ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ກ່າວ​ໂຈມ​ຕີ ສະ​ມາ​ຊິກ ພັກ​ເດ​ໂມ​ແຄ​ຣັດ ກ່ຽວ​ກັບ ການ​ຟ້ອງ​ຮ້ອງ​ທ່ານ


ປະ​ທາ​ນາ​ທິບ​ໍ​ດີ ດໍ​ໂນ​ລ ທ​ຣຳ ໄປ​ຮອດ​ບ່ອນ​ໂຄ​ສະ​ນາ​ຫາ​ສຽງ ທີ່​ເມືອງ​ບັດ​ໂຕກ​ຣີກ ລັດ​ມີ​ຊິ​ແກນ ເມື່ອ​ວັນ​ທີ 18 ທັນ​ວາ 2019.
(AP Photo/Paul Sancya)
ປະ​ທາ​ນາ​ທິບ​ໍ​ດີ ດໍ​ໂນ​ລ ທ​ຣຳ ໄປ​ຮອດ​ບ່ອນ​ໂຄ​ສະ​ນາ​ຫາ​ສຽງ ທີ່​ເມືອງ​ບັດ​ໂຕກ​ຣີກ ລັດ​ມີ​ຊິ​ແກນ ເມື່ອ​ວັນ​ທີ 18 ທັນ​ວາ 2019. (AP Photo/Paul Sancya)

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຍັງ​ສືບ​ຕໍ່​ທຳ​ການ​ໂຈມ​ຕີ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ກ່ຽວ​ກັບ​ການ​ຟ້ອງ​ຮ້ອງ​ທ່ານ ໃນ​ວັນ​ພະ​ຫັດ​ວານນີ້ ໃນ​ຂະ​ນະ​ທີ່​ການ​ປະ​ເຊີນ​ໜ້າ​ຢູ່​ໃນ​ສະ​ພາ​ຍັງ​ດຳ​ເນີນ​ຢູ່​ຕໍ່ມາ ໃນ​ການ​ດຳ​ເນີນ​ຄະ​ດີ​ຢູ່ທີ່​ສະ​ພາສູງນັ້ນ.

ທ່ານ​ທ​ຣຳ​ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ “ພວກ​ຫົວ​ຮຸນ​ແຮງ​ຊ້າຍທີ່​ບໍ່​ເຮັດ​ຫຍັງ ຈາກ​ພັກເດ​ໂມ​ແຄ​ຣັດ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຢາກ​ສົ່ງ​ທຸກ​ສິ່ງ​ຢ່າງ​ດ້ວຍ​ຄວາມ​ຟ້າວຟັ່ງ​ໄປໃຫ້​ສະ​ພາ​ສູງ​ຍ້ອນ​ວ່າ ‘ປ​ະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງຊາດ’ (ພວກ​ເຂົາ​ແມ່ນ​ຄົນ​ບໍ່​ດີຈະ​ເວົ້າ​ທຸກ​ສິ່ງ​ທຸກ​ຢ່າງ!) ແຕ່​ດຽວນີ້ ພວກ​ເຂົາ​ເຈົ້າບໍ່​ໄດ້​ຟ້າວ​ຟັ່ງ​ອີກຕໍ່​ໄປແລ້ວ ພວກ​ເຂົາ​ເຈົ້າ​ຢາກ​ເຮັດ​ແບບ​ຊ້າໆ. ພວກ​ຄົນ​ຂີ້​ຕົວະ”

ໃນ​ການ​ລົງ​ຄະ​ແນນ​ສຽງ​ທີ່​ເກືອບ​ວ່າ​ເປັນ​ໄປ​ຕາມ​ສາຍ​ພັກ​ນັ້ນ ພັກ​ເດ​ໂມ​ແຄ​ຣັດ​ທີ່​ຄວບ​ຄຸມ​ສະ​ພາ​ຕ່ຳ ໄດ້​ໃຫ້​ການ​ອະ​ນຸ​ມັດ ​ໃນ​ການ​ຟ້ອງ​ຮ້ອງ 2 ຂໍ້ ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໃນ​ອາ​ທິດ​ແລ້ວນີ້ ຊຶ່ງ​ເຮັດ​ໃຫ້​ທ່ານ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ 3 ເທົ່າ​ນັ້ນ ທີ່​ໄດ້​ຖືກ​ຟ້ອງໃນ​ປະ​ຫວັດ​ສາດ 243 ປີ​ຂອງ​ສະ​ຫະ​ລັດ. ທ່ານ​ໄດ້​ຖືກ​ກ່າວ​ຫາ​ວ່າ ໃຊ້​ອຳ​ນາດ​ປະ​ທານ​າ​ທິ​ບໍ​ດີ​ໄປ​ໃນ​ທາງ​ຜິດເພື່ອ​ຜົນ​ປະ​ໂຫຍດ​ທາງ​ດ້ານ​ການເມືອງ​ໃຫ້​ແກ່​ທ່ານ​ເອງ ແລະ​ຫຼັງ​ຈາກນັ້ນ ກໍ​ຂັດ​ຂວາງ​ຄວາມ​ພະ​ຍາຍາມ​ຂອງ​ລັດຖະ​ສະ​ພາ​ທີ່​ຈະ​ສືບ​ສວນ​ເບິ່ງ​ການ​ກະ​ທຳ​ຂອງ​ທ່ານ.

ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ໄດ້​ເລື່ອນ​ເວ​ລາ ການ​ສົ່ງ​ສຳ​ນວນ​ຟ້ອງ​ ໄປ​ໃຫ້​ສະ​ພາ​ສູງ​ ທີ່​ຄວບ​ຄຸມ​ໂດຍ​ພັກ​ຣີ​ພັບ​ບ​ລີ​ກັນ ຢ່າງ​ບໍ່​ມີ​ກຳ​ນົດ ເພື່ອ​ໃຫ້​ການດຳ​ເນີນຄະ​ດີ​ເລີ້ມ​ຂຶ້ນ ຢູ່​ສະ​ພາ​ດັ່ງ​ກ່າວ. ທ່ານ​ນາງ​ກ່າວ​ວ່າ ທ່ານ​ນາງ​ຈະ​ບໍ່​ດຳ​ເນີນ​ການ​ໃດໆ ຈົນ​ກວ່​າ​ທາງ​ສະ​ພາ​ສູງ​ຈະ​ຕົກ​ລົງ​ກ່ຽວ​ກັບ​ກົດ​ລະ​ບຽບ​ທີ່​ຄວບ​ຄຸມຂັ້ນ​ຕອນ​ໃນ​ການ​ດຳ​ເນີນ​ຄະ​ດີ​ເສຍ​ກ່ອນ.

ຜູ້​ນຳ​ສຽງ​ສ່ວນ​ຫຼາຍ​ໃນ​ສະ​ພາ​ສູງ ທ່ານ​ມິດ​ຈ໌ ແມັກ​ຄອນ​ແນ​ລ ໄດ້​ອ່ອນ​ການ​ຄັດ​ຄ້ານ​ທີ່​ແຂງ​ຂັນ​ກ່ອນ​ໜ້ານີ້ຂອງ​ທ່ານ​ລົງ ​ກ່ຽວ​ກັບ​ການ​ຮຽກ​ຮ້ອງ​ຂອງ​ທ່ານ​ຊັກ ຊູເມີ ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ສູງ ທີ່​ຢາກ​ຮັບ​ຟັງ​ຄຳ​ໃຫ້​ການ​ຈາກ​ພວກ​ເຈົ້າ​ໜ້າ​ທີ່ 4 ທ່ານ ຮວມ​ທັງ​ອະ​ດີດ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດທ່ານ​ຈອນ ໂບ​ລ​ຕັນ ແລະ​ຮັກ​ສາ​ການ​ຫົວ​ໜ້າ​ທີ່​ປຶກ​ສາ​ຂອງ​ທຳ​ນຽບ​ຂາວ ທ່ານ​ມິກ ມູ​ລ​ວາ​ນີໃນ​ລ​ະ​ຫວ່າງ​ການ​ດຳ​ເນີນ​ຄ​ະ​ດີ​ຂອງ​ສະ​ພາ​ສູງ.

ເວ​ລານີ້ ທ່ານ​ແມັກ​ຄອ​ນ​ແນ​ລ ກ່າວ​ວ່າ ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ ​ບໍ່​ໄດ້​ປະ​ຕິ​ເສດ​ເຖິງ​ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ທີ່​ຈະ​ຮຽກ​ຕົວ​ພະ​ຍານ​ມາ​ໃຫ້​ການ ໃນ​ການດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງ​ທ່ານ​ທ​ຣຳ​ນັ້ນ.

ທ່ານ​ແມັກ​ຄອນ​ແນ​ລ ກ່າວ​ຕໍ່​ລາຍ​ງານ Fox & Friends ໃນ​ມື້​ວັນ​ຈັນ​ຜ່ານ​ມານີ້​ວ່າ “ພວກ​ເຮົາ​ບໍ່​ໄດ້​ປະ​ຕິ​ເສດ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ ໃນ​ການ​ທີ່​ຈະ​ຮຽກ​ຕົວ​ພະ​ຍານ ພວກ​ເຮົາ​ເວົ້າ​ວ່າ ‘ຈົ່ງ​ມາ​ຈັດ​ການ​ກັບ​ຄະ​ດີນີ້ ຄື​ກັນ​ກັບ​ທີ່​ພວກ​ເຮົາ​ໄດ້​ເຮັດໄປ ໃນ​ຄະ​ດີ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ບິ​ລ ຄ​ລິນ​ຕັນ’ ຄວາມ​ຍຸ​ຕິ​ທຳ​ກໍ​ຄື​ຄວາມ​ຍຸ​ຕິທຳ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG