ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກ​ອງ​ທັບອະ​ວະ​ກາດ ຈະ​ເລີ້ມ​ດ້ວຍ ກຳ​ລັງ​ນ້ອຍໆ ແຕ່​ ປ. ທ​ຣຳ ອ້າງ​ເອົາ​ໄຊ​ຊະ​ນະ ຂະ​ໜາດ​ໃຫຍ່


ປະ​ທາ​ນາ​ທິບ​ໍ​ດີ​ດໍ​ໂນ​ລ ທ​ຣຳ ຈັບ​ມື​ກັບ​ນາຍ​ພົນ​​ເຈ ເຣ​ມັນ ຫຼັງ​ຈາກ​ລົງ​ນາມ​ໃນ​ໜັງ​ສື​ແຕ່ງ​ຕັ້ງ​ທ່ານ ເປັນ​ຜູ້​ບັນ​ຊາ​ການ​ກຳ​ລັງ​ອະ​ວະ​ກາດ. ວັນ​ທີ 20 ທັນ​ວາ 2019.
ປະ​ທາ​ນາ​ທິບ​ໍ​ດີ​ດໍ​ໂນ​ລ ທ​ຣຳ ຈັບ​ມື​ກັບ​ນາຍ​ພົນ​​ເຈ ເຣ​ມັນ ຫຼັງ​ຈາກ​ລົງ​ນາມ​ໃນ​ໜັງ​ສື​ແຕ່ງ​ຕັ້ງ​ທ່ານ ເປັນ​ຜູ້​ບັນ​ຊາ​ການ​ກຳ​ລັງ​ອະ​ວະ​ກາດ. ວັນ​ທີ 20 ທັນ​ວາ 2019.

ປ​ະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ເຊັນ​ຮ່າງ​ກົດ​ໝາຍ​ສະ​ບັບ​ນຶ່ງ​ໃນ​ວັນ​ສຸກວານນີ້ ໃຫ້​ຕັ້ງ​ກອງ​ທັບ​ອະ​ວະ​ກາດ ແລະ​ອະ​ນຸ​ມັດ​ໃຫ້​ພະ​ນັກ​ງານ​ລັດຖະ​ບານ​ກາງ ​ພັກ​ການ​ໂດຍ​ໄດ້​ຮັບ​ເງິນ​ເດືອນ 12 ອາ​ທິດ ເວ​ລາ​ໄດ້​ລູກ.

​ສະ​ພາ​ສູງ​ທີ່​ຄວບ​ຄຸມ​ໂດຍ​ພັກ​ຣີ​ພັບ​ບ​ລີ​ກັນ ໄດ້​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ຮ່າງ​ກົດ​ໝາຍ​ນະ​ໂຍ​ບາຍ​ການ​ໃຊ້​ຈ່າຍ​ດ້ານ​ປ້ອງ​ກັນ​ປະ​ເທດ 738 ຕື້​ໂດ​ລ​າ​ໃນ​ວັນ​ອັງ​ຄານ​ທີ່ຜ່ານ​ມາ ຫຼັງ​ຈາກ​ສະ​ພາ​ຕ່ຳ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ​ໃຫ້​ການອະ​ນຸ​ມັດ​ຕໍ່​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ໃນ​ອາ​ທິດ​ແລ້ວ.

ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ໃຫ້​ທຶນ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ສ້າງ​ຕັ້ງ​ກຳ​ລັງ​ອະ​ວະ​ກາດ​ທີ່ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້​ສະ​ເໜີ​ໃຫ້​ສ້າງ​ຕັ້ງ​ຂຶ້ນ ເປັນເຫຼົ່າ​ທັບ​ທີຫົກ ​ຂອງກອງທັບ​ ສະ​ຫະ​ລັດ ເພື່ອ​ເປັນ​ການ​ແລກ​ປ່ຽນ​ກັບ​ຂໍ້​ສະ​ເໜີ​ໃຫ້​ທຶນ​ສະ​ໜັບ​ສະ​ໜຸນ​ຂອງ​ພັກ​ເດໂມ​ແຄ​ຣັດ ​ສຳ​ລັບ​ໃຫ້​ພະ​ນັກ​ງານ​ລັດ​ຖະ​ບານ​ກາງ 2 ​ລ້ານ​ຄົນ ພັກ​ການ​ເວລາ​ໄດ້​ລູກ 12 ອາ​ທິດ ເປັນ​ເທື່ອ​ທຳ​ອິດ ໃນ​ປະ​ຫວັ​ດ​ສາດອ​າ​ເມ​ຣິ​ກັນ.

ກຳ​ລັງ​ອະ​ວະ​ກາດ​ຈະ​ເປັນ​ເຫຼົ່າ​ທັບ​ໃໝ່​ຂອງກອງ​ທັບ​ສະ​ຫະ​ລັດ ໃນ​ຮອບ 60 ປີ ກວ່າໆ.

ນາຍ​ພົນ​ຈອນ “ເຈ” ເຣ​ມັນ​ ຜູ້​ບັນ​ຊາ​ການ​ກຳ​ລັງ​ອະ​ວະ​ກາດ ແລະ​ກອງ​ທັບ​ອະວະ​ກາດ​ຂອງກອງ​ທັບ​ອາ​ກາດ​ສະ​ຫະ​ລັດເອີ້ນ​ເຫຼົ່າ​ທັບ​ໃໝ່​ນີ້​ວ່າ “ມີ​ຄວາມ​ສຳ​ຄັນ​ຕໍ່​ປະ​ເທດ​ຊາດ” ແລະ​ເວົ້າ​ວ່າ “ຄວາມ​ເປັນ​ຜູ້​ນຳ​ຂອງ​ອາ​ເມ​ຣິ​ກາ ​ໃນ​ອະ​ວະ​ກາດແມ່ນ​ດັງ​ກ້ອງ​ໄປ​ທົ່ວ​ໂລກ...ຂໍ​ຢ່າ​ໄດ້​ມີ​ການ​ເຂົ້າ​ໃຈ​ຜິດ. ສະ​ຫະ​ລັດ​ແມ່ນປະ​ເທດ​ທີ່ນຳ​ໜ້າທີ່​ສຸດ​ໃນໂລກ ໃນ​ດ້ານ​ອະ​ວະ​ກາດ​ປັດ​ຈຸ​ບັນນີ້ ແລະ​ໃນ​ມື້ນີ້ ພວກ​ເຮົາ​ແມ່ນ​ຈະດີ​ຂຶ້ນ​ຕື່ມ.”

ນາຍພົນເຣ​ມັນ​ກ່າວ​ວ່າ ໃນ​ຂະ​ນະ​ທີ່​ຍັງ​ມີ​ຄຳ​ຖາມ​ຫຼາຍ​ຂໍ້​ກ່ຽວ​ກັບ​ກຳ​ລັງ​ອະ​ວະ​ກາດຮວມ​ທັງ​ວ່າ​ແມ່ນ​ສະ​ມາ​ຊິກ​ຄົນ​ໃດ​ຂອງ​ກຳ​ລັງ​ອະ​ວະ​ກາດ​ຈະ​ຖືກ​ຮ້ອງ​ໃຫ້​ເຂົ້າ​ປະຈຳ​ການຫຼື​ວ່າ​ເຄື່ອງ​ແບບ​ຂອງ​ພວກ​ເຂົາ​ເຈົ້າ​ຈະ​ມີ​ລັກ​ສະ​ນະ​ແບບ​ໃດ “ແຕ່ມັນ​ມີ​ຄວາມ​ສຳ​ຄັນ​ຢ່າງ​ແທ້​ຈິງ​ຕໍ່​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ.”

ທ່ານ​ກ່າວ​ຕື່ມ​ວ່າ “ມັນ​ມີ​ຄວາມ​ສຳ​ຄັນຢ່າງ​ແທ້​ຈິງ​ທີ່​ວ່າ​ພວກ​ເຮົາ​ຄວນ​ເຮັດ​ໃຫ້​ມັນຖືກ​ຕ້ອງ. ເຄື່ອງ​ແບບ ກາ​ເຄື່ອງ​ໝາຍ ​ເພງ ມັນ​ຕ້ອງ​ມີ​ລັກ​ສະ​ນະ​ໃນ​ການ​ຮັບ​ໃຊ້ແລະ​ດັ່ງ​ນັ້ນ​ພວກ​ເຮົາ​ກໍ​ບໍ່​ໄດ້​ຮີບ​ຮ້ອນ​ກ່ຽວ​ກັບ​ເລື້ອງນີ້.”

ທ່ານ​ສ​ຕີ​ເວັນ ກິ​ຕາຍ ຮອງ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ທີ່​ຮັບ​ຜິດ​ຊອບ​ໃນ​ດ້ານ​ນະ​ໂຍ​ບາຍ​ອະ​ວະ​ກາດ ກ່າວ​ວ່າ “ອະ​ວະ​ກາດ​ແມ່ນ​ມີ​ຄວາມສຳ​ຄັນ​ຕໍ່​ແນວ​ທາງ​ການ​ເປັນ​ຢູ່​ຂອງ​ພວກ​ເຮົາຕະ​ຫຼອ​ດ​ທັງ​ກອງ​ທັບ​ຂອງ​ພວ​ກ​ເຮົາແລະ​ພວກ​ເຮົາ​ຕ້ອງ​ການ​ໃຫ້​ຜູ້​ຄົນ​ເຂົ້າ​ໃຈ​ກ່ຽວ​ກັບ​ເລື້ອງນັ້ນ.”

​ທະ​ຫານ​ແລະພົນ​ລະ​ເຮືອນ​ປະ​ມານ 16,000 ຄົນ​ຈະ​ຖືກ​ສັ່ງ​ໃຫ້​ເຂົ້າ​ປະ​ຈຳ​ການຢູ່​ໃນ​ກຳ​ລັງ​ອະ​ວະ​ກາດ ຮວມ​ທັງ​ພວກ​ທະ​ຫານ 2,500 ຄົນ​ທີ່​ມີ​ໜ້າ​ທີ່​ກ່ຽວ​ຂ້ອງກັບ​ອະ​ວະ​ກາດ​ຢູ່​ແລ້ວ ພວກ​ສະ​ໝັກ​ເຂົ້າ​ຮັບ​ໜ້າ​ທີ່​ໃໝ່ 6,200 ຄົນ ແລະ​ພົນ​ລະ​ເຮືອນ​ປະ​ມານ 3,400 ຄົນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG