ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ​ຕາ​ລີ​ບານ ໂຈມ​ຕີຄ້າຍ​​ແຫ່ງ​ນຶ່ງ ເຮັດ​ໃຫ້​ທະ​ຫານ ອັ​ຟ​ກາ​ນິ​ສ​ຖານ 10 ຄົນ ເສຍ​ຊີ​ວິດ


ແຂວງ​ແຮ​ລ​ແມນ ໃນ​ອັ​ຟ​ກາ​ນິ​ສ​ຖານ
ແຂວງ​ແຮ​ລ​ແມນ ໃນ​ອັ​ຟ​ກາ​ນິ​ສ​ຖານ

ພວກ​ກະ​ບົດ​ຕາ​ລີ​ບານ​ໄດ້​ໂຈ​ມ​ຕີ​ຄ້າຍ​ທະ​ຫານ​ແຫ່ງ​ນຶ່ງໃນ​ພາກ​ໃຕ້​ອັ​ຟ​ກາ​ນິ​ສ​ຖານໂດຍ​ໄດ້​ສັງ​ຫານ​ພວກ​ທະ​ຫານ​ຢ່າງ​ໜ້ອຍ 10 ຄົນ ແລະ​ບາດ​ເຈັບ​ອີກ 4 ຄົນ.

ຖະ​ແຫຼງ​ການ​ຂອງກອງ​ທັບ​ອັ​ຟ​ກາ​ນິ​ສ​ຖານ ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ແລະ​ຍິງ​ປະ​ທະ​ຂອງ​ພວກ​ກະ​ບົດໃນ​ຕອນ​ເຊົ້າ​ມືດ​ຂອງວັນ​ເສົາ​ມື້ນີ້ ມີ​ຂຶ້ນ​ທີ່​ແຂວງແຮ​ລ​ແມນ ຊຶ່ງ​ຫົວ​ເມືອງ​ສ່ວນ​ໃຫຍ່ ແມ່ນ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ ຂອງ​ພວກ​ກະບົ​ດ​ຕ​າ​ລີ​ບານ.

ໂຄ​ສົກ​ປະ​ຈຳ​ແຂວງ ທ່ານໂອ​ມາ ຊ​ແວັກ (Omar Zwak) ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ພວກ​ໂຈມ​ຕີ​ໄດ້​ບິບ​ຄະ​ນວນ​ລະ​ເບີດ ​ໃຫ້​ແຕກ​ຂຶ້ນ ກ່ອນ​ບຸກ​ເຂົ້າ​ໄປ​ໃນ​ຄ້າຍ ທີ່​ຕັ້ງ​ຢູ່​ໃນ​ເມືອງແຊນ​ກິນ (Sangin). ທ່ານ​ກ່າວ​ວ່າ ການ​ປະ​ທະ​ກັນ​ຍັງ​ດຳ​ເນີນ​ຢູ່ຕໍ່​ມາ ​ເປັນ​ເວ​ລາ​ຫຼາຍໆ​ຊົ່ວ​ໂມງ ແລະ​ທັງ​ສອງ​ຝ່າຍ​ຕ່າງ​ກໍ​ມີ​ການ​ບາດ​ເຈັບ​ລົ້ມ​ຕາຍ. ທ່ານຊ​ແວັກ ບໍ່​ໄດ້​ໃຫ້ລາຍ​ລະ​ອຽດ​ຫຍັງ​ຫຼາຍ​ໄປ​ກວ່ານີ້.

ແຕ່​ແນວ​ໃດ​ກໍ​ຕາມ ເຈົ້າ​ໜ້າ​ທີ່​ອັ​ຟ​ກາ​ນິ​ສ​ຖານ​ ໃນ​ທ້ອງ​ຖິ່ນ​ຄົນ​ນຶ່ງ ກ່າວ​ຕໍ່​ວີ​ໂອ​ເອ ​ໂດຍ​ຂໍ​ສະຫງວນ​ຊື່​ວ່​າ ການ​ໂຈມ​ຕີ​ຂອງ​ພວກ​ຕາ​ລີ​ບານ​ໄດ້​ສັງ​ຫານ​ທະ​ຫານ 17 ຄົນ ແລະ​ອີກ 6 ຄົນ​ໄດ້​ຮັບ​ບາດ​ເຈັບ. ລາຍ​ງານ​ຂອງ​ສື່ມວນ​ຊົນ​ໃນ​ທ້ອງ​ຖິ່ນ​ແຈ້ງວ່າ ພວກ​ຕາ​ລີ​ບານ​ໄດ້​ຂຸດ​ອຸ​ໂມງ ລອດ​ເຂົ້າ​ໄປ​ຫາ​ຄ້າຍ​ທະ​ຫານ​ດັ່ງ​ກ່າວ.

ໂຄ​ສົກ​ຂອງ​ກຸ່ມ​ຕາ​ລີ​ບານ​ໄດ້​ກ່າວ​ອ້າງ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່​າ ພວກ​ນັກ​ລົບ​ຂອງ​ຕົນ​ໄດ້​ເຂົ້າ​ຢຶດ​ເອົາ​ຄ້າຍ​ແຫ່ງນັ້ນ ແລະ​ສັງ​ຫານ​ທະ​ຫານ​ອັ​ຟ​ກາ​ນິ​ສ​ຖານ 26 ຄົນ ແຕ່​ແນວ​ໃດ​ກໍ​ຕາມ ການ​ກ່າວ​ອ້າງ​ຂອງ​ພວກ​ກະ​ບົດມັກ​ເວົ້າ​ເກີນ​ຄວາມ​ເປັນ​ຈິງ​ສະ​ເໝີ. ສ່ວນ​ໃຫຍ່​ຂອງ​ເຂດ​ເມືອງ Sangin ແມ່ນ​ຢູ່​ພາຍ​ໃຕ້​ການ​ຄວບຄຸມ​ຂອງ​ພວກ​ກະ​ບົດ.

ໃນ​ອາ​ທິດນີ້ ກຸ່ມ​ຕາ​ລີ​ບານ​ໄດ້​ທຳ​ການ​ໂຈມ​ຕີ​ຄືນ​ໃໝ່​ຕໍ່​ທະ​ຫານ​ອັ​ຟ​ກາ​ນິ​ສ​ຖານຢູ່​ໃນ​ແຂວງ​ຕ່າງໆ ຊຶ່ງ​ໄດ້​ເຮັດ​ໃຫ້​ທະ​ຫານ​ລັດ​ຖະ​ບານ​ຫຼາຍ​ສິບ​ຄົນ ​ເສຍ​ຊີ​ວິດ​ແລະ​ເຂົ້າ​ຢຶດ​ເອົາ​ດິນ​ແດນ​ຈຳ​ນວນ​ນຶ່ງ. ນຶ່ງ​ໃນ​ການ​ໂຈມ​ຕີ​ທີ່​ແຂວງ​ຄຸນ​ດຸ​ສ (Kunduz) ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ໃນ​ວັນ​ຈັນ​ແລ້ວນີ້ ເຮັດ​ໃຫ້​ທະ​ຫານ​ອາ​ເມ​ຣິ​ກັນ​ຄົນນຶ່ງ​ເສຍ​ຊີ​ວິດ.

ການ​ໂຈມ​ຕີ​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ຂອງ​ພວກກ​ະ​ບົດ​ຕາ​ລີ​ບານ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ສະ​ຫະລັດ​ຮຽກ​ຮ້ອງ​ໃຫ້​ກຸ່ມ​ກະ​ບົດ​ດັ່ງ​ກ່າວ ຫລຸດ​ຜ່ອນ​ຄວາມ​ຮຸນ​ແຮງ​ລົງ ເພື່ອ​ຊ່ວຍ​ສົ່ງເສີມ ຂັ້ນ​ຕອນ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ທີ່​ພວມ​ປະ​ສົບ​ບັນ​ຫາ ໂດຍ​ແນ​ໃສ່​ເພື່ອ​ລິ​ເລີ້ມການ​ເຈ​ລະ​ຈ​າ​ລະ​ຫວ່າງ​ພັກ​ຝ່າຍ​ຕ່າງໆ ໃນ​ອັ​ຟ​ການ​ກິ​ສ​ຖານ ຫາ​ທາງ​ຍຸ​ຕິ​ສົງ​ຄາມ​ທີ່​ແກ່​ຍາວ​ມາ​ໄດ້ 18 ປີ​ແລ້ວນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG