ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນິວ​ຊີ​ແລນ ຈະ​ເລີ້ມ​ສືບ​ສວນ ໃນ​ການ​ເສ​ຍ​ຊີ​ວິດ ຍ້ອນ​ພູ​ໄຟ​ລະ​ເບີດ


ຄວັນ​ທີ່​ພຸ່ງ​ຂຶ້ນ​ຈາກ​ເກາະ Whakaari ຊຶ່ງ​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງວ່າ ໄວ​ທ໌​ໄອ​ແລນ ເມື່ອ​ວັນ​ທີ 9 ທັນ​ວາ 2019.
ຄວັນ​ທີ່​ພຸ່ງ​ຂຶ້ນ​ຈາກ​ເກາະ Whakaari ຊຶ່ງ​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງວ່າ ໄວ​ທ໌​ໄອ​ແລນ ເມື່ອ​ວັນ​ທີ 9 ທັນ​ວາ 2019.

ຕຳ​ຫຼວດ​ນິວ​ຊີ​ແລນ​ກ່າວ​ວ່າ ຕົນ​ຈະ​ເລີ້ມ​ການ​ສືບ​ສວນ​ທີ່​ພົວ​ພັນ​ກັບ​ການ​ລະ​ເບີດພູ​ໄຟ​ ທີ່​ເກາະ ໄວ​ທ໌​ໄອ​ແລນ (White Island) ທີ່​ເຮັດ​ໃຫ້​ພວກ​ນັກ​ທ່ອງ​ທ່ຽວ 5 ຄົນ​ເສຍ​ຊີ​ວິດ​ໃນ​ວັນ​ຈັນວານນີ້.

ຮອງ​ຜູ້​ບັນ​ຊາ​ການ​ຕຳ​ຫຼວດ ທ່ານ​ຈອນ ທິມ​ສ໌ ກ່າວ​ຕໍ່​ພວກ​ນັ​ກ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ອັງ​ຄານມື້ນີ້​ວ່າ ການ​ສືບ​ສວນ​ແມ່ນ​ມີ​ລັກ​ສະ​ນະ​ໃນ​ທາງ​ອາ​ຍາ ແຕ່​ໃນ​ເວ​ລາຕໍ່​ມາຕຳ​ຫຼວດ​ກໍ​ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ແກ້​ໄຂ​ການ​ປະ​ກາດ​ຂອງ​ທ່ານທິມ​ສ໌. ການ​ສືບ​ສວນ​ຂອງບ​ຕຳ​ຫຼວດ​ແມ່ນ​ມີ​ຂຶ້ນ​ພ້ອມໆ​ກັນ​ກັບ​ການ​ສືບ​ສວນ​ຂອງອົງ​ການ​ຄຸ້ມ​ຄອງ​ກົດ​ລະ​ບຽບ​ຂອງ​ນິວ​ຊີ​ແລນ.

ອົງ​ການ GeoNet ທີ່​ຕິດ​ຕາມເບິ່ງ​ແຜນ​ດິນ​ໄຫວ​ຂອງ​ນິວ​ຊີ​ແລນ ໄດ້​ເພີ້ມ​ລະ​ດັບ​ການ​ເຕືອນກ່ຽວ​ກັບ​ແຜ່ນ​ດິນ​ໄຫວ​ທີ່​ມີ​ທັງ​ໝົດຫ້າ​ລະ​ດັບ ຂຶ້ນ​ເປັນ​ລະ​ດັບ​ສອງ​ເມື່ອ​ເດືອນ​ແລ້ວນີ້ ໃນ​ໂອ​ກາດ​ທີ່​ຈະ​ເກີດ​ແຜ່ນ​ດິນ​ໄຫວນັ້ນ. ແຕ່​ຮູບ​ທີ່​ຖ່າຍ​ໂດຍ​ກ້ອງຖ່າຍ​ຂອ​ງ​ອົງ​ການ GeoNet ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ນັກ​ທ່ອງ​ທ່ຽວ​ກຸ່ມ​ນຶ່ງ​ຍັງພາ​ກັນ​ຍ່າງ​ອ້ອມ​ປາກ​ພູ​ໄຟ ບໍ່​ດົນ​ກ່ອນ​ທີ່​ການ​ລະ​ເບີດ​ຈະ​ເລີ້ມ​ຂຶ້ນ.

ນອກ​ຈາກ ພວກ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ວ່າ​ເສຍ​ຊີ​ວິດ​ໄປ​ແລ້ວ 5 ຄົນ​ນັ້ນ ຍັງ​ມີ​ອີກ 8 ຄົນ​ຫາຍ​ສາບ​ສູນ​ໄປ​ຊຶ່ງ​ກໍ​ຄາດ​ວ່າ​ເສຍ​ຊີ​ວິດ​ເຊັ່ນ​ດຽວ​ກັນ ແລະ​ຢ່າງ​ໜ້ອຍ 31 ຄົນ​ໄດ້​ຮັບ​ບາດ​ເຈັບ. ຫົວ​ໜ້າ​ການ​ແພດ​ຂອງ​ນິວ​ຊີ​ແລນ ທ່ານ​ພີດ ວັດ​ສັນ ກ່າວວ່າ ມີ​ຜູ້​ລອດ​ຊີ​ວິດ​ມາ​ໄດ້​ຢ່າງ​ໜ້ອຍ 27 ຄົນ ພວມ​ໄດ້​ຮັບ​ການ​ປິ່ນ​ປົວ​ຍ້ອນ​ຮ່າງກາຍ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ໄໝ້​ຫຼາຍກວ່າ 71 ເປີ​ເຊັນ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີ 47 ຄົນ​ພວມ​ທຳ​ການ​ທ່ອງ​ທ່ຽວຢູ່​ທີ່​ເກາະ​ແຫ່ງນັ້ນ ເວ​ລາ​ພູ​ໄພ​ລະ​ເບີດ ຮວມ​ທັງ​ຊາວອອ​ສ​ເຕ​ຣ​ເລຍ 24 ຄົນ ສ່ວນ​ທີ່​ເຫລືອ​ແມ່ນ​ມາ​ຈາກສະ​ຫະ​ລັດ ອັງ​ກິດ ເຢຍ​ຣະ​ມັນ ຈີນ ມາ​ເລ​ເຊຍ ແລະ​ນິວ​ຊີ​ແລນ. ພວກ​ເຄາະ​ຮ້າຍ​ບາງ​ຄົນ​ແມ່ນ​ເປັນ​ພວກ​ນັກ​ທ່ອງ​ທ່ຽວ ຈາກ​ເຮື​ອ​ສຳ​ລານ​ນຳ​ທ່ຽວ ຂອງ​ບໍ​ລິ​ສັດ Royal Carribean.

ສະ​ພາບ​ການ​ທີ່​ເກາະໄວ​ທ໌​ໄອ​ແລນ (White Island) ແມ່ນ​ເປັນ​ໄປ​ບໍ່​ໄດ້​ເລີຍ​ທີ່ ພວກ​ຊ່ວຍ​ກູ້​ໄພຈ​ະ​ກັບ​ຄືນ​ໄປ​ຍັງ​ເກາະ​ດັ່ງ​ກ່າວ ເພື່ອ​ຊອກ​ຄົ້ນ​ຫາ​ພວກ​ທີ່​ລອດ​ຊີວິດ​ມາ​ໄດ້. ອົງ​ການ GeoNet ກ່າວ​ວ່າ ຍັງ​ມີ​ໂອ​ກາດ​ຢູ່ 50 ເປີ​ເຊັນ​ທີ່​ຈະ​ເກີດການ​ລະ​ເບີດ​ຂຶ້ນ​ອີກ ພາຍ​ໃນ​ມື້​ອື່ນນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG