ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ສະ​ພາ​ຕ່ຳ ສະ​ເໜີ​ໃຫ້​ຟ້ອງ ປ. ທ​ຣຳ ໃນ​ການ​ໃຊ້​ອຳ​ນາດ ໄປ​ໃນ​ທາງ​ຜິດ ແລະ​ຂັດ​ຂວາງ​ ການ​ສືບ​ສວນ​ ຂອງ​ສະ​ພາ


ປະ​ທານ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ຂອງ​ສະ​ພາ​ຕ່ຳ ສ​ຫລ ທ່ານ​​ເຈີ​ໂຣ​ລ ແນດ​ເລີ ຈາກ​ລັດ​ນິວຢອກ ພວມ​ຕີ​ໄມ້​ຄ້ອນ ໃຫ້​ຢຸດ​ພັກ ໃນ​ການ​ພິ​ຈາ​ລະ​ນາ​ຂໍ້​ກ່າວ​ຫາ ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ.
ປະ​ທານ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ຂອງ​ສະ​ພາ​ຕ່ຳ ສ​ຫລ ທ່ານ​​ເຈີ​ໂຣ​ລ ແນດ​ເລີ ຈາກ​ລັດ​ນິວຢອກ ພວມ​ຕີ​ໄມ້​ຄ້ອນ ໃຫ້​ຢຸດ​ພັກ ໃນ​ການ​ພິ​ຈາ​ລະ​ນາ​ຂໍ້​ກ່າວ​ຫາ ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ.

ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ຂອງ​ສະ​ພາ​ຕ່ຳສະ​ຫະ​ລັດ ໄດ້​ໃຫ້​ການ​ອະ​ນຸ​ມັດ​ໃນ​ການ​ຟ້ອງ​ຮ້ອງ ສອງ​ຂໍ້ ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໃນ​ວັນສຸກວານນີ້ ເພື່ອ​ແຜ້ວ​ທາງ​ໃຫ້​ມີ​ການ​ລົງ​ຄະ​ແນນ​ສຽງ​ຂອງ​ສະ​ພາ​ຕ່ຳ​ຄົບ​ຄະ​ນະຊຶ່ງ​ອາດ​ຈະ​ມີ​ຂຶ້ນ​ໃນ​ອາ​ທິດ​ໜ້ານີ້.

ສະ​ມ​າ​ຊິກ​ຂອງ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ໃນການ​ລົງ​ຄະ​ແນນ​ສຽງ 23 ຕໍ່ 17 ​ຕາມ​ການ​ສັງ​ກັດ​ພັກ​ນັ້ນໄດ້​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ບົດ​ຟ້ອງ​ຮ້ອງ ຊຶ່ງ​ໄດ້​ກ່າວຫາທ່ານ​ທ​ຣຳວ່າ ​ໄດ້​ໃຊ້​ອຳ​ນາດໄປ​ໃນ​ທາງ​ຜິດ ແລະ​ຂັດ​ຂວາງ​ການ​ສືບ​ສວນຂອງ​ລັດ​ຖະ​ສະ​ພາ.

ການ​ກ່າວ​ຫາ​ຢ່າງ​ເປັນ​ທາງ​ການ ເວ​ລານີ້​ຈະ​ຖືກ​ສົ່ງ​ໄປ​ໃຫ້​ສະ​ພາ​ຄົບ​ຄະ​ນະ ທີ່ພວກ​ທ່ານ​ຈະ​ອະ​ພິ​ປາຍ​ກັນ​ຕື່ມ ກ່ອນ​ຈະ​ລົງ​ຄະ​ແນນ​ສຽງ​ຂັ້ນ​ສຸດ​ທ້າຍ ໂດຍ​ສະມາ​ຊິກ​ສະ​ພາ​ຕ່ຳ ​ຄົບ​ຄະ​ນະ ຊຶ່ງ​ມີ​ທ່າ​ທາງວ່າ ຈະ​ມີ​ຂຶ້ນ​ ໃນ​ວັນ​ພຸດ​ອາ​ທິ​ດ​ໜ້າ. ໂດຍ​ຄາດ​ວ່າ​ສະ​ພາ​ຕ່ຳ​ຄົບ​ຄະ​ນະ ​ໃຫ້​ການ​ອະ​ນຸ​ມັດ ຕໍ່​ການ​ຟ້ອງ​ຮ້ອງທັງສອງ​ຂໍ້ນີ້ແລ້ວ ທ່ານ​ທ​ຣຳ​ແມ່ນ​ໄດ້​ຖືກ​ກ່າວ​ຫາ​ຢ່າງ​ເປັນ​ທາງ​ການ ແລະ​ຈະ​ຖືກ​ດຳ​ເນີນຄະ​ດີ​ຢູ່​ສະ​ພາ​ສູງ​ໃນ​ປີ​ໜ້າ.

