ຫົວໜ້າຄະນະເຈລະຈາສັນຕິພາບຂອງສະຫະລັດໃນອັຟການິສຖານ ທ່ານຊາລເມ ຄາລິລຊາດ ໄດ້ເດີນທາງໄປຢ້ຽມຢາມປາກິສຖານ ໃນວັນສຸກມື້ນີ້ ນຶ່ງມື້ຫລັງຈາກໄດ້ໂຈະການເຈລະຈາສັນຕິພາບເປັນເວລາສັ້ນໆ ກັບພວກຕາລີບານ ຢູ່ປະເທດກາຕາ ເພື່ອຕອບໂຕ້ຕໍ່ການໂຈມຕີໃນອາທິດນີ້ຂອງກຸ່ມກະບົດດັ່ງກ່າວ ຢູ່ທີ່ຄ້າຍທະຫານອາເມຣິກັນໃຫຍ່ທີ່ສຸດ ຢູ່ໃນອັຟການິສຖານ.
ທ່ານຄາລິຊາດໄດ້ພົບປະກັບລັດຖະມົນຕີການຕ່າງປະເທດ ທ່ານຊາ ເມມຸດ ຄູເຣຊີ ທີ່ນະຄອນຫຼວງອິສລາມາບັດ ແລະໄດ້ແຈ້ງໃຫ້ທ່ານຊາບ ກ່ຽວກັບການເຈລະຈາລະຫວ່າງສະຫະລັດກັບພວກກະບົດຕາລີບານ ທີ່ນະຄອນຫຼວງໂດຮາຂອງກາຕາ ອີງຕາມຖະແຫຼງການຂອງປາກິສຖານ.
ມີການອ້າງຄຳເວົ້າຂອງທ່ານຄູເຣຊີ ທີ່ກ່າວເຖິງການໂຈະ ໃນການເຈລະຈາທີ່ຫາກໍເລີ້ມຂຶ້ນເມື່ອໄວໆມານີ້ ໂດຍເວົ້າວ່າ “ພວກເຮົາຫວັງວ່າ ການເຈລະຈາລະຫວ່າງສະຫະລັດ ກັບພວກຕາລີບານ ຈະເລີ້ມຂຶ້ນໃນໄວໆນີ້.”
ທ່ານຄູເຣຊີໄດ້ໃຫ້ການຢືນຢັນອີກເທື່ອນຶ່ງ ເຖິງການຕັດສິນໃຈຢ່າງເດັດດ່ຽວທີ່ຈະສືບຕໍ່ເອົາບົດບາດ ເປັນຜູ້ “ອຳນວຍຄວາມສະດວກ” ໃນຂັ້ນຕອນສັນຕິພາບອັຟການິສຖານ ແລະກ່າວຢ້ຳອີກຄັ້ງນຶ່ງວ່າ ບັນຫາຂັດແຍ້ງໃນອັຟການິສຖານທີ່ເປັນເພື່ອນບ້ານນັ້ນ ບໍ່ສາມາດແກ້ໄຂທາງທະຫານໄດ້.
ພວກຜູ້ນຳຂອງກຸ່ມຕາລີບານມີການຕິດຕໍ່ຢ່າງໃກ້ຊິດກັບອິສລາມາບັດແລະຄອບ ຄົວຂອງພວກເຂົາເຈົ້າກໍອາໄສຢູ່ໃນປາກິສຖານ ໃນໝູ່ພວກຊາວອົບພະຍົບອັຟ ການິສຖານ 3 ລ້ານຄົນ ທີ່ຍັງຢູ່ໃນປະເທດດັ່ງກ່າວ.
ການໂຈມຕີສະຫຼະຊີບດ້ວຍລົດລະເບີດໃນມື້ວັນພຸດຜ່ານມາ ທີ່ຖານທັບບັກຣາມ ຊຶ່ງສ່ວນໃຫຍ່ເຮັດໃຫ້ພົນລະເຮືອນອັຟການິສຖານທີ່ຢູ່ໃນບໍລິເວນໃກ້ຄຽງເສຍຊີວິດໄປ ແລະບໍ່ໄດ້ສ້າງຄວາມເສຍຫາຍໃດໆໃຫ້ແກ່ກຳລັງສະຫະລັດ ແລະອົງການເນໂຕ້.
ກຸ່ມຕາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວ.