ເກົາຫຼີເໜືອ ໃນວັນເສົາມື້ນີ້ ໄດ້ກ່າວໂຈມຕີການຕ້ອງຕິຂອງກະຊວງການຕ່າງປະເທດສະຫະລັດເມື່ອໄວໆມານີ້ ກ່ຽວກັບປະຫວັດການເຄົາລົບນັບຖືສິດທິມະນຸດຂອງປະເທດດັ່ງກ່າວໂດຍເຕືອນວໍຊິງຕັນວ່າຈະ “ຈ່າຍດ້ວຍລາຄາແພງ” ຕໍ່ອັນທີ່ເກົາຫຼີເໜືອເອີ້ນວ່າ “ການໃຫ້ຄວາມເຫັນແບບບໍ່ຄິດ."
ກະຊວງການຕ່າງປະເທດຂອງເກົາຫຼີເໜືອໄດ້ຍົກເອົາບັນຫານີ້ເປັນການສະເພາະ ໃນການໃຫ້ສຳພາດແກ່ວີໂອເອ ໂດຍເຈົ້າໜ້າທີ່ອະວຸໂສ ຂອງກະຊວງການຕ່າງ ປະເທດ ທີ່ກ່າວວ່າ ສະຫະລັດຍັງສືບຕໍ່ “ມີຄວາມເປັນຫ່ວງຢ່າງເລິກເຊິ່ງ” ກ່ຽວກັບການລະເມີດສິດຂອງເກົາຫຼີເໜືອ.
ກະຊວງການຕ່າງປະເທດເກົາຫຼີເໜືອ ກ່າວຢູ່ໃນຖະແຫຼງການສະບັບນຶ່ງ ທີ່ພິມເຜີຍແຜ່ໂດຍອົງການຂ່າວສູນກາງຂອງເກົາຫຼີເໜືອ ວ່າ “ຄຳເວົ້າທີ່ມີເຈດຕະນາຮ້າຍແບບນັ້ນ ມີຂຶ້ນໃນເວລາທີ່ ຄວາມສຳພັນລະຫວ່າງ ສປປ ເກົາຫຼີ ແລະສະຫະລັດ ພວມເພີ້ມສູງຂຶ້ນສູ່ຈຸດທີ່ແຕກຫັກໄດ້ງ່າຍ ມີແຕ່ຈະພາໃຫ້ເກີດຜົນທີ່ຊຸດໂຊມລົງຕື່ມ ກ່ຽວກັບສະຖານະການທີ່ເຄັ່ງຕຶງຢູ່ແລ້ວ ໃນແຫຼມເກົາຫຼີ ຄືກັນກັບຖອກນ້ຳມັນລົງໃສ່ໄຟທີ່ກຳລັງໄໝ້ຢູ່ນັ້ນ.”
ການໃຫ້ຄວາມເຫັນດັ່ງກ່າວ ມີຂຶ້ນໃນຂະນະທີ່ພວມເກີດຄວາມເຄັ່ງຕຶງເປັນພິເສດ. ເກົາຫຼີເໜືອ ຊຶ່ງສັນຍາໄວ້ກັບສະຫະລັດໄວ້ວ່າ ຈະໃຫ້ “ຂອງຂວັນວັນຄຣິສມັສ” ນັ້ນ ໄດ້ຂົ່ມຂູ່ທີ່ຈະຍ່າງອອກຈາກການເຈລະຈາກ່ຽວກັບອາວຸດນິວເຄລຍ ແລະຈະເລີ້ມການທ້າທາຍເກາະຜິດທີ່ສຳຄັນໆ ເຊັ່ນການທົດລອງອາວຸດນິວເຄລຍ ແລະຍິງລູກສອນໄຟໄລຍະໄກ.
ໃນເວລາດຽວກັນ ສະຫະລັດກໍຄ່ອຍໆເພີ້ມການກົດດັນຕໍ່ເກົາຫຼີເໜືອ. ກະຊວງການຕ່າງປະເທດສະຫະລັດ ໃນວັນສຸກວານນີ້ ລະບຸຊື່ເກົາຫຼີເໜືອຄືນໃໝ່ວ່າ ເປັນປະເທດລະເມີດສິດເສລີພາບໃນການນັບຖືສາສະໜາ. ໃນມື້ດຽວກັນນີ້ປະທານາທິບໍດີດໍໂນລ ທຣຳ ກໍໄດ້ລົງນາມໃນຮ່າງກົດໝາຍ ເພີ້ມການລົງໂທດຕໍ່ພຽງຢາງ.
ເກົາຫຼີເໜືອ ຍັງບໍ່ທັນສະແດງຄວາມເຫັນໃດໆ ກ່ຽວກັບການເຄື່ອນໄຫວຫລ້າສຸດຂອງສະຫະລັດ. ແຕ່ແທນທີ່ພຽງຢາງຊ້ຳພັດອອກມາຄັດຄ້ານຕໍ່ການໃຫ້ສຳພາດຂອງທ່ານໂຣເບີດ ແດັສໂຕຣ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກ່ຽວກັບເລື້ອງປະຊາທິປະໄຕ ສິດທິມະນຸດ ແລະແຮງງານ ຕໍ່ນັກຂ່າວໄນ ຈິງ ຂອງວີໂອເອ ປະຈຳກະຊວງການຕ່າງປະເທດ.
ທ່ານແດັສໂຕກ່າວຕໍ່ວີໂອເອວ່າ “ພວກເຮົາຍັງສືບຕໍ່ ມີຄວາມເປັນຫ່ວງຢ່າງເລິກເຊິ່ງກ່ຽວກັບສິ່ງທີ່ເກີດຂຶ້ນໃນເກົາຫຼີເໜືອ. ຂ້າພະເຈົ້າຄິດວ່າ ຫຼັກຖານທີ່ໜ້າເຊື່ອໄດ້ທີ່ເລັດລອດອອກມາຈາກເກົາຫຼີເໜືອ ໄດ້ໃຫ້ການອະທິບາຍໃນຕົວຂອງມັນເອງ.”
ທ່ານແດັສໂຕຣໄດ້ກ່າວປ້ອງກັນ ນະໂຍບາຍຂອງທ່ານທຣຳ ໃນການສືບຕໍ່ເຈລະຈາກັບເກົາຫຼີເໜືອໃນຂະນະທີ່ລັດຖະບານສະຫະລັດຕ້ອງຕິປະຫວັດການເຄົາລົບນັບຖືສິດທິມະນຸດຂອງປະເທດດັ່ງກ່າວ.