ບໍ່​ດົນ​ຫຼັງ​ຈາກ​ໄດ້​ມີ​ການ​ລົງ​ຄະ​ແນນ​ສຽງກັນແລ້ວ ​ໂຄ​ສົກ​ຂອງທຳ​ນຽບ ທ່ານ​ນາງ​ສ​ເຕັບ​ຟາ​ນີ ກ​ຣິ​ສ​ແຊມ (Stephanie Grisham) ກໍ​ໄດ້​ອອກ​ຖະ​ແຫຼງ​ການ​ສະບັບ​ນຶ່ງ ປະ​ນາມ​ການ​ລົງ​ຄະ​ແນນ​ສຽງ​ດັ່ງ​ກ່າວ.

ທ່ານ​ນາງກ​ຣິ​ສ​ແຊມ​ກ່າວ​ວ່າ “ການສືບ​ສວນຟ້ອງ​ຮ້ອງ​ແບບ​ສິ້ນ​ຫວັງ​ທີ່​ຫຼອກ​ລວງ​ໂດຍ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ຕ່ຳ ແມ່ນ​ໄດ້​ກ້າວ​ໄປ​ເຖິງ​ໄລ​ຍະ​ສຸດ​ທ້າຍທີ່​ໜ້າ​ລະ​ອາຍ​ແລ້ວ. ປະ​ທາ​ນາ​ທິ​ບໍ​ດີ​ຫວັງ​ວ່າ ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຕໍ່​ແບບ​ຍຸ​ຕິທຳ​ໃນ​ການ​ດຳ​ເນີນ​ຂັ້ນ​ຕອນ​ຂອງ​ສະ​ພາ​ສູງ ຊຶ່ງ​ຍັງ​ສືບ​ຕໍ່​ໄປ​ຮັບ​ການ​ປະ​ຕິ​ເສດ​ທີ່​ໜ້າ​ລະ​ອາຍ​ຕໍ່​ທ່ານ​ໂດ​ຍ​ສະ​ພາ​ຕ່ຳ.”

ໃນ​ການ​ປະ​ຊຸມ​ເວ​ລາ​ຕໍ່​ມາ ກັບ​ປະ​ທານ​າ​ທິ​ບໍ​ດີ​ປາ​ຣາ​ໄກວ ທ່ານ​ມາ​ຣີ​ໂອ ອັບ​ໂດ ເບ​ນີ​ເຕ​ສ ໃນ​ວັນ​ສຸກວານນີ້ ທ່ານ​ທ​ຣຳ​ໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ສະ​ມາ​ຊິກ​ພັກເດ​ໂມ​ແຄ​ຣັດ​ພວມທຳ​ການ “ຟ້ອງ​ຮ້ອງ​ແບບ​ບໍ່​ສຳ​ຄັນ” ແຕ່​ທ່ານກ່າວ​ຕື່ມ​ວ່າ “ມັນເບິ່ງ​ຄື​ວ່າ ​ຈະ​ເປັນ​ການ​ດີ​ຫຼາຍ ​ສຳ​ລັບ​ຂ້າ​ພະ​ເຈົ້າ​ ໃນ​ທາງ​ການ​ເມືອງ.” ທ່ານ​ປະ​ກາດ​ວ່າ ການ​ນຳ​ໃຊ້ “ອຳ​ນາດ​ໃນ​ການ​ຟ້ອງ​ຮ້ອງ​” ຂອງ​ພັກ​ເດ​ໂມ​ແຄ​ຣັດ “ແມ່ນການ​ສ້າງ​ຄວາມ​ອັບ​ອາຍ​ຂາຍ​ໜ້າ​ໃຫ້​ແກ່​ປະ​ເທດນີ້” ແລະ​ເວົ້າ​ວ່າທ່ານ​ບໍ່​ຢາກ​ໃຫ້ມີ​ການ​ດຳ​ເນີນ​ຄະ​ດີ​ທີ່​ຍືດ​ຍາວ ຫຼືແບບ​ສັ້ນໆ​ຢູ່​ໃນ​ສະ​ພາ​ສູງ. ທ່ານ​ກ່າວ​ວ່າ “ຂ້າພະ​ເຈົ້າ​ພ້ອມ​ແລ້ວ​ສຳ​ລັບ​ທັງ​ຍາວ​ແລະ​ສັ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG