ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ກວດ​ກາ ກະ​ຊວງ​ຍຸ​ຕິ​ທຳ ກ່າວ​ວ່າ ອົງ​ການ FBI ມີ​ເຫດ​ຜົນ​ພຽງ​ພໍ ໃນ​ການ​ເປີດ​ການ​ສືບ​ສວນ ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ ທ່ານ​ທ​ຣຳ ແລະ ຣັດ​ເຊຍ


ໄອ​ຍະ​ການ​ພິ​ເສດ ທ່ານ​ໂຣ​ເບີດ ມັ​ລ​ເລີ ໃຫ້​ການ​ຕໍ່​ສາ​ພາ ເ​ມື່ອ​ວັນ​ທີ 24 ກໍ​ລະ​ກົດ 2019.
ໄອ​ຍະ​ການ​ພິ​ເສດ ທ່ານ​ໂຣ​ເບີດ ມັ​ລ​ເລີ ໃຫ້​ການ​ຕໍ່​ສາ​ພາ ເ​ມື່ອ​ວັນ​ທີ 24 ກໍ​ລະ​ກົດ 2019.

ຜູ້ກວດ​ກາ​ທົ່ວ​ໄປ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫ​ະ​ລັດ ກ່າວ​ຢູ່​ໃນ​ລາຍ​ງານ​ສະ​ບັບ​ໃໝ່​ວ່າ ອົງ​ການ​ສັນ​ຕິ​ບານ​ກາງ​ຫຼື FBI ແມ່ນ​ມີ​ເຫດ​ຜົນ​ຖືກ​ຕ້ອງ​ທີ່​ໄດ້​ເປີດ​ການ​ສືບສວນ​ໃນ​ປີ 2016 ເບິ່ງ​ຄວາມ​ສຳ​ພັນ​ທີ່​ໜ້າ​ສົງ​ໄສລະ​ຫວ່​າງ​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ແລະ​ຣັດ​ເຊຍ ໂດຍ​ເວົ້າ​ວ່າ ເຈົ້າ​ໜ້າ​ທີ່​ມີ​ ຫຼັກ​ຖານ​ພຽງ​ພໍຈຶ່ງ​ໃຫ້​ການ​ອະ​ນຸ​ມັດ​ກ່ຽວ​ກັບ​ການ​ສືບ​ສວນ​.

ລາຍ​ງານ ​ທີ່​ມີ​ການ​ຄອງ​ຄອຍ​ຖ້າ ​ມາ​ເປັນ​ເວ​ລາ​ດົນ​ນານ​ ຊຶ່ງ​ໄດ້​ຖືກ​ເປີດ​ເຜີຍໃນວັນ​ຈັນວານນີ້ ແມ່ນ​ຂັດ​ແຍ້ງ​ກັບ​ການ​ປະ​ກາດ​ຢືນ​ຢັນ​ຢ່າງ​ແຂງ​ຂັນ​ສ່ວນ​ໃຫຍ່​ຂອງ​ທ່ານ​ທ​ຣຳ ແລະ​ພັນ​ທະ​ມິດ​ໃນ​ພັກ​ຣີ​ພັບ​ບ​ລີ​ກັນ​ຂອງ​ທ່ານ ກ່ຽວ​ກັບ​ການ​ສືບ​ສວນເຊັ່ນ​ການ​ກ່າວ​ຫາ​ທີ່​ວ່າ ພວກ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ອົງ​ການ FBI ມີ​ຈຸ​ດ​ປະ​ສົງຍ້ອນ​ຄວາມ​ລຳ​ອຽງ​ທາງ​ການ​ເມືອງ​ຕໍ່​ທ່ານ​ທ​ຣຳ. ການ​ສືບ​ສວນ​ຂອງ​ອົງ​ການສັນຕິ​ບານ​ກາງ FBI ທີ່​ມີ​ຊື່​ວ່າ Crossfire Hurrican ນັ້ນ ຊຶ່ງ​ໃນ​ເວ​ລາ​ຕໍ່​ມາ ​ໄດ້​ເຂົ້າ​ຄວບ​ຄຸມ​ໂດຍ​ໄອ​ຍະ​ການ​ພິ​ເສດ ໂຣ​ເບີດ​ມັ​ລ​ເລີ.

ແຕ່​ຜູ້ກວດ​ກາ​ທົ່ວ​ໄປ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ ທ່ານໄມ​ເກີ​ ຮໍ​ໂຣ​ວິ​ດ​ສ໌ ຍັງ​ໄດ້​ທຳ​ການ​ຕ້ອງ​ຕິ​ຢ່າງ​ໜັກ ຕໍ່ “ຄວາມ​ຜິດ​ພາດທີ່​ສຳ​ຄັນ” ຈຳ​ນວນ​ນຶ່ງຂອງ​ອົງ​ການ FBI ໃນການ​ຂໍ​ອະ​ນຸ​ຍາດ​ຈາກສານເພື່ອ ​ຕິດ​ຕາມ​ເບິ່ງພວກ​ນັກ​ສືບ​ຕ່າງ​ປະ​ເທດ​ກ່ຽວ​ກັບທ່ານ​ຄາ​ເຕີ ເພ​ຈ ອະ​ດີດ​ທີ່​ປຶກ​ສາ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ທ​ຣຳທີ່​ສົງໄສວ່​າ ມີ​ຄວາມ​ສຳ​ພັນ​ກັບ​ໜ່ວຍ​ສືບ​ລັບ​ຣັດ​ເຊຍ.

ສິ່ງ​ທີ່​ບໍ່​ໄດ້​ເຮັດ​ທີ່​ສຳ​ຄັນ​ອັນ​ນຶ່ງ​ທີ່​ຄວນ​ເຮັດນັ້ນ ອົງ​ການ FBI ບໍ່​ໄດ້​ແຈ້ງ​ໃຫ້​ສາ​ນແລະກະ​ຊວງ​ຍຸ​ຕິ​ທຳ​ຊາບ​ວ່າ ທ່ານ​ຄາ​ເຕີ ເພ​ຈ ໄດ້​ຮັບ​ການ​ອະ​ນຸ​ມັດ​ໃຫ້​ເປັນ​ຜູ້​ຕິດ​ຕໍ່​ສຳ​ລັບ​ອົງ​ການ​ຊີ​ໄອ​ເອ ແລະ​ໄດ້​ແຈ້ງ​ໃຫ້​ອົງ​ການ​ສືບ​ລັບ​ດັ່ງ​ກ່າວ​ຊາບ ໃນການ​ຕິດ​ຕໍ່​ຂອງ​ທ່ານ​ກັບ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ຣັດ​ເຊຍ ອີງ​ຕາມ​ລາຍ​ງານ. ແຕ່​ແນວໃດ​ກໍ​ຕາມ ລາຍ​ງານ​ກ່າວ​ວ່າ ການ​ເປີດ​ເຜີຍ ກ່ຽວ​ກັບ​ເລື້ອງນີ້ອາດ ຈະບໍ່​ພາ​ໃຫ້​ສານ​ປະ​ຕິ​ເສດ​ໃນ​ທັນ​ທີ​ໂລດ.

ແນວ​ໃດ​ກໍ​ດີ ການ​ສືບ​ສ​ວນ​ໄດ້​ເລີ້ມ​ຂຶ້ນ​ຫຼາຍໆ​ເດືອນ​ກ່ອນ​ການ​ຕິດ​ຕາມ​ເບິ່ງ​ທ່ານຄາ​ເຕີ ເພ​ຈ ແລະ​ອີງ