ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສ​ຫລ ກ່າວ​ວ່າ ການ​ລົງ​ໂທດ ເຮັດ​ໃຫ້​ອີ​ຣ່ານ ເຂົ້າ​ເຖິງ​ເງິນ​ຕາ​ຕ່າງ​ປະ​ເທດ ໄດ້​ແຕ່​ພຽງ 10 ຕື້​ໂດ​ລາ


ແມ່​ຍິງ​ຄົນ​ນຶ່ງ​ພວມ​ເຂົ້າ​ໄປ​ໃນ​ຮ້ານ​ແລກ​ປ່ຽນ​ເງິນ​ຕາ​ຕ່າງ​ປະ​ເທດ ໃນ​ຄຸ້ມ​ທຸ​ລະ​ກິດ​ຂອງ​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ເມື່ອ​ວັນ​ທີ 24 ຕຸ​ລາ 2011.
ແມ່​ຍິງ​ຄົນ​ນຶ່ງ​ພວມ​ເຂົ້າ​ໄປ​ໃນ​ຮ້ານ​ແລກ​ປ່ຽນ​ເງິນ​ຕາ​ຕ່າງ​ປະ​ເທດ ໃນ​ຄຸ້ມ​ທຸ​ລະ​ກິດ​ຂອງ​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ເມື່ອ​ວັນ​ທີ 24 ຕຸ​ລາ 2011.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ​ ຂອງ​ສະ​ຫະ​ລັດ ກ່າວ​ວ່​າ ການ​ລົງ​ໂທດ​ຂອງວໍ​ຊິງ​ຕັນ​ຕໍ່​ອີ​ຣ່ານ ເຮັດ​ໃຫ້​ເຕ​ຫະ​ຣ່ານ​ສາ​ມາດ​ເຂົ້າ​ເຖິງ​ເງິນ​ຕາ​ຕ່າງ​ປະ​ເທດຍາກ​ຂຶ້ນໂດຍເຂົ້າ​ເຖິງ​ເງິນຕາສຳ​ຮອງ​ໄດ້​ແຕ່​ພຽງ 10 ຕື້​ໂດ​ລາເພື່ອກໍ່​ຄວາມ​ຮຸນ​ແຮງ​ແລະຮັບ​ມືກັບ ​ບັນ​ຫາ​ຕ່າງໆ​ຢູ່​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ.

ທ່ານບ​ຣາຍ​ແອນ ຮຸກ ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ສະ​ຫະ​ລັດຮັບ​ຜິດ​ຊອບ​ກ່ຽວ​ກັ​ບ​ເລື້ອງອີ​ຣ່ານ​ໄດ້​ແຈ້ງ​ໃຫ້​ຊາບ ໃນ​ອັນ​ທີ່​ທ່ານ​ກ່າວ​ວ່າ ເປັນ​ຄວາມ​ລັບ ​ທີ່​ຫາ​ກໍ​ເປີດ​ເຜີຍ​ໃໝ່ໆ ກ່ຽວ​ກັບ​ເງິນ​ຕາ​ຕ່າງ​ປະ​ເທດ​ສຳ​ຮອງ​ຂອງ​ອີ​ຣ່ານ ໃນ​ຄຳ​ປາ​ໄສ​ໃນ​ວັນ​ພະຫັດ​ວານນີ້ ຕໍ່​ສະ​ພາ​ຄວາມ​ສຳ​ພັນ​ຕ່າງ​ປະ​ເທດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ.

ທ່ານ​ຮຸກ​ກ່າວ​ວ່າ “ອີງ​ຕາມ​ການ​ວິ​ເຄາະ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ​ແລ້ວ ເວ​ລານີ້ ອີ​ຣ່ານ​ມີ​ເງິນ​ຕາ​ຕ່າງ​ປະ​ເທດ​ສຳ​ຮອງ​ຢູ່ 100 ຕື້​ໂດ​ລາ. ໃນ​ຈຳ​ນວນ​ດັ່ງ​ກ່າວ ມີ​ແຕ່ 10 ເປີ​ເຊັນ​ເທົ່າ​ນັ້ນ ທີ່ເຈົ້າໜ້າ​ທີ່​ອີ​ຣ່ານ​ສາ​ມາດ​ນຳ​ໃຊ້ໄດ້​ໃນ​ທັນ​ທີ​. ນັ້ນ​ກໍຄື 10 ຕື້​ໂດ​ລາ.

ໃນ​ການ​ຕອບ​ຄຳ​ຖາມ ຫຼັງ​ຈາກ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ມີ​ການ​ກະ​ກຽມ​ແລ້ວ ທ່ານ​ຮຸກ​ເວົ້າ​ວ່າ ອີກ 90 ຕື້​ໂດ​ລາ ຂອງ​ເງິນ​ຕາ​ຕ່າງ​ປະ​ເທດ​ສຳ​ຮອງ​ຂອງ​ອີ​ຣ່ານ ແມ່ນ​ຖືກ​ “ກັກ​ໄວ້” ໂດຍ​ປະ​ເທດ​ອື່ນໆ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ຢູ່​ໃນ​ບັນ​ຊີ​ຂອງ​ຜູ​ພິ​ທັກ​ຊັບສິນ​ທີ່​ບັນ​ດາ​ປະ​ເທດ​ເຫຼົ່າ​ນັ້ນ​ໄດ້​ຫ້າມ​ບໍ່​ໃຫ້​ອີ​ຣ່ານ​ນຳ​ໃຊ້ ຍ້ອນ​ການ​ລົງ​ໂທດ​ຂອງສະ​ຫະ​ລັດ​ຕໍ່​ພາກ​ສ່ວນ​ການ​ເງິນ​ອີ​ຣ່ານ. ບໍ​ລິ​ສັດ​ແລະ​ທະ​ນາ​ຄານ​ຕ່າງ​ປະ​ເທດ​ຈຳນວນ​ນຶ່ງ​ໄດ້​ປະ​ຕິ​ເສດ​ບໍ່​ຍອມ​ເຮັດ​ທຸ​ລະ​ກິດ​ກັບ​ອີ​ຣ່ານຍ້ອນ​ຢ້ານ​ຈະ​ໄດ້​ຮັບ​ຜົນກະ​ທົບ​ຂ້າງ​ຄຽງ​ຈາກ​ການ​ລົງໂທດ​ຂອງ​ສະ​ຫະ​ລັດ ຊຶ່ງ​ຈະ​ຕັດ​ພວກ​ເຂົາ​ອອກ​ຈາກ​ຕະ​ຫຼາດ​ການ​ເງິນ​ຂອງ​ສະ​ຫະ​ລັດ.

ດັດ​ຊະ​ນີດ້ານ​ສະ​ຖິ​ຕິ​ ຂອງ​ລາຍ​ງານ​ອົງ​ການກອງ​ທຶນ​ສຳ​ຮອງ ກ່ຽວ​ກັບ​ພາກ​ຕາ​ເວັນ​ອອກ​ກາງ​ແລະ​ເຂດ​ເອ​ເຊຍ​ກາງສະ​ແດງ​ໃຫ້​ເຫັນ​ວ່າ ເງິນ​ຕາ​ສຳ​ຮອງ​ຕ່າງ​ປະເທດ​ທີ່​ເປັນ​ທາງ​ການ​ທັງ​ໝົດ​ຂອງ​ອີ​ຣ່ານແມ່ນ 101 ຕື້​ໂດ​ລາ​ໃນ​ປີ 2018 ໂດຍ​ທີ່​ຄາດ​ຄະເນ​ວ່າ​ຈະ​ຫຼຸດ​ລົງ​ເປັນ 85 ຕື້​ໂດ​ລາ ​ໃນ​ປີ 2019 ແລະ 68 ຕື້​ໂດ​ລາ​ໃນ​ປີ 2020.

ທ່ານ​ຮຸກ​ກ່າວ​ວ່າ ເງິນ​ຕາ​ສຳ​ຮອງ​ຕ່າງ​ປະ​ເທດຂອງ​ອີ​ຣ່ານ​ຍັງ​ຫລຸດ​ລົງ​ຍ້ອນ​ການລົງ​ໂທດ​ຂອງ​ສະ​ຫະ​ລັດ ທີ່​ເຮັດ​ໃຫ້​ເຕ​ຫະ​ຣ່ານ​ບໍ່​ສາ​ມາດ​ສົ່ງ​ສິນ​ຄ້າ​ອອກ. ກ່ອນ​ທີ່ສະ​ຫະ​ລັດ​ຈະ​ທຳ​ການ​ລົງ​ໂທດ​ໜັກ​ຂຶ້ນ​ຕໍ່​ອີ​ຣ່ານ​ໃນ​ປີ​ກາຍນີ້ ທ່ານ​ຮຸກ​ກ່າວ​ວ່າ ເຕຫະ​ຣ່ານ​ໄດ້​ກາງ​ຕໍ່​ການ​ສົ່ງ​ນ້ຳ​ມັນ​ອອກ ເພື່ອ​ໄດ້​ຮັບ​ເງິນ​ຕາ​ຕ່າງ​ປະ​ເທດ​ ປະ​ມານ 50 ເປີ​ເຊັນ ແລະ​ທີ່​ເຫຼືອ​ສ່ວນ​ໃຫຍ່ ​ແມ່ນ​ມາ​ຈາກ​ການ​ສົ່ງ​ອອກ ​ສານ​ເຄ​ມີ​ນ້ຳ​ມັນ ໂລ​ຫະ ແລະ​ຜະ​ລິດ​ຕະ​ພັນ​ທີ່​ກັ່ນ​ແລ້ວ​ກ່ຽວ​ກັບ​ນ້ຳ​ມັນ. ລັດ​ຖະ​ບານ​ທ່ານ​ທ​ຣຳ​ໄດ້ເລີ້ມທຳ​ການ​ລົງ​ໂທດ​ຕໍ່​ການ​ສົ່ງ​ອອກ​ເຫຼົ່າ​ນີ້ ​ມາ​ແຕ່​ປີ​ກາຍ.

ທ່ານ​ຮຸກ​ກ່າວ​ວ່າ “ອຳ​ນາດ​ການ​ປົກ​ຄອງ​ອີ​ຣ່ານ​ ພວມດີ້ນ​ຮົນ​ເພື່ອ​ໃຫ້​ໄດ້​ຮັບ​ເງິນ​ຕາ​ຕ່າງ​ປະ​ເທດ​ທີ່​ຈຳ​ເປັນ​ສຳ​ລັບ​ນຳ​ເຂົ້າ​ສິນ​ຄ້າຕ່າງໆ​ເຊັ່ນ​ເຄື່ອງ​ຈັກ ເຄື່ອງ​ປ້ອນໂຮງ​ງານ​ອຸດ​ສາ​ຫະ​ກຳ​ແລະສິນ​ຄ້າ​ບໍ​ລິ​ໂພກ. ເມື່ອ​ເວົ້າ​ເຖິງ​ການ​ລົງ​ໂທດ​ໃນ​ປັດ​ຈຸບັນ​ນີ້​ ຕໍ່​ການ​ສົ່ງ​ອອກ​ທີ່​ສ້າງ​ລາຍ​ຮັບ​ທີ່​ສຳ​ຄັນໆ​ຂອງ​ອີ​ຣ່ານ​ແລ້ວນັ້ນມັນ​ຈະ​ບໍ່​ຍືນຍົງ​ສຳ​ລັບ​ອຳ​ນາດ​ການ​ປົກ​ຄອງ​ອີ​ຣ່ານ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG