ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທ​ຣຳ ຕ້ອງ​ຕິ ວາ​ລະ​ສານ​ຄ​ຣິ​ສ​ຕຽນ ທີ່​ຮຽກ​ຮ້ອງ​ໃຫ້​ປົດ​ທ່ານ ອອກ​ຈາກ​ຕຳ​ແໜ່ງ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ທີ່​ບ່ອນ​ໂຄ​ສະ​ນາ​ຫາ​ສຽງ ທີ່​ເມືອງ​ບັດ​ໂຕກ​ຣີກ ໃນລັດ​ມີ​ຊິ​ແກນ ເມື່ອ​ວັນ​ທີ 18 ທັນ​ວາ 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ທີ່​ບ່ອນ​ໂຄ​ສະ​ນາ​ຫາ​ສຽງ ທີ່​ເມືອງ​ບັດ​ໂຕກ​ຣີກ ໃນລັດ​ມີ​ຊິ​ແກນ ເມື່ອ​ວັນ​ທີ 18 ທັນ​ວາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໃນ​ວັນ​ສຸກວານນີ້ ໄດ້​ກ່າວ​ໂຈ​ມ​ຕີ​ວາ​ລະ​ສານ ​ຂອງ​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ​ທີ່​ສຳ​ຄັນ​ສະ​ບັບ​ນຶ່ງຫຼັງ​ຈາກວາ​ລະ​ສານດັ່ງ​ກ່າວ​ໄດ້​ພິ​ມ​ເຜີຍ​ແຜ່​ບົດ​ບັນ​ນາ​ທິ​ການ​ຮຽກ​ຮ້ອງ​ໃຫ້​ປົດ​ທ່ານ​ອອກ​ຈາກ​ຕຳ​ແໜ່ງ

ບົດ​ບັນ​ນາ​ທິ​ການ ​ຂອງວາ​ລະ​ສານ ສາ​ສະ​ໜາ​ຄ​ຣິ​ສ​ຕຽນ​ໃນ​ທຸກ​ມື້ນີ້ ທີ່​ກໍ່​ຕັ້ງ​ໂດຍມື້​ລາງນັກ​ເຜີຍ​ແຜ່​ສາ​ສະ​ໜາ​ບິ​ລ​ລີ ແກ​ຣມ (Billy Graham) ​ຊຶ່ງ​ເປັນ​ຜູ້ເຄີຍໃຫ້​ຄຳປຶກ​ສາ​ທີ່​ໜ້າ​ນັບ​ຖືສຳ​ລັບປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ ຫຼາຍໆ​ທ່ານ​ມາ​ແລ້ວນັ້ນ ກ່າວ​ວ່າ ວ​າ​ລະ​ສານ​ດັ່ງ​ກ່າວ​ບໍ່​ສາ​ມາດ​ທີ່​ຈະ​ສືບ​ຕໍ່​ມິດ​ງຽບ ຫຼັງ​ຈາກ​ສະ​ພາ​ຕ່ຳ​ສະຫະ​ລັດ​ໄດ້​ລົງ​ຄະ​ແນນ​ສຽງ​ຟ້ອງ​ຮ້ອງ​ທ່ານ​ທ​ຣຳ​ໃນມື້​ວັນ​ພຸດ​ທີ່​ຜ່ານ​ມາ.

ບົດ​ບັນ​ນາ​ທິ​ການທີ່​ມີ​ຊື່​ວ່າ “ທ່ານ​ທ​ຣຳ​ຄວນ​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ” ໄດ້​ກ່າວວ່າ “ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ​ໄດ້​ພະ​ຍາ​ຍາມ​ ທີ່​ຈະ​ໃຊ້​ອຳ​ນາດ​ທາງ​ດ້ານ​ການ​ເມືອງ​ຂອງ​ທ່ານ ເພື່ອ​ບັງ​ຄັບ​ໃຫ້​ຜູ້​ນຳ​ຕ່າງ​ປະ​ເທດ ຮາ​ວີ​ລົບ​ກວນ ແລະ​ທຳ​ລາຍຄູ່​ແຂ່ງ​ທາງ​ການ​ເມື​ອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ.”

ບົດ​ບັນ​ນາ​ທິ​ການ ທີ່​ຂຽນ​ໂດຍ​ຫົວ​ໜ້າ​ບັນ​ນາ​ທິ​ການ ທ່ານ​ມາກ ກາ​ລ​ລີ (Mark Gally) ແລະ​ພິມ​ເຜີຍ​ແຜ່​ໃນ​ວັນ​ພະ​ຫັດ​ຜ່ານ​ມາ ກ່າວ​ວ່າ “ມັນ​ບໍ່​ພຽງ​ແຕ່ລະ​ເມີດ ​ລັດ​ຖະ​ທຳ​ມະ​ນູນ​ເທົ່ານັ້ນ ແຕ່​ທີ່​ສຳ​ຄັນ​ຍິ່ງ​ໄປ​ກວ່ານັ້ນ ມັນ​ຍັງ​ເປັນ​ການ​ຜິດ​ສິນທຳ​ຢ່າງ​ຮ້າຍ​ແຮງ.”

ທ່ານ​ທ​ຣຳ​ໄດ້ຕ້ອງ​ຕິ​ວາ​ລະ​ສານ​ດັ່ງ​ກ່າວ ໂດຍ​ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ ເປັນ​ວາ​ລະ​ສານ “ຊ້າຍ​ຈັດ” ຊຶ່ງ “ໄດ້​ດຳ​ເນີນ​ການ​ມາ​ບໍ່​ຄ່ອຍ​ດີແລະ​ບໍ່​ໄດ້​ພົວ​ພັນ​ກັບ​ຄອບ​ຄົວ​ທ່ານບິ​ລ​ລີ​ ແກ​ຣມ ມາ​ໄດ້​ຫຼາຍ​ປີ​ແລ້ວ.”

ທ່ານ​ທ​ຣຳ​ກ່າວ​ອ້າງວ່າ ວາ​ລະ​ສານນີ້ “ບໍ່​ຮູ້​ເລື້ອງ​ຫຍັງ​ເລີຍ ກ່ຽວ​ກັບ​ການ​ອ່ານ​ບົດ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ໂທ​ລະ​ສັບ” ຊຶ່ງ​ເວົ້າ​ເຖິງ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບໃນ​ເດືອນ​ກໍ​ລະ​ກົດ​ຜ່ານ​ມາ ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທີ່​ພາ​ໃຫ້​ທ່ານ​ທ​ຣຳ​ຖືກຟ້ອງ.

ນອກນັ້ນ​ແລ້ວ ທ່ານ​ທ​ຣຳ​ຍັງ​ຂຽນ​ວ່າ “ບໍ່​ມີ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃດ ໄດ້​ເຮັດ​ວຽກ​ຫຼາຍ​ໄປ​ກວ່າ​ທ່ານ ສຳ​ລັບ​ປະ​ຊາ​ຄົມ​ສອນ​ສາ​ສະ​ໜາ​ຄ​ຣິ​ສ​ຕຽນ ແລະ​ມັນ​ບໍ່​ໃກ້ຄວາມ​ຈິງ​ເລີຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG