​ຊາວ ຈະ​ຢຸດ​ເປັນ​ປະ​ເທດ​ທີ່​ເຈົ້າ​ເຄີຍ​ຮູ້​ຈັກ​ມາ​ກ່ອນ. ກີ​ນີ​ບິ​ສ​ຊາວ​ບ່ອນ​ທີ່​ບຸກ​ຄົນ​ໃດ​ກໍ​ຕາມເຮັດ​ໃນ​ສິ່ງ​ໃດ​ກໍ​ໄດ້. ນັ້ນ​ແມ່ນສິ້ນ​ສຸດ​ລົງ​ໄປ​ແລ້ວ. ນັ້ນ​ແມ່ນ​ຍຸ​ຕິໄປແລ້ວ ຈະ​ບໍ່​ມີ​ອີກ​ຕໍ່​ໄປ! ກີ​ນີ​ບິ​ສ​ຊາວ​ຈະ​ເປັນປະ​ເທດ​ທີ່​ໄດ້​ຮັບ​ການ​ເຄົາ​ລົບ. ຈະ​ມີ​ການ​ເຄົາ​ລົບ​ຕໍ່​ປະ​ຊາ​ຊົນ​ທຸກໆ​ຄົນ ແລະ​ບໍ່​ມີຜູ້​ໃດ​ຈະ​ໄດ້​ຮັບ​ການ​ຍົກ​ເວັ້ນ.

ເຖິງ​ແມ່ນ​ທ່ານ​ເປ​ໄຣ​ຣາ​ຈະ​ກ່າວ​ອ້າງວ່າ​ມີ​ການ​ສໍ້​ໂກງ​ຄະ​ແນນ​ສຽງ​ກໍ​ຕາມ ແຕ່​ຄະນະ​ສັງ​ເກດ​ການ​ບໍ່​ໄດ້​ລາຍ​ງານ​ກ່ຽວ​ກັບ​ການ​ສໍ້​ໂກງ​ໃດໆ ແລະ​ທູດ​ພິ​ເສດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ເຂດ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກທ່ານ​ໂມ​ຮຳ​ເໝັດ ອິບ ຊາມບັ​ສ ກ່າວ​ວ່າ ບໍ່​ໄດ້​ມີ​ການ​ກະ​ທຳ​ທີ່​ຜິດ​ກົດ​ລະ​ບຽບ​ໃດໆ.

ທ່ານເອັມ​ບາ​ໂລ ແມ່ນ​ເຂົ້າ​ຮັບ​ໜ້າ​ທີ່ ແທນປະ​ທາ​ນາ​ທິ​ບໍ​ດີ​ໂຮ​ເຊ ມ​າ​ຣີ​ໂອ ວາ​ສ ຊຶ່ງໃນ​ສະ​ໄໝ​ການ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ທ່ານ​ແມ່ນ​ເຕັມ​ໄປ​ດ້ວຍ​ການ​ຕໍ່​ສູ້​ທາງ​ດ້ານການ​ເມືອງ ແລະ​ການ​ປະ​ຕິ​ບັດ​ງານ​ທີ່​ບໍ່​ຖືກ​ຕ້ອງ​ຂອງ​ສະ​ພາ​ແຫ່ງ​ຊາດ ຕະ​ຫຼອດທັງ​ການ​ສໍ້​ລາດ​ບັງ​ຫຼວງ​ນຳ​ດ້ວຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG