ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄ້າຍ​ທະ​ຫານ​ໃຫຍ່ ຂອງ ສະ​ຫະ​ລັດ ຢູ່ ອັ​ຟ​ກາ​ນິ​ສ​ຖານ ຖືກ​ໂຈມ​ຕີ


ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ຢື​ນ​ຍາມ​ຢູ່​ບ່ອນ​ໂຈມ​ຕີໃກ້​ກັບ​ຖານ​ທັບ​ອາ​ກາດ​ບັກ​ຣາມ ໃນ​ແຂວງ​ພາ​ວານ ໃນ​ວັນ​ພຸດ ທີ 11 ທັນ​ວາ 2019.
ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ຢື​ນ​ຍາມ​ຢູ່​ບ່ອນ​ໂຈມ​ຕີໃກ້​ກັບ​ຖານ​ທັບ​ອາ​ກາດ​ບັກ​ຣາມ ໃນ​ແຂວງ​ພາ​ວານ ໃນ​ວັນ​ພຸດ ທີ 11 ທັນ​ວາ 2019.

ມີ​ການ​ວາງ​ລະ​ເບີດ​ຂະ​ໜາດ​ແຮງ​ແລະ​ການ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ຕໍ່​ຖານ​ທັບ​ອາ​ເມ​ຣິ​ກາ​ທີ່​ໃຫຍ່​ທີ່​ສຸດ​ໃນ​ອັ​ຟ​ກາ​ນິ​ສ​ຖານ ໃນ​ຕອນ​ເຊົ້າ​ວັນ​ພຸດມື້ນີ້ ເຮັດ​ໃຫ້ຫຼາຍ​ສິບ​ຄົນໄດ້​ຮັບ​ບາດ​ເຈັບ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ເປັນ​ພົນ​ລະ​ເຮືອນ.

ເຈົ້າ​ໜ້າ​ທີ່​ທະ​ຫານ​ກ່າວ​ວ່າ ຜູ້​ໂຈມ​ຕີ​ສະ​ຫຼະ​ຊີບ​ໄດ້​ບີ​ບ​ຄະ​ນວນ​ລະ​ເບີດ​ທີ່​ຫ້າງ​ໃສ່​ລົດ​ຄັນ​ນຶ່ງໃຫ້​ແຕກ​ຂຶ້ນ​ ຢູ່​ປະ​ຕູ​ທາງ​ເຂົ້າ​ໂຮງ​ໝໍ​ຮ້າງ​ ຊຶ່ງ​ຕັ້ງ​ຢູ່​ໃກ້ໆ​ກັບ​ສະ​ໜາມ​ບິນ​ບັກຣາມ ໃນ​ແຂວງ​ພາ​ວານ.

ໃນ​ເວ​ລາ​ຕໍ່​ມາ ມື້​ປືນ 4 ໄດ້​ພາ​ກັນ​ເຂົ້າ​ໄປ​ໃນ​ໂຮງ​ໝໍ​ຮ້າງ​ດັ່ງ​ກ່າວ ກ່ອນ​ທີ່​ກຳ​ລັງ​ທະ​ຫານ​ຕ່າງ​ປະ​ເທດ​ຈະ​ຍິງ​ຕໍ່​ສູ້​ກັບ​ພວກ​ເຂົາ ອີງ​ຕາມ​ຄຳ​ເວົ້າ ​ຂອງ​ທ່ານ​ອາ​ໂລ​-​ຊາຍ ອາ​ມາ​ດີ ຜູ້​ບັນ​ຊາ​ການ​ສູນ​ກາງ​ປະ​ສານ​ງານ​ທີ່​ແຂວງ​ພາ​ວານ ໄດ້​ກ່າວ​ຕໍ່ວີ​ໂອ​ເອ.

ໂຄ​ສົກ​ຂອງ​ກຳ​ລັງ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນທາງ​ທະ​ຫານຈາກ​ອົງ​ການ​ເນ​ໂຕ້​ໄດ້ໃຫ້​ການ​ຢືນ​ຢັນ​ຕໍ່​ການ​ໂຈມ​ຕີ​ຕໍ່​ສະ​ຖານ​ທີ່​ພະ​ຍາ​ບານ​ດັ່ງ​ກ່າວ.

ທ່ານ​ກ່າວ​ວ່​າ “ການ​ໂຈມ​ຕີ​ໄດ້​ຖືກ​ຄວບ​ຄຸມ​ແລະຖືກ​ຂັບ​ໄລ່​ໃຫ້​ແຕກ​ຖອຍ​ໄປ​ຢ່າງ ວ່ອງ​ໄວໂດຍ​ກຳ​ລັງ​ກອງ​ທັບ​ແຫ່ງ​ຊາດ​ແລະ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ອັ​ຟ​ກາ​ນິ​ສ​ຖານແລະ​ກຳ​ລັງ​ປະ​ສົມ​ທີ່​ເປັນ​ພາ​ຄີ ແຕ່​ສະ​ຖານ​ທີ່​ພະ​ຍາ​ບານ​ດັ່ງ​ກ່າວ​ໄດ້ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ. ບໍ່​ມີ​ກຳ​ລັງ​ທະ​ຫານ​ອາ​ເມ​ຣິ​ກັນ​ຫຼື​ກຳ​ລັງ​ປະ​ສົມ​ຄົນໃດ​ໄດ້​ຮັບ​ບາດ​ເຈັບ​ລົ້ມ​ຕາຍ ແລະ​ຖານ​ທັບ​ບັກ​ຣາມແມ່ນ​ຍັງ​ຢູ່​ພາຍ​ໃຕ້ການ​ຄວບ​ຄຸມຢູ່​ຕະ​ຫລອດມາ​ໃນ​ເວ​ລາ​ທີ່​ມີ​ການ​ໂຈມ​ຕີ.”

​ທ່ານ​ອາ​ມາ​ດາ​ກ່າວ​ວ່າ ການ​ບາດ​ເຈັບ​ແມ່ນ​ມີ​ຂຶ້ນ​ຕໍ່​ພວກ​ພົນ​ລະ​ເຮືອນ​ທີ່​ຢູ່​ໃກ້​ຄຽງ ຍ້ອນ​ລະ​ເບີດ​ລົດ​ຂະ​ໜາດ​ແຮງ​ໄດ້​ທຳ​ລາຍ​ເຮືອນ​ຊານ​ຢູ່​ທີ່ນັ້ນ. ທ່ານ​ກ່າວ​ວ່າ ມີ​ຫຼາຍກວ່າ 50 ຄົນ ຮວມ​ທັງ​ແມ່​ຍິງ​ແລະ​ເດັກ​ນ້ອຍ​ໄດ້​ຮັບ​ບາດ​ເຈັບ. ທ່ານ​ອາ​ມາດີ​ເວົ້າ​ວ່າ ໂຮງ​ໝໍ​ດັ່ງ​ກ່າວ​ແມ່ນ​ສ້າງ​ໂດຍ​ລັດ​ຖະ​ບານ​ເກົາ​ຫຼີ ແຕ່​ບໍ່​ໄດ້​ໃຊ້​ການ​ມາ​ໄດ້ 4 ປີ​ແລ້ວ ຍ້ອນ​ເຫດ​ຜົນ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ.

ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ໃນ​ທັນ​ທີ​ເທື່ອ ກ່ຽວ​ກັບ​ການ​ໂຈມ​ຕີ​ໃນ​ຄັ້ງ​ນີ້ ເຖິງ​ແມ່ນ​ວ່າ​ພວກ​ກະ​ບົດ​ຕາ​ລີ​ບານ ​ໄດ້​ຍິງ​ປືນ​ຄົກ​ ໂຈມ​ຕີ​ສະ​ໜາມ​ບິນ​ບັກ​ຣາມ​ຢູ່​ຕະ​ຫຼອດ​ມາ​ກໍ​ຕາມ.

ເມື່ອ​ວັນ​ທີ 28 ພະ​ຈິກ​ຜ່ານ​ມານີ້ ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳກໍ​ໄດ້​ໄປ​ຢ້ຽມ​ຢາມ​ສະ​ໜາມ​ບິນ​ບັກ​ຣາມ​ ຊຶ່ງ​ຕັ້ງ​ຢູ່​ປະ​ມານ 50 ກິ​ໂລ​ແມັດ ຫ່າງ​ຈາກ​ນະ​ຄອນ​ຫຼວງ​ກາ​ບູ​ລ​ໄປ​ທາງ​ທິດ​ເໜືອ ແບບ​ບໍ່​ມີ​ການ​ປະ​ກາດ​ລ່ວງ​ໜ້າ ເພື່ອ​ສະ​ເຫຼີມ​ສະ​ຫຼອງວັນ​ຂອບ​ຄຸນ​ພະ​ເຈົ້າ ກັບ​ພວກ​ທະ​ຫານ​ຢູ່​ທີ່ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG