ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເຮ​ລີ​ຄອບ​ເຕີ້​ ທີ່​ຫາຍ​ສາບ​ສູນ ພົບ​ບ່ອນ​ຕົກ​ແລ້ວ ຢູ່​ເກາະ ກາ​ວາຍ​ອີ


ຮູບ​ທີ່​ສະ​ໜອງ​ໂດຍ​ພະ​ແນກ​ດິນ​ແລະ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ຂອງ​ລັດ​ຮາ​ວາຍ ສະ​ແດງ​ໃຫ້​ເຫັນ​ບໍ​ລິ​ເວນ​ແຄນ​ຝັ່ງ Na Pali ບ່ອນ​ທີ່​ເຮືອ​ບິນ​ເຮ​​ລີ​ຄອບ​ເຕີ້ ໄດ້​ຫາຍ​ສາບ​ສູນ​ໄປ ເມື່ອ​ວັນ​ທີ 27 ທັນ​ວາ 2019.
ຮູບ​ທີ່​ສະ​ໜອງ​ໂດຍ​ພະ​ແນກ​ດິນ​ແລະ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ຂອງ​ລັດ​ຮາ​ວາຍ ສະ​ແດງ​ໃຫ້​ເຫັນ​ບໍ​ລິ​ເວນ​ແຄນ​ຝັ່ງ Na Pali ບ່ອນ​ທີ່​ເຮືອ​ບິນ​ເຮ​​ລີ​ຄອບ​ເຕີ້ ໄດ້​ຫາຍ​ສາບ​ສູນ​ໄປ ເມື່ອ​ວັນ​ທີ 27 ທັນ​ວາ 2019.

ສົບ​ຜູ້​ເສຍ​ຊີ​ວິດ 6 ຄົນ​ໄດ້​ຖືກ​ພົບ​ເຫັນ​ແລ້ວ ຫຼັງ​ຈາກ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້​ໄດ້​ມຸ່ງ​ໜ້າ​ໄປ​ຍັງ​ພູ​ຜາທີ່​ສູງ​ຊັນ​ແລະ​ສອກ​ຫຼີກ​ຫ່າງ​ໄກ​ແຫ່ງ​ນຶ່ງ ໃນ​ເຂດ​ແຄມ​ຝັ່ງ​ຂອງ​ລັດ​ຮາ​ວາຍໄດ້​ບິນ​ຕຳ ຈອມ​ພູ ທີ່​ເກາະ​ກາ​ວາຍ​ອີ (Kauai) ອີງ​ຕາມ​ຄຳ​ຖະ​ແຫຼງ​ຂອງ​ເຈົ້າ​ໜ້າ​ທີ່.

ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ສຸກວານນີ້ວ່າ ​ບໍ່​ມີ​ຮ່ອງ​ຮອຍ​ກ່ຽວ​ກັບ​ຜູ້​ທີ່​ລອດ​ຊີ​ວິດ​ມາ​ໄດ້ແລະ​ການ​ປະ​ຕິ​ບັດ​ງານ​ຊອກ​ຄົ້ນ​ຫາ​ບຸກ​ຄົນ​ສຸດ​ທ້າຍ​ເພື່ອ​ກູ້​ເອົາ​ສົບ​ຜູ້​ກ່ຽວ​ຈະ​ເລີ້ມຄືນ​ອີກ​ໃນ​ຕອນ​ເຊົ້າ​ມື້ນີ້ ຂຶ້ນ​ຢູ່​ກັບ​ສະ​ພາບ​ອາ​ກາດ. ສົບ​ທີ່​ຖືກ​ພົບ​ເຫັນ​ແລ້ວນັ້ນຍັງ​ບໍ່​ທັນ​ລະ​ບຸ​ໂຕ ແລະ​ແຈ້ງ​ໃຫ້​ຄອບ​ຄົວ​ເຂົາ​ເຈົ້າ​ຊາບເທື່ອ ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່.

ການ​ຊອກ​ຄົ້ນ​ຫາ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້​ ທີ່​ບັນ​ທຸກ​ນັກ​ບິນ​ຄົນ​ນຶ່ງ​ແລະ​ຜູ້​ໂດຍ​ສານ 6 ຄົນ ຈາກ​ສອງ​ຄອບ​ຄົວ ເລີ້ມ​ຂຶ້ນ​ຫຼັງ​ຈາກ​ມີ​ລາຍ​ງານ​ວ່າ ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້​ທີ່​ໄປ​ຊົມ​ແຄມ​ຝັ່ງ Na Pali ຂອງ​ເກາະ Kauai ຍັງ​ບໍ່​ທັນ​ກັບ​ຄືນ​ມາ​ເທື່ອ ໃນຕອນ​ຄ່ຳ​ຂອງວັນ​ພະ​ຫັດ. ຜູ້​ໂດຍ​ສາ​ນ 2 ຄົນ​ເຊື່ອ​ກັນ​ວ່າ ຍັງ​ເປັນ​ເດັກ​ນ້ອຍ​ຢູ່ ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຂອງ​ໜ່ວຍ​ຍາມ​ຝັ່ງ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ໜ້າ​ຜາ​ທີ່​ສູງ​ຊັນ ຄວາມ​ບໍ່​ສາ​ມາດ​ໃນ​ການມອງ​ເຫັນ​ໄລ​ຍະ​ໄກ ທະ​ເລ​ທີ່​ປັ່ນ​ປ່ວນ​ແລະ​ມີ​ຝົນ​ຕົກ ເຮັດ​ໃຫ້​ການ​ປະ​ຕິ​ບັດ​ງານ​ໃນ​ການ​ຊອກ​ຄົ້ນ​ຫາ​ມີ​ຄວາມ​ສັບ​ສົນ.

ບໍ​ລິ​ສັດ​ເຮ​ລີ​ຄອບ​ເຕີ້ ທີ່​ມີ​ຊື່​ວ່າ ຊາ​ຟາ​ຣີ​ ເຮ​ລີ​ຄອບ​ເຕີ້ ໄດ້​ຕິດ​ຕໍ່​ໄປ​ຫາ​ໜ່ວຍ​ຍາມ​ຝັ່ງ ປະ​ມານ​ 6 ໂມງ​ແລງ ຂອງວັນ​ພະ​ຫັດ ໂດຍ​ແຈ້ງວ່າ ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້​ລຳ​ດັ່ງ​ກ່າວ ກາຍ​ເວ​ລາ​ກັບ​ຄືນ​ມາ​ໄດ້ 30 ນາ​ທີ​ແລ້ວ.

ຜູ້​ທີ່​ຕອບ​ໂທ​ລະ​ສັບ ທີ່​ລະ​ບຸ​ວ່າ​ເປັນ​ຂອງ​ບໍ​ລິ​ສັດ​ຊາ​ຟາ​ຣີ ເຮີ​ລີ​ຄອບ​ເຕີ້ ບໍ່​ຍອມ​ໃຫ້​ຄວາມ​ເຫັນ​ໃດໆ ແລ້ວ​ກໍ​ວາງ​ສາຍ.

ອີງ​ຕາມ​ລາຍ​ງານ​ໃນ​ຂັ້ນ​ຕົ້ນ​ ນັກ​ບິນ​ເວົ້າ​ວ່າ ການ​ບິນຊົມ​ວິວ​ໄດ້​ອອກ​ຈາກ​ເຂດ​ພູ Weimea ​ຊຶ່ງ​ເປັນ​ທີ່​ຮູ້​ກັນ​ໃນ​ຊື່ “ແກ​ຣນ​ແຄນຢອນ ແຫ່ງ​ປາ​ຊີ​ຟິກ” ປະ​ມານ 4 ໂມງ 40 ນາ​ທີ ຊຶ່ງ​ເປັນ​ການ​ຕິດ​ຕໍ່​ເທື່ອ​ສຸດ​ທ້າຍ​ກັບ​ເຮ​ລີ​ຄອບ​ເຕີ້ລຳ​ດັ່ງ​ກ່າວ ອີງ​ຕາມ​ຄຳ​ເວົ້າ​ຂອງ​ຕຳ​ຫຼວດ ທີ່​ເກາະກາ​ວາຍ​ອີ (Kauai).

ເຮືອ​ບິນ Eurocopter AS350 ມີ​ເຄື່ອງ​ສົ່ງ​ເອ​ເລັກ​ໂທ​ຣ​ນິກ​ສຸກ​ເສີນ​ເພື່ອບອກ​ທີ່​ຢູ່ ແຕ່​ປາ​ກົດ​ວ່າ​ບໍ່​ໄດ້​ຮັບ​ສັນ​ຍານ​ໃດໆ. ອຸບ​ປະ​ກອນບອກ​ທີ່​ຢູ່ ຄວນ​ຈະ​ສົ່ງ​ສັນຍານ​ເວ​ລາ​ເຮ​ລີ​ຄອບ​ເຕີ້​ປະ​ສົບ​ອຸ​ບັດ​ຕິ​ເຫດ ອີງ​ຕາມ​ຄຳ​ເວົ້າ​ຂອງ​ທ່ານ​ອຽນ ກ​ຣີ​ກໍໂຄ​ສົກ​ຂອງ​ອົງ​ການ​ຄຸ້ມ​ຄອງ​ການ​ບິນ​ຂອງ​ລັດ​ຖະ​ບານ​ກາງ​ສະ​ຫະ​ລັດ.

The wreckage of a Hawaii sightseeing helicopter with seven people aboard was located Friday on the island of Kauai, a day after it was reported missing from a tour of the famed Na Pali Coast, police said.

The crash site of the aircraft, flown by Kauai-based tour operator Safari Helicopters, was confirmed in the area of Koke'e State Park, near Waimea Canyon, in the northwestern corner of the island, the Kauai police department said on its Facebook page.

It was not immediately known whether the pilot or any of the six passengers, including two children, had survived.

"Additional resources are on the way, and the search for survivors is ongoing," the police statement said.

An initial search was launched Thursday around sunset just after Safari Helicopters alerted authorities that contact with its chopper had been lost and that the aircraft was 40 minutes overdue from its return, officials said.

XS
SM
MD
LG