ການປະທະກັນຄັ້ງຫຼ້າສຸດ ລະຫວ່າງປາກິສຖານແລະອິນເດຍ ຢູ່ຕາມເຂດຊາຍແດນທີ່ມີການຂັດແຍ້ງກັນ ໃນແຄວ້ນແຄັສເມຍ ມີລາຍງານວ່າ ໄດ້ເຮັດໃຫ້ມີຜູ້ບາດເຈັບລົ້ມຕາຍຫຼາຍໆຄົນ ຕໍ່ທັງສອງຝ່າຍ.
ກອງທັບປາກິສຖານໄດ້ກ່າວຫາກຳລັງອິນເດຍວ່າ ເປັນຜູ້ເລີ້ມໃນການປະທະກັນທີ່ເກີດຂຶ້ນເມື່ອຫຼາຍໆມື້ກ່ອນ ແລະໃຫ້ການຢືນຢັນວ່າ ທະຫານຂອງຕົນສອງຄົນເສຍຊີວິດ ຢູ່ບໍລິເວນເສັ້ນຄວບຄຸມໃນເມືອງເດວາ ທີ່ແບ່ງຊາຍແດນໃນແຄວ້ນແຄັສເມຍ ລະຫວ່າງປະເທດມະຫາອຳນາດອາວຸດນິວເຄລຍທັງສອງ.
ພົນຕີອາຊິຟ ກາຟໍ ໂຄສົກກອງທັບປາກິສຖານ ກ່າວອ້າງວ່າ ທະຫານຂອງຕົນໄດ້ຕອບໂຕ້ຄືນ ແລະສັງຫານທະຫານອິນເດຍສາມຄົນ.
ແຕ່ແນວໃດກໍຕາມ ກອງທັບອິນເດຍ ໄດ້ໃຫ້ການຢືນຢັນກ່ຽວກັບການເສຍຊີວິດນາຍທະຫານຂອງຕົນຄົນນຶ່ງແລະພົນລະເຮືອນ ໃນອັນທີ່ອິນເດຍກ່າວວ່າ ເປັນການຍິງໂຈມຕີ “ແບບບໍ່ມີການເກາະຜິດ” ໂດຍປາກິສຖານ ຂ້າມເຂດຊາຍແດນໃນແຄວ້ນແຄັສເມຍ ອີງຕາມລາຍງານຂອງສື່ມວນຊົນອິນເດຍ.
ໃນຕົ້ນເດືອນນີ້ ປາກິສຖານໄດ້ສົ່ງຈົດໝາຍສະບັບນຶ່ງ ໄປຫາສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໂດຍກ່າວເຖິງຄວາມເປັນຫ່ວງຂອງອິສລາມາບັດກ່ຽວກັບການເຄື່ອນໄຫວກຳລັງຂະໜາດໃຫຍ່ຂອງອິນເດຍ ໂດຍໄດ້ສົ່ງລູກສອນໄຟໄລຍະປານກາງ ເຂົ້າໄປປະຈຳການຢູ່ໃນແຄວ້ນແຄັສເມຍ ແລະໄດ້ມ້າງຮົ້ວຊາຍແດນອອກໄປສ່ວນນຶ່ງ.
ທ່ານຊາ ເມມຸດ ກູເຣຊີ ລັດຖະມົນຕີການຕ່າງປະເທດປາກິສຖານຢູ່ໃນຈົດໝາຍຂອງທ່ານໄດ້ເຕືອນວ່າ ນິວເດລີປາກົດກົດວ່າພວມກະກຽມທີ່ຈະໂຈມຕີຂ້າມຊາຍແດນຕໍ່ປະເທດຂອງທ່ານ. ໃນຂະນະທີ່ບໍ່ມີປະຕິກິລິຍາໃດຈາກນິວເດລີ ກ່ຽວກັບການກ່າວຫາຂອງປາກິສຖານນັ້ນ ຜູ້ບັນຊາການກອງທັບອິນເດຍໃນອາທິດແລ້ວນີ້ ກ່າວວ່າ ສະຖານະການຢູ່ຕາມເສັ້ນແບ່ງເຂດແດນໃນແຄວ້ນແຄັສເມຍ “ສາມາດທີ່ຈະເພີ້ມຄວາມຮຸນແຮງຂຶ້ນໄດ້ໃນທຸກໆເວລາ.”
ທັງອິນເດຍແລະປາກິສຖານ ຕ່າງກໍໄດ້ກ່າວຫາຊຶ່ງກັນແລະກັນຢູ່ເປັນປະຈຳວ່າ ອີກຝ່າຍນຶ່ງເປັນຜູ້ລະເມີດການຢຸດຍິງປີ 2003 ຢູ່ໃນເຂດພູຫິມະໄລ ເຖິງແມ່ນເຈົ້າໜ້າທີ່ຂອງທັງສອງຝ່າຍຕ່າງກໍຍອມຮັບວ່າ ການຢຸດຍິງແມ່ນບໍ່ຄ່ອຍມີປະສິດທິຜົນປານໃດໃນໄລຍະສອງສາມປີທີ່ຜ່ານມານີ້.
ຄວາມສຳພັນສອງຝ່າຍໄດ້ຕົກຢູ່ໃນອັນຕະລາຍຮ້າຍແຮງ ນັບແຕ່ເດືອນສິງຫາເປັນຕົ້ນມາ ເວລາລັດຖະບານອິນເດຍໄດ້ຍົກເລີກຖານະເຄິ່ງປົກຄອງຕົນເອງຕາມລຳພັງ ຢູ່ໃນເຂດແຄວ້ນແຄັສເມຍທີ່ຕົນປົກຄອງ ແລະໄດ້ແບ່ງອອກເປັນດິນແດນສະຫະພັນທີ່ປົກຄອງໂດຍລັດຖະບານກາງ.