ປະທານາທິບໍດີອີຣັກ ທ່ານບາແຣມ ຊາເລ ກ່າວໃນວັນພະຫັດວານນີ້ວ່າ ທ່ານຂໍລາອອກ ດີກວ່າທີ່ຈະແຕ່ງຕັ້ງນາຍົກລັດຖະມົນຕີ ທີ່ຖືກເລືອກໂດຍກຸ່ມໃນສະພາທີ່ຢູ່ພາຍໃຕ້ອິດທິພົນຂອງອີຣ່ານ.
ໃນມື້ວັນພຸດຜ່ານມານີ້ ກຸ່ມຟາຕ້າ ໄດ້ສະເໜີແຕ່ງຕັ້ງທ່ານອາຊາອາດ ອາລ-ໄອດານີ (Asaad al-Eidani) ເຈົ້າແຂວງໆບາສຣາ ທາງພາກໃຕ້ຂອງປະເທດອີຮັກ ໃຫ້ເປັນນາຍົກລັດຖະມົນຕີຄົນຕໍ່ໄປຂອງປະເທດ. ແຕ່ການສະເໜີດັ່ງກ່າວໄດ້ຖືກປະຕິເສດຢ່າງໄວວາ ໂດຍພວກປະທ້ວງຕໍ່ຕ້ານລັດຖະບານ ທີ່ຮຽກຮ້ອງໃຫ້ມີການປັບປຸງລັດຖະບານ ທີ່ໄດ້ເຂົ້າກຳອຳນາດມາ ຕັ້ງແຕ່ສະຫະລັດໄດ້ບຸກເຂົ້າໄປໃນປະເທດອີຮັກເມື່ອປີ 2003.
ທ່ານຊາເລ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ “ໃນຄວາມປະສົງຂອງຂ້າພະເຈົ້າ ທີ່ຈະຍຸຕິການຫຼັ່ງເລືອດແລະຮັກສາສັນຕິພາບ ແລະຂ້າພະເຈົ້າຂໍຄັດຄ້ານຕໍ່ທ່ານອາຊາອາດ ອາລ-ໄອດານີ ຂ້າພະເຈົ້າຈຶ່ງຂໍປະຕິເສດທີ່ຈະແຕ່ງຕັ້ງທ່ານ.”
ຖະແຫຼງການກ່າວຕໍ່ໄປວ່າ “ດັ່ງນັ້ນ ຂ້າພະເຈົ້າແມ່ນເຕັມໃຈທີ່ຈະລາອອກຈາກຕຳແໜ່ງປະທານາທິບໍດີຕໍ່ສະມາຊິກສະພາ ເພື່ອວ່າພວກເຂົາເຈົ້າຈະໄດ້ຕັດສິນໃຈໃນຖານະຜູ້ຕາງໜ້າຂອງປະຊາຊົນໃນສິ່ງທີ່ພວກເຂົາເຈົ້າເຫັນວ່າເໝາະສົມ.”
ແຕ່ທ່ານຊາເລ ທີ່ຈິງແລ້ວ ກໍບໍ່ໄດ້ຍື່ນໃບລາອອກແຕ່ຢ່າງໃດເລີຍ.
ການໂຮມຊຸມນຸມຕໍ່ຕ້ານລັດຖະບານ ໄດ້ມີຂຶ້ນທີ່ນະຄອນຫຼວງແບັກແດດ ແລະໃນເຂດ ພາກໃຕ້ຂອງປະເທດ ບ່ອນທີ່ປະຊາຊົນສ່ວນໃຫຍ່ນັບຖືສາສະໜາອິສລາມນິກາຍຊີໄອ ນັບແຕ່ເດືອນຕຸລາເປັນຕົ້ນມາ ຊຶ່ງປະຊາຊົນໄດ້ພາກັນປະທ້ວງຕໍ່ຕ້ານການຄໍຣັບຊັ່ນ ການບໍລິການທີ່ຂີ້ຮ້າຍຂອງລັດຖະບານ ແລະການບໍ່ມີວຽກເຣັດງານທຳ. ການປະທ້ວງ ຊຶ່ງປາກົດວ່າໄດ້ຄ່ອຍໆຢຸດເຊົາລົງແລ້ວນັ້ນ ໄດ້ເລີ້ມຄືນອີກຢ່າງແຮງ ຫຼັງຈາກນາຍົກລັດຖະມົນຕີອາແດລ ອັດດູລ ມາຫະດີໄດ້
ລາອອກ ໃນເດືອນແລ້ວນີ້.
ການລາອອກຂອງທ່ານມາຫະດີບໍ່ໄດ້ເປັນທີ່ພໍໃຈໃຫ້ແກ່ພວກປະທ້ວງຕໍ່ຕ້ານລັດຖະບານ ທີ່ພາກັນເວົ້າວ່າ ມັນເປັນການບໍ່ພຽງພໍທີ່ໃຫ້ນາຍົກລັດຖະມົນຕີຄົນໃໝ່ເຂົ້າຮັບຕຳແໜ່ງເທົ່ານັ້ນ. ພວກເຂົາເຈົ້າຮຽກຮ້ອງໃຫ້ມີການປ່ຽນແປງ ຕໍ່ລະບົບການເມືອງທັງໝົດ ທີ່ໄດ້ມີການນຳໃຊ້ນັບຕັ້ງແຕ່ສະຫະລັດໄດ້ບຸກລຸກເຂົ້າໄປໃນປະເທດອີຣັກນັບແຕ່ປີ 2003 ເປັນຕົ້ນມາ ທີ່ພວກເຂົາເຈົ້າກ່າວວ່າ ເປັນລະບົບທີ່ຄໍຣັບຊັ່ນ ບໍ່ມີຄວາມສາມາດແລະບໍ່ໄດ້ເຮັດຫຍັງຫຼາຍເພື່ອຊ່ວຍເຫຼືອປະຊາຊົນຊາວອີຣັກທີ່ທຸກຍາກນັ້ນ ທັງໆທີ່ປະເທດດັ່ງກ່າວມີລາຍໄດ້ຢ່າງຫຼວງຫຼາຍຈາກ
ການຂາຍນ້ຳມັນ.