ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ອະ​ນາ​ຄົດ ຂອງ​ເບ​ຣັກ​ຊິດ ເປັນ​ເດີມ​ພັນ ໃນ​ການປ່ອນ​ບັດ​ເລືອກ​ຕັ້ງ ຢູ່​ອັງ​ກິດ


Britain's Prime Minister Boris Johnson drives a JCB through a symbolic wall with the Conservative Party slogan 'Get Brexit Done' in the digger bucket, during an election campaign event at the JCB manufacturing facility in Uttoxeter, England.

ບັນ​ດາ​ຜູ້​ມີສິດ​ປ່ອນ​ບັດ​ໃນປະ​ເທດອັງ​ກິດ ​ພາ​ກັນ​ໄປ​ລົງ​ຄະ​ແນນ​ສຽງ ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ ທີ່​ຈັດ​ຂຶ້ນ​ກ່ອນ​ກຳ​ນົ​ດ ໃນ​ວັນ​ພະ​ຫັດ​ມື້ນີ້ ຊຶ່ງ​ອາດ​ຈະ​ນຳ​ເອົາການ​ແກ້​ໄຂ ​ທີ່​ມີ​ການຄອງ​ຄອຍ​ຖ້າ​ມາ​ເປັນ​ເວ​ລາ​ດົນ​ນານ ເພື່ອ​ຖອນ​ໂຕ​ອອກ​ຈາກສະ​ຫະ​ພາບ​ຢູ​ໂຣບ ທີ່​ພວກ​ເຂົາ​ເຈົ້າ​ໄດ້​ໃຫ້​ການ​ອະ​ນຸ​ມັດໃນ​ການ​ລົງ​ປະ​ຊາມະ​ຕິ​ເມື່ອ​ປີ 2016.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ບໍ​ຣິ​ສ ຈອນ​ສັນ ໄດ້​ເພັ່ງ​ເລັງ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ດ້ວຍ​ຄຳ​ຂວັນ “ເຮັດ​ໃຫ້​ວຽກ​ງານ​ເບ​ຣັກ​ຊິດ​ລຸ​ລ່ວງ.” ທ່ານກ່າວ​ວ່າ ການ​ກຳ​ສຽງ​ສ່ວນ​ຫຼາຍ​ໃນ​ສະ​ພາ​ໂດຍ​ພັກ​ນິ​ຍົມ​ແນວ​ທາງ​ເດີມ​ຂອງ​ທ່ານຈະ​ອະ​ນຸ​ຍາດ​ໃຫ້ ​ທ່ານ​ສາ​ມາດ​ຮັບ​ຮອງ​ເອົາ ​ຂໍ້​ຕົກ​ລົງ​ຖອນ​ໂຕ ອອກ​ຈາກ​ສະ​ຫະ​ພາບຢູ​ໂຣບ ທີ່​ໄດ້​ມີ​ການ​ປະ​ຕິ​ເສດ​ກ່ອນ​ໜ້ານີ້ ແລະ​ຈັດ​ການ​ຖອນ​ໂຕ​ພາຍ​ໃນ​ວັນ​ທີ 31 ມັງ​ກອນ​ຈະ​ມານີ້.

ຜູ້​ທ້າ​ທາຍ​ຂອງ​ທ່ານ​ທີ່​ເປັນ​ຜູ້​ນຳ​ຂອງ​ພັກ​ແຮງ​ງານ ທ່ານ​ເຈີ​ເຣ​ມີ ຄໍ​ບິນ ກ່າວ​ວ່າ ຖ້າ​ທ່ານ​ຫາກ​ຊະ​ນະ ອັງ​ກິດ​ຈະ​ຈັດ​ໃຫ້​ມີ​ການ​ລົງ​ປະ​ຊາ​ມະ​ຕິ ​ອີກ​ເທື່ອ​ນຶ່ງ ເພື່ອ​ຖາມ​ປະ​ຊາ​ຊົນ​ວ່າ ພວກ​ເຂົາ​ເຈົ້າ​ຍັງ​ຕ້ອງ​ການ​ຢາກ​ໃຫ້​ມີ​ການ​ຖອນ​ໂຕ​ອອກ​ຈາກສະ​ຫະ​ພາບ​ຢູ​ໂຣບ​ຫຼື​ບໍ່ ຫຼື​ຢາກ​ຈະ​ຢູ່​ນຳ​ກຸ່ມ​ຈັດ​ຕັ້ງ​ທີ່​ມີ 28 ປະ​ເທດ​ດັ່ງ​ກ່າວ​ຕໍ່​ໄປ.

