ການປະທ້ວງຕໍ່ຕ້ານລັດຖະບານຍັງດຳເນີນຢູ່ຕໍ່ມາໃນວັນພຸດວານນີ້ ໃນຂະນະທີ່ພວກປະທ້ວງປະຕິເສດບໍ່ຍອມຮັບເອົາຜູ້ທີ່ຖືກສະເໜີຊື່ໃຫ້ເປັນນາຍົກລັດຖະມົນຕີຄົນໃໝ່ ແລະໄວ້ທຸກໃຫ້ແກ່ນັກເຄື່ອນໄຫວທີ່ມີຊື່ສຽງຄົນນຶ່ງທີ່ເສຍຊີວິດໄປນັ້ນ.
ລົດຂອງນັກເຄື່ອນໄຫວທາເອີ ອາລ-ຕາເຢັບ (Thaer al-Tayeb) ໄດ້ຖືກລະເບີດລຶກລັບລູກນຶ່ງໃນວັນທີ 15 ທັນວາຜ່ານມາ ແລະເສຍຊີວິດຍ້ອນທົນຕໍ່ພິດບາດແຜບໍ່ໄດ້ໃນມື້ຕໍ່ມາ ອີງຕາມການປະກາດຂອງເຈົ້າໜ້າທີ່ການແພດ ໃນວັນອັງຄານແລ້ວນີ້. ການປະກາດດັ່ງກ່າວໄດ້ມີການສະໜອງຕອບດ້ວຍການໂຮມຊຸມນຸມທີ່ເມືອງດີວານນີຢາ ທາງພາກໃຕ້ຂອງປະເທດ ບ່ອນທີ່ພວກປະທ້ວງໄດ້ໂຈມຕີຫ້ອງການຂອງພັກການເມືອງ ທີ່ໄດ້ຮັບການໜຸນຫຼັງຈາກອີຣ່ານໃນເມືອງດັ່ງກ່າວ.
ການໂຮມຊຸມນຸມຕໍ່ຕ້ານລັດຖະບານຍັງໄດ້ມີຂຶ້ນທີ່ນະຄອນຫຼວງ ແລະໃນເຂດພາກໃຕ້ຂອງປະເທດ ບ່ອນທີ່ປະຊາຊົນສ່ວນໃຫຍ່ນັບຖືສາສະໜາອິສລາມນິກາຍຊີໄອ້ ນັບແຕ່ເດືອນຕຸລາເປັນຕົ້ນມາ ຊຶ່ງປະຊາຊົນໄດ້ພາກັນປະທ້ວງຕໍ່ຕ້ານການຄໍຣັບຊັ່ນ ການບໍລິການທີ່ຂີ້ຮ້າຍຂອງລັດຖະບານແລະການບໍ່ມີວຽກເຣັດງານທຳ. ການປະທ້ວງ ຊຶ່ງປາກົດວ່າໄດ້ຄ່ອຍໆຢຸດເຊົາລົງແລ້ວນັ້ນ ໄດ້ເລີ້ມຄືນອີກຢ່າງແຮງ ຫຼັງຈາກນາຍົກລັດຖະມົນຕີອາແດລ ອັດດູລ ມາຫດີໄດ້ລາອອກ ໃນເດືອນແລ້ວນີ້.
ພວກປະທ້ວງໃນອາທິດນີ້ຖືວ່າໄດ້ຮັບໄຊຊະນະ ເວລາສະພາແຫ່ງຊາດໃຫ້ການອະນຸມັດ ຕໍ່ການປະຕິຮູບກົດໝາຍການເລືອກຕັ້ງ ຊຶ່ງອະນຸຍາດໃຫ້ມີການກວດສອບເປັນເທື່ອທຳອິດຕໍ່ເຂດທີ່ມີການຖົກຖຽງກັນກ່ຽວກັບການເລືອກຕັ້ງຊຶ່ງເປັນການສອດຄ່ອງກັບການຮຽກຮ້ອງຂອງພວກປະທ້ວງ. ແຕ່ຫຼາຍໆຄົນຍັງພາກັນຄັດຄ້ານ ໂດຍກ່າວວ່າ ຍັງອີກຫຼາຍຢ່າງທີ່ຈະຕ້ອງໄດ້ມີການແກ້ໄຂ.
ປະທານາທິບໍດີບາແຣມ ຊາລີ ແລະສະພາແຫ່ງຊາດ ໄດ້ພາດເສັ້ນຕາຍມາຫຼາຍຄັ້ງແລ້ວ ກ່ຽວກັບການແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່ ຫຼັງຈາກທ່ານມາຫະດີໄດ້ລາອອກ. ທ່ານມາຫະດີ ແລະລັດຖະບານຂອງທ່ານ ໄດ້ຕົກລົງທີ່ຈະຮັກສາ ການຊົ່ວຄາວຕໍ່ໄປ ຈົນກວ່າມີການອະນຸມັດ ໃນການແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່.