ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສານ​ຫວຽດ​ນາມ ຕັດ​ສິນ​ໃຫ້ ອະ​ດີດ​ລັດ​ຖະ​ມົນ​ຕີ ຕິດ​ຄຸກ​ຕະ​ຫຼອດ​ຊີ​ວິດ


ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖ​ະ​ແຫຼງ​ຂ່າວ ແລະ​ສື່​ສານ​ຄົມ​ມະ​ນາ​ຄົມຫວຽດ​ນາມ ທ່ານ​ຫງຽນ ບັກ ຊັນ (ຊ້າຍ)
ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖ​ະ​ແຫຼງ​ຂ່າວ ແລະ​ສື່​ສານ​ຄົມ​ມະ​ນາ​ຄົມຫວຽດ​ນາມ ທ່ານ​ຫງຽນ ບັກ ຊັນ (ຊ້າຍ)

ສານ​ແຫ່ງ​ນຶ່ງ​ຂອງ​ຫວຽດ​ນາມ ໃນ​ວັນ​ເສົາ​ມື້ນີ້ ໄດ້​ຕັດ​ສິນ​ໃຫ້​ອະ​ດີດ​ລັດ​ຖະ​ມົນ​ຕີ​ຄົນ​ນຶ່ງ ຕິດ​ຄຸກ​ຕະ​ຫຼອດ​ຊີ​ວິດ ໃນຄະ​ດີ​ສໍ້​ລາດ​ບັງ​ຫຼວງ ​ມູນ​ຄ່າ​ຫລາຍ​ລ້ານ​ໂດ​ລາຊຶ່ງນອກນັ້ນ​ແລ້ວ ຍັງ​ມີ​ລັດ​ຖະ​ມົນ​ຕີ​ອີກ​ຄົນ​ນຶ່ງ ພ້ອມ​ດ້ວຍ​ຫົວ​ໜ້າ​ບໍ​ລິ​ຫານ 10 ກວ່າ​ຄົນ ໄດ້​ຮັບ​ໂທດ​ຈຳ​ຄຸກ​ເປັນ​ເວ​ລາ​ດົນ​ນານ ອີງ​ຕາມ​ລາຍ​ງາ​ນ ​ຂອງ​ສື່ມວນ​ຊົນ.

ທ່ານຫງຽນ ບັກ ຊັນ ໄດ້​ຖືກ​ກ່າວ​ຫາ​ວ່າ ຮັບ​ເງິນ​ສິນ​ບົນ 3 ລ້ານ​ໂດ​ລາ ໃນ​ການ​ຈັດ​ຊື້ ການ​ບໍ​ລິ​ການ​ໂທ​ລະ​ພາບ​ດີ​ຈີ​ໂຕ ໃນ​ປີ 2016 ​ໃຫ້​ແກ່​ບໍ​ລິ​ສັດ​ລັດ​ວິ​ສາ​ຫະ​ກິດ ໂມ​ບີ​ໂຟນ (Mobifone) ຊຶ່ງ​ເປັນ​ນຶ່ງ​ໃນ​ຕາ​ໜ່າງ​ໂທ​ລະ​ສັບ​ເຄື່ອນ​ທີ່ທີ່​ບໍ​ລິ​ຫານ​ງານ​ຢູ່​ໃນ​ຫວຽດ​ນາມ ເວ​ລາ​ທ່ານ​ເປັນ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ຖະ​ແຫຼງ​ຂ່າວ​ແລະສື່​ສານ​ຄົມ​ມະ​ນາ​ຄົມ.

ທ່ານ​ຊັນ ຊຶ່ງ​ເຄີຍ​ເປັນ​ນາຍ​ທະ​ຫານ​ມາ​ກ່ອນ ໄດ້​ສັ່ງ​ໃຫ້​ເຮັດ​ສັນ​ຍາ​ ທີ່​ພົວ​ພັນ​ກັບ​ການ​ຊື້​ຮຸ້ນ 95 ເປີ​ເຊັນຂອງ​ບໍ​ລິ​ສັດ Audio Visual Global (AVG) ທີ່ຍັງ​ເປັນໜີ້​ສິນ ໃນ​ມູນ​ຄ່າ 383.83 ລ້ານ​ໂດ​ລາ ຊຶ່ງ​ເປັນ​ລາ​ຄາ​ທີ່​ປັບ​ຂຶ້ນ​ເກືອບສິບ​ເທົ່າ ອີງຕາມ​ລາຍ​ງານ​ຂ່າວ​ຂອງ​ໂທ​ລະ​ພາບ VTV.

ທ່ານ​ຊັນ ໄດ້​ຖືກ​ຕັດ​ສິນ​ໃຫ້​ຕິດ​ຄຸກ​ຕະ​ຫຼອດ​ຊີ​ວິດ ຍ້ອນ​ຮັບ​ເງິນ​ສິນ​ບົນ ບວກ​ໃສ່ 16 ປີ ໃນ​ຂໍ້​ຫາ​ລະ​ເມີດ​ລະ​ບຽບຄຸ້ມ​ຄອງ​ການ​ລົງ​ທຶນ​ສາ​ທາ​ລະ​ນະ. ການ​ລົງ​ໂທດຂອງ​ທ່ານເມື່ອ​ຮວມ​ເຂົ້າ​ກັນ​ທັງ​ໝົດ​ແລ້ວ ແມ່ນ​ຈຳ​ຄຸກ​ຕະ​ຫຼອດ​ຊີ​ວິດ ​ອີງ​ຕາມ​ລາຍ​ງານ​ຂ່າວ​ໂທ​ລະ​ພາບແຫ່ງ​ຊາດ VTV ​ທີ່ໄດ້​ອ້າງ​ຄຳ​ເວົ້າ​ປະ​ທານ​ຜູ້​ພິ​ພາກ​ສາ​ ທີ່​ກ່າວ​ຫ​ລັງ​ຈາກ​ການ​ດຳ​ເນີນຄະ​ດີ ​ເປັນ​ເວ​ລາ​ສອງ​ອາ​ທິດ ທີ່​ນະ​ຄອນ​ຫຼວງ​ຮາ​ໂນ່ຍ ສິ້ນ​ສຸດ​ລົງ.

​ທ່ານ​ເຈືອງ​ ມິນ ຕ່ວນ (Tuong Minh Tuan) ອະ​ດີດ​ຜູ້​ຮອງ​ຂອງ​ທ່ານ​ຊັນ ທີ່​ເຂົ້​ຮ​ັບ​ຕ​ຳ​ແໜ່ງ​ເປັນ​ລັດ​ຖະ​ມົນ​ຕີ​ແທນ​ທ່ານຊັນ ເວ​ລາ​ທ່ານ​ອອກ​ກິນ​ເບ້ຍ​ບຳ​ນານນັ້ນ ໄດ້​ຖືກ​ຕັດ​ສິນ​ຕິດ​ຄຸກ 14 ປີ ໃນ​ຂໍ້​ຫາ​ດຽວ​ກັນ. ທ່ານ​ຕ່ວນ​ຖືກ​ກ່າວ​ຫາ​ວ່າ ຮັບ​ສິນ​ບົນ 500,000 ໂດ​ລາ ເພື່​ອ​ເຊັນ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ.

ທ່ານ​ເລ ນາມ ຈາ (Le Ban Tra) ອະ​ດີດ​ປະ​ທານ​ບໍ​ລິ​ສັດໂມ​ບີ​ໂຟນ ແລະ​ທ່ານ​ກາວ ດຸຍ ຫາຍ ຫົວ​ໜ້າ​ບໍ​ລິ​ຫານ​ຂອງ​ບໍ​ລິ​ສັດ ໄດ້​ຮັບ​ໂທ​ດ​ຈຳ​ຄຸກ 23 ປີ ແລະ 14 ປີ ຕາມ​ລຳ​ດັບ ໃນ​ຂໍ້​ຫາ​ຮັບ​ເງິນ​ສິນ​ບົນ​ແລະ​ບໍ​ລິ​ຫານ​ງານ​ທີ່​ຜິ​ດ​ພາດ. ທ່ານ​ຈາ​ຖືກ​ກ່າວ​ຫາ​ວ່າ ຮັບ​ເງິນ​ສິນ​ບົນ 2 ລ້ານ 5 ແສນ​ໂດ​ລາ ໃນ​ຂະ​ນະ​ທີ່​ທ່ານ​ຫາຍ ຮັບ​ເງິນ​ສິນ​ບົນ 5 ແສນ​ໂດ​ລາ.

ຜູ້​ບໍ​ລິ​ຫານ​ບໍ​ລິ​ສັດ AVG ທ່ານ​ຟາມ ຫຍັດ ຫວູ ຖືກ​ຕັດ​ສິນ​ຈຳ​ຄຸກ 3 ປີ ໃນ​ຂໍ້​ຫາ ໃຫ້​ເງິນ​ສິນ​ບົນ.

ອີກ 9 ຄົນ ຮວມ​ທັງ​ເຈົ້າ​ໜ້າ​ທີ່​ແລະ​ຜູ້​ບໍ​ລິ​ຫານ​ງານ ໄດ້​ຮັບ​ໂທດ​ແຕ່ 2 ຫາ 6 ປີ ໃນ​ຄະ​ດີ​ດຽວ​ກັນ​ນີ້.

​ອ່ານ​ຂ່​າວນີ້​ຕື່ມເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG