ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງ​ປະ​ຊຸມ ​ສຸດຍອດອິ​ສ​ລາມ ໄຂ​ຂຶ້ນ ທີ່​ນະ​ຄອນ​ຫຼວງ​ ກົວ​ລາ​ລຳ​ເປີ


​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ທ່ານ​ມະ​ຫາ​ເທຍ ໂມ​ຮາ​ໝັດ ກ່າວ​ຄຳ​ປາ​ໄສ ທີ່ກອງ​ປະ​ຊຸມ​ສຸດຍອດ ໃນ​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ, ວັນ​ທີ 19 ທັນ​ວາ 2019.
​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ທ່ານ​ມະ​ຫາ​ເທຍ ໂມ​ຮາ​ໝັດ ກ່າວ​ຄຳ​ປາ​ໄສ ທີ່ກອງ​ປະ​ຊຸມ​ສຸດຍອດ ໃນ​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ, ວັນ​ທີ 19 ທັນ​ວາ 2019.

ຊາ​ອຸ​ດີ ອາ​ຣາ​ເບຍ ແມ່ນ​ນຶ່ງ ​ໃນ​ບັນ​ດາ​ປະ​ເທດ​ມຸ​ສ​ລິມ ​ຈຳ​ນວນ​ບໍ່​ພໍ​ເທົ່າ​ໃດ​ປະ​ເທດ ທີ່​ບໍ່​ໄດ້​ໄປ​ຮ່ວມກອ​ງ​ປະ​ຊຸມ​ເປັນ​ເວ​ລາ 4 ມື້ ທີ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີຂອງ​ມາ​ເລ​ເຊຍ ທີ່​ແນ​ໃສ່​ເພື່ອ​ແກ້​ໄຂ​ບັນ​ຫາ​ທີ່​ເປັນ​ສ້ຽນ​ໜາມ​ຮ້າຍ​ແຮງ​ສຸດ​ບາງຢ່າງ ໃນ​ໂລກ​ອິ​ສ​ລາມ.

ກອງ​ປະ​ຊຸມ​ດັ່ງ​ກ່າວ ແມ່ນ​ຈັດ​ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ທ່ານ​ມະ​ຫາ​ເທຍ ໂມ​ຮ​າ​ໝັດ. ເປັນ​ທີ່​ຄາດ​ວ່າ​ກອງ​ປະ​ຊຸມ​ໃນຄັ້ງ​ນີ້ ຈະ​ຫາ​ລື​ກັນ​ກ່ຽວ​ກັບ​ບັນຫາ​ຕ່າງໆ ເຊັ່ນ​ວ່າ​ບັນ​ຫາ​ຊາວ​ມຸ​ສ​ລິມ​ເຜົ່າ​ວີ​ເກີ້ ໃນ​ແຂວງ​ຊິນ​ຈຽງ ທີ່​ສ​ອກ​ຫຼີກຫ່າງ​ໄກ​ຂອງ​ຈີນ ບ່ອນ​ທີ່​ຫຼາຍໆ​ລ້ານ​ຄົນ​ຖືກ​ຄຸມ​ຂັງ ໃນ​ອັນ​ທີ່​ພວກ​ຕ້ອງ​ຕິ​ເອີ້ນ​ວ່າ ສູນ​ຄວບ​ຄຸມ​ຕ່າງໆ​ນັ້ນ.

ຣາ​ຊະ​ອາ​ນາ​ຈັກ​ຊາ​ອຸ​ດີ ອາ​ຣາ​ເບຍ ກ່າວ​ວ່າ ຕົນ​ບໍ່​ເຂົ້າ​ຮ່ວມກອງ​ປະ​ຊຸມສຸດ ຍອດ​ໃນ​ຄັ້ງ​ນີ້ ຍ້ອນ​ມັນ​ຈັດ​ຂຶ້ນ​ຢູ່ນອກ​ການ​ຄຸ້ມ​ຄອງ​ ຂອງ​ອົງ​ການ​ການ​ຮ່ວມ​ມືອິ​ສ​ລາມ ​ທີ່​ມີ​ສະ​ມາ​ຊິກ 57 ປະ​ເທດ ແລະ​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ນະ​ຄອນ​ເຈັດ​ດາທີ່​ເອີ້ນ​ຫຍໍ້​ວ່າ OIC. ອົງ​ການ OIC ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ໃນ​ວັນພຸດ​ຜ່ານ​ມານີ້ ກ່າວ​ວ່າ ການ​ປະ​ຊຸມ​ໃນ​ທຳ​ນອງນີ້ ບໍ່​ພຽງ​ແຕ່​ຈະ​ສ້າງ​ຄວາມ​ອ່ອນ​ແອ​ໃຫ້​ແກ່​ກຸ່ມ​ດັ່ງ​ກ່າວ ແຕ່​ຍັງ​ຈະ​ສ້າງ​ຄວາມ​ອ່ອນ​ແອ​ໃຫ້​ແກ່​ສາ​ສະ​ໜາ​ອິ​ສ​ລາມນຳ​ດ້ວຍ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ​ອິມ​ຣານ ຄ​ານ ມີ​ກຳ​ນົດ​ທີ່​ຈະ​ໄປ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້ ແຕ່​ມີ​ລາຍ​ງານ​ວ່​າ​ໄດ້​ຖອນ​ໂຕ ຍ້ອນ​ຖື​ກ​ກົດ​ດັນ​ຈາກ​ຣິ​ຢາດ.

ອີ​ຣ່ານ ເທີ​ກີ ແລະ​ກາ​ຕາ ຊຶ່ງ​ຕ່າງ​ກໍ​ເປັນ​ຄູ່​ແຂ່ງ​ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ຈະ​ໄປ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ.


ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG