ທ່ານຣູດີ ຈູລີອານີ ທະນາຍຄວາມສ່ວນຕົວຂອງປະທານາທິບໍດີດໍໂນລ ທຣຳ ກ່າວວ່າ ທ່ານຈະໄປໃຫ້ການໃນການດຳເນີນຄະດີປະທານາທິບໍດີ ທີ່ຄາດວ່າຈະມີຂຶ້ນໃນໄວໆນີ້ ແລະເຮັດໃນສິ່ງທີ່ທ່ານສາມາດເຮັດໄດ້ ເພື່ອໃຫ້ທ່ານພົ້ນໂທດ.
ທ່ານຈູລີອານີແມ່ນບຸກຄົນສຳຄັນ ໃນການກົດດັນໃຫ້ຢູເຄຣນທຳການສືບສວນເພື່ອສ້າງຜົນປະໂຫຍດໃຫ້ແກ່ປະທານາທິບໍດີທຣຳເປັນການສ່ວນຕົວ.
ທ່ານຈູລີອານີ ກ່າວຕໍ່ພວກນັກຂ່າວ ເວລາທ່ານເດີນທາງໄປຮອດງານພາຕີ້ ໃນຄ່ຳຄືນ ເພື່ອຕ້ອນຮັບວັນຂຶ້ນປີໃໝ່ ຂອງປະທານາທິບໍດີທຣຳ ທີ່ບ້ານພັກຕາກອາກາດ ແຄມຝັ່ງມະຫາສະໝຸດແອັດແລນຕິກ ໃນລັດຟລໍຣິດາ.
ທ່ານຈູລີອານີ ກ່າວວ່າ “ຂ້າພະເຈົ້າຈະໄປໃຫ້ການ ຂ້າພະເຈົ້າຈະສະແດງໃຫ້ເຫັນ ຂ້າພະເຈົ້າຈະໃຫ້ປະຖະຄະຖາ ຂ້າພະເຈົ້າຈະໃຫ້ການສະຫລຸບ ຫລືຂ້າພະເຈົ້າຈະເຮັດໃນສິ່ງທີ່ຂ້າພະເຈົ້າເຮັດໄດ້ດີທີ່ສຸດ ຂ້າພະເຈົ້າຈະພິຈາລະນາຄະດີ.”
ທ່ານຈູລີອານີ ບໍ່ໄດ້ຮວມຢູ່ໃນພາກທະນາຍຄວາມທີ່ຈະໄປຕໍ່ສູ້ຄະດີໃຫ້ປະທານາທິບໍດີໃນການດຳເນີນຄະດີຂອງສະພາສູງ ທີ່ຍັງບໍ່ທັນມີການກຳນົດວັນເວລາເທື່ອ ນັ້ນ.
ທ່ານທຣຳປະເຊີນກັບການຟ້ອງຮ້ອງສອງຂໍ້ທີ່ໄດ້ຮັບການອະນຸມັດໃນເດືອນແລ້ວ ໂດຍສະມາຊິກສະພາສ່ວນໃຫຍ່ທີ່ສັງກັດພັກເດໂມແຄຣັດ ໃນສະພາຕ່ຳທີ່ຄວບຄຸມໂດຍພັກເດໂມແຄຣັດນັ້ນ.
ທ່ານທຣຳຖືກກ່າວຫາວ່າ ໃຊ້ອຳນາດປະທານາທິບໍດີໄປໃນທາງຜິດໂດຍກົດດັນໃຫ້ຢູເຄຣນເລີ້ມການສືບສວນຕໍ່ຜູ້ທ້າທາຍທີ່ສຳຄັນຂອງທ່ານໃນປີ 2020 ນັ້ນກໍຄືອະດີດຮອງປະທານາທິບໍດີໂຈ ໄບເດັນ ແລະຂັດຂວາງສະພາ ບໍ່ໃຫ້ສືບສວນການກະທຳທີ່ກ່ຽວກັບຢູເຄຣນຂອງທ່ານ.
ຍັງບໍ່ທັນມີການກຳນົດວັນເວລາໃນການດຳເນີນຄະດີຟ້ອງຮ້ອງທ່ານທຣຳຢູ່ໃນສະພາສູງເທື່ອ ຍ້ອນປະທານສະພາຕ່ຳ ທ່ານນາງແນນຊີ ເພໂລຊີ ທີ່ສະໜັບສະໜຸນການຟ້ອງຮ້ອງປະທານາທິບໍດີທຣຳນັ້ນ ບໍ່ຍອມສົ່ງສຳນວນຟ້ອງໄປໃຫ້ສະພາສູງ ຈົນກວ່າທ່ານນາງຈະຮູ້ວ່າການດຳເນີນຄະດີຈະນຳໄປແບບໃດ ແລະໃນຄວາມຄິດຂອງທ່ານນາງແລ້ວ ມັນຈະຕ້ອງດຳເນີນໄປແບບຍຸຕິທຳ.