ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ການ​ໂຈມ​ຕີ ຈາກ​ພາຍ​ໃນ ສັງ​ຫານ ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ອັ​ຟ​ກາ​ນິ​ສ​ຖານ 25 ຄົນ


ແຂວງ​ກາ​ສ​ນີ ໃນ​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ
ແຂວງ​ກາ​ສ​ນີ ໃນ​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ

ເຈົ້າ​ໜ້າ​ທີ່​ອັ​ຟ​ກາ​ນິ​ສ​ຖານ ກ່າວ​ໃນ​ວັນ​ເສົາ​ມື້ນີ້​ວ່າ ໜ່ວຍ​ແຊກ​ຊຶມ​ຂອງ​ຕາ​ລີ​ບານໄດ້​ສັງ​ຫານ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ​ຂອງ​ລັດ​ຖະ​ບານ ​ຢ່າງ​ໜ້ອຍ 25 ຄົນ ​ໃນແຂວງ​ກາ​ສ​ນີ ທີ່​ພວມ​ຕົກ​ຢູ່​ໃນ​ຄວາມ​ຫຼໍ່​ແຫຼມ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດໃນ​ເວ​ລ​ານີ້.

ການ​ໂຈມ​ຕີ​ຈາກ​ພາຍ​ໃນ​ ມີ​ຂຶ້ນ​ທີ່​ເມືອງ​ກາ​ຣາ​ບັກ ບ່ອນ​ທີ່​ກຸ່ມ​ເຈົ້າໜ້າ​ທີ່​ຮັກ​ສາ​ຄວາມ​ສະ​ຫງົບ 7 ຄົນ ໃນ​ຄືນ​ວັນ​ສຸກ ໄດ້​ຫັນ​ປາຍ​ປືນ ຍິງ​ສັງ​ຫານ​ພວກ​ທະ​ຫານ​ດ້ວຍ​ກັນ ທີ່​ຄ້າຍ​ທະ​ຫານ​ແຫ່ງ​ນຶ່ງ​ໃນ​ເຂດ​ທ້ອງ​ຖິ່ນ.

ທ່ານ​ກູ​ແລມ ຮາ​ບິບ ເຊ​ຣັກ ເຈົ້າ​ເມືອງໆ​ກາ​ຣາ​ບັກ ກ່າວ​ຕໍ່​ວີ​ໂອ​ເອວ່າ ພວກ​ໂຈມ​ຕີ​ໄດ້​ເກັບ​ເອົາ​ອາ​ວຸດ​ແລະ​ລົດ​ທະ​ຫານ​ຈາກ​ຄ້າຍ​ດັ່ງ​ກ່າວກ່ອນ​ຈະ​ຫ​ລົບ​ໜີໄປແລະ​ເຂົ້າ​ຮ່ວມ​ກັບ​ພວກ​ກະ​ບົດ​ຢູ່​ໃນ​ເຂດນັ້ນ. ທ່ານ​ກ່າວ​ວ່າ ມີ​ທະ​ຫານ​ອັ​ຟກາ​ນິ​ສ​ຖານ​ຢ່າງ​ໜ້ອຍ 2 ຄົນ​ໄດ້​ຮັບ​ບາດ​ເຈັບ.

ກຸ່ມ​ຕາ​ລີ​ບານ​ໄດ້​ກ່າວ​ອ້າງ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ການ​ໂຈມ​ຕີ​ໄດ້​ສັງຫານ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ 32 ຄົນ ແລະ​ນັກ​ລົບ​ຂອງ​ຕົນ​ຢຶດ​ເອົາ​ຄ້າຍແຫ່ງ​ດັ່ງ​ກ່າວ ແຕ່​ແນວ​ໃດ​ກໍ​ຕາມ ການ​ກ່າວ​ອ້າງ​ຂອງ​ພວກ​ກະ​ບົດມັກ​ຈະ​ເວົ້າໂຍກ​ເກີນ​ຄວາມ​ເປັນ​ຈິງ​ສະ​ເໝີ.

ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ອັ​ຟ​ກາ​ນິ​ສ​ຖານ​ລາຍ​ງານ​ວ່າ ມີ​ການ​ໂຈມ​ຕີ​ຈາກ​ພາຍ​ໃນ​ປະ​ມານ 50 ເທື່ອ​ໃນ​ປີນີ້ ແລະ​ສັງ​ຫານ​ພວກ​ເຈົ້າ​ໜ້າ​ທີ່​ຈຳ​ນວນ​ນຶ່ງ.

ແຂວງ​ກາ​ສ​ນີ​ໄດ້​ກາຍ​ເປັນ​ເຂດ​ທີ່​ມີ​ການ​ສູ້​ລົບ​ກັນ​ຢ່າງ​ໜັກ​ລະ​ຫວ່າງ​ກຳ​ລັງ​ທະ​ຫານ​ລັດ​ຖະ​ບານ​ແລະ​ພວກ​ກະ​ບົດ​ຕາ​ລີ​ບານ​ມາ​ໄດ້​ຫຼາຍ​ເດືອນ​ແລ້ວ. ພວກ​ກະບົດ​ໄດ້​ຄວບ​ຄຸມ​ຫຼື​ພວມ​ທຳ​ການ​ສູ້​ລົບ​ເພື່ອ​ເຂົ້າ​ຄວບ​ຄຸມ​ຫຼາຍໆ​ເມືອງ​ໃນ​ແຂວງດັ່ງ​ກ່າວ.

ໃນ​ວັນ​ສຸກວານນີ້ ມີ​ພົນ​ລະ​ເຮືອນ​ຢ່າງ​ນ້ອຍ 10 ຄົນ​ເສຍ​ຊີ​ວິດ ແລະ 6 ຄົນ​ບາດ​ເຈັບ ເວ​ລາ​ລົດ​ຕູ້​ນ້ອຍ​ຂອງ​ພວກ​ເຂົາ​ເຈົ້າ​ທີ່​ເດີນ​ທາງ​ໄປ​ເມືອງ​ກາ​ສ​ນີ​ຊຶ່ງເປັນ​ເມືອງ​ເອກ​ຂອງ​ແຂວງ ຢຽບ​ລະ​ເບີດ​ແຄມ​ທາງ.

ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ກໍ່​ຄວາມ​ຮຸນ​ແຮງ​ດັ່ງ​ກ່າວແຕ່​ເຈົ້າ​ໜ້າ​ທີ່​ອັ​ຟ​ກາ​ນິ​ສ​ຖານ ໄດ້​ຖິ້ມ​ໂທດ​ໃສ່​ພວກ​ກະ​ບົດ​ຕາ​ລີ​ບານ​ວ່​າ​ເປັນ​ຜູ້ວາງ​ລະ​ເບີດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັ​ງ​ກິດ

XS
SM
MD
LG