ທ່ານ​ຈອນ​ສັນ ເຂົ້າ​ກຳ​ຕຳ​ແໜ່ງ​ໃນ​ເດືອນ​ກໍ​ລະ​ກົດ ຫຼັງ​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ກ່ອນ ທ່ານ​ນາງ​ເທ​ຣີ​ຊາ ເມ ໄດ້​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ​ໃນ​ການ​ຊັກພະຍາຍາມ​ຊ້ຳ​ແລ້ວ​ຊ້ຳ​ອີກໃຫ້​ສະ​ພາອະ​ນຸ​ມັດ​ຂໍ້​ຕົກ​ລົງ​ທີ່​ທ່ານ​ນາງ​ໄດ້​ບັນ​ລຸ​ກັບ​ສະຫະ​ພາບ​ຢູ​ໂຣບ. ທ່ານ​ນາງ​ເມ​ຍັງ​ໄດ້​ງ​ພະ​ຍາ​ຍາມ ໃນ​ລະ​ຫວ່າງ​ທີ່​ທ່ານ​ນາງ​ກຳ​ຕຳ​ແໜ່ງ​ຢູ່ນັ້ນ ເພື່ອ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ທ່າ​ທີ​ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບເລື້ອງ​ເບ​ຣັກ​ຊິດ​ຂອງ​ທ່ານ​ນາງ ໂດຍ​ຮຽກ​ໃຫ້​ມີ​ການ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ ແຕ່
ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ໄດ້​ພາ​ໃຫ້​ເກີດ​ຜົນ​ໃນ​ທາງ​ກົງ​ກັນ​ຂ້າມ​ກັບ​ທີ່​ຄາດ​ຫວັງໄວ້ ໂດຍ​ເຮັດ​ໃຫ້​ພັກ​ນິ​ຍົມ​ແນວ​ທາງ​ເດີມ​ສູນ​ເສຍ​ບ່ອນ​ນັ່ງ​ຢູ່​ໃນ​ສະ​ພາ.

ການ​ຢັ່ງ​ຫາງ​ສຽງ​ກ່ອນ​ການ​ປ່ອນ​ບັດ​ໃນ​ວັນ​ພະ​ຫັດ​ມື້ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ​ພັກຂອງ​ທ່ານ​ຈອນ​ສັນ ຄາດ​ວ່າ​ຈະ​ເປັນ​ຜູ້​ຊະ​ນະ ແຕ່​ການ​ແຂ່ງ​ຂັນ​ປາ​ກົດ​ວ່າ ໄດ້ມີ​ຄະ​ແນນ​ສຽງ​ໃກ້​ຄຽງ​ກັນ​ຫຼາຍ​ຂຶ້ນໃນ​ຊຸມມື້​ສຸດ​ທ້າຍ​ຂອງ​ການ​ໂຄ​ສະ​ນາ​ຫາ​ສຽງ.

ຜົນ​ການ​ນັບ​ຄະ​ແນນ​ສຽງ​ຢ່າງ​ເປັນ​ທາງ​ການ​ຄາດ​ວ່າ​ຈະ​ເປັນ​ທີ່​ຮູ້​ກັນ​ໃນ​ຕອນ​ເຊົ້າ​ຂອງວັນ​ສຸກມື້​ອື່ນ.

ອ່ານ​ຂ່​າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG