ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ອີ​ຣ່ານ ​ແລະ ຈີນ ຊ້ອມ​ລົບ​ຮ່ວມ ທາງ​ທະ​ເລ ຢູ່​ມະ​ຫາ​ສະ​ໝຸດ​ອິນ​ເດຍ ແລະ ອ່າວ​ໂອ​ມານ


ຮູບກຳ​ປັ່ນ​ລາດ​ຕະ​ເວນ​ ຊາຍ​ຊຸນ 01 ຂອງ​ຈີນ ​ໃນ​ລະ​ຫວ່າງ ການ​ຊອກ​ຄົ້ນ​ຫາ​ຖ້ຽວ​ບິນ MH370 ໃນ​ເຂດ​ພາກ​ໃຕ້ ມະ​ຫາ​ສະ​ໝຸດ​ອິນ​ເດຍ ເມື່ອ​ວັນ​ທີ 5 ເມ​ສາ 2014. (CNS photo)
ຮູບກຳ​ປັ່ນ​ລາດ​ຕະ​ເວນ​ ຊາຍ​ຊຸນ 01 ຂອງ​ຈີນ ​ໃນ​ລະ​ຫວ່າງ ການ​ຊອກ​ຄົ້ນ​ຫາ​ຖ້ຽວ​ບິນ MH370 ໃນ​ເຂດ​ພາກ​ໃຕ້ ມະ​ຫາ​ສະ​ໝຸດ​ອິນ​ເດຍ ເມື່ອ​ວັນ​ທີ 5 ເມ​ສາ 2014. (CNS photo)

ຈີນ ອີ​ຣ່ານ ແລະ​ຣັດ​ເຊຍ ຈະ​ຈັດ​ການ​ຊ້ອມ​ລົບ​ທາງ​ທະ​ເລ​ຂຶ້ນ ທ່າມ​ກາງ​ທີ່​ເກີດ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ເຕ​ຫະ​ຣ່ານ ແລະ​ວໍ​ຊິງ​ຕັນ.

ການ​ຊ້ອມ​ລົບ​ທາງ​ທະ​ຫານ​ດັ່ງ​ກ່າວ ຈະ​ມີ​ຂຶ້ນ​ທີ່​ມະ​ຫາ​ສະ​ໝຸດ​ອິນ​ເດຍ ແລະ​ອ່າວ​ໂອ​ມານ ແຕ່​ວັນ​ທີ 27 ຫາ 30 ທັນ​ວາ ອີງ​ຕາມ​ຄຳ​ປະ​ກາດ​ຂອງ​ເຈົ້າ​ໜ້າ​ທີ່​ ຢູ່​ນະ​ຄອນຫຼວງ​ເຕ​ຫະ​ຣ່ານ ແລະ​ປັກ​ກິ່ງ.

ຈີ​ນ ຈະ​ສົ່ງກຳ​ປັ່ນລົບ​ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີຊາຍ​ນິ່ງ (Xining) ​ໄປ​ຮ່ວມ​ການ​ຊ້ອມ​ລົບ ອີງ​ຕາມ ຄຳ​ເວົ້າ​ຂອງ​ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ​ຫວູ ຈ້ຽນ ທີ່​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ທີ 26 ທັນ​ວານີ້. ທ່ານ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ກ່ຽວກັບ​ວ່າ​ຈີນ​ຈະ​ສົ່ງ​ທະ​ຫານ​ຫຼາຍ​ປານ​ໃດ ຫຼື​ກຳ​ປັ່ນ​ຈັກ​ລຳ ໄປ​ຮ່ວມ​ການ​ຊ້ອມ​ລົບນີ້.

ຢູ່​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ໂຄ​ສົກ​ອະ​ວຸ​ໂສ​ຂອງກອງ​ທັບ​ອີ​ຣ່ານ ທ່ານ​ອາ​ໂບລ​ດາ​ໂຊ​ ເຊ​ກາ​ຈີນ (Aboldazl Shekarchi) ກ່າວ​ວ່າ ການ​ຊ້ອມ​ລົບ​ຄັ້ງ​ນີ້​ຈະສ້າງ​ສະ​ເຖ​ຍ​ລະ​ພາບ​ດ້ານ​ຄວາມ​ໝັ້ນ​ຄົງ​ຢູ່​ໃນ​ຂົງ​ເຂດ. ທ່ານ​ເວົ້າ​ວ່າ ຈຸດ​ປະ​ສົງໃນ​ການ​ຊ້ອມ​ລົບ ກໍ​ແມ່ນ​ເພື່ອ “ເສີມ​ຄວາມ​ເຂັ້ມ​ແຂງ​ ດ້ານ​ຄວາມ​ໝັ້ນ​ຄົງທາງການ​ຄ້າ​ລະ​ຫວ່​າງ​ປະ​ເທດ​ຢູ່​ໃນ​ຂົງ​ເຂດ” ແລະ​ “ການ​ຕໍ່​ສູ້​ຕ້ານ​ພວກ​ກໍ່​ການ​ຮ້າຍແລະ​ໂຈນ​ທະ​ເລ.”

ການ​ຊ້ອມ​ລົບ​ດັ່ງ​ກ່າວ​ມີ​ຂຶ້ນ​ໃນ​ເວ​ລາ​ທີ່​ພວກ​ເກີດ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ອີ​ຣ່ານ.

ວໍ​ຊິງ​ຕັນ​ໄດ້​ສະ​ເໜີ​ໃຫ້​ມີ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ເລ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ຫະ​ລັດ ຢູ່​ໃນ​ອ່າວ​ເປີ​ເຊຍ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ໂຈມ​ຕີ​ຫຼາຍໆ​ຄັ້ງ​ເກີດ​ຂຶ້ນ​ຢູ່​ໃນເຂດ​ນ່ານ​ນ້ຳຂອງ​ອ່າວ​ດັ່ງ​ກ່າວ ທີ່​ສະ​ຫະ​ລັດ​ແລະ​ປະ​ເທດ​ພັນ​ທະ​ມິດ​ໄດ້​ຖິ້ມ​ໂທດໃສ່​ອີ​ຣ່ານ. ເຕ​ຫະ​ຣ່ານ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ກ່າວ​ຫານີ້.

ການ​ຂັດ​ແຍ້ງ​ໄດ້​ເພີ້ມ​ທະ​ວີ​ຂຶ້ນ ​ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ໄດ້​ຖອນ​ສະ​ຫະ​ລັດ​ ອອກ​ຈາກ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ກັບ​ເຕ​ຫະ​ຣ່ານ​ໃນ​ປີ 2018 ແລະ​ທຳ​ການ​ລົງ​ໂທດ​ຄືນ​ໃໝ່​ຕໍ່​ເສດ​ຖະ​ກິດ ​ທີ່​ປະ​ສົບ​ບັນ​ຫາ​ຂອງ​ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ​ອີ​ຣ່ານ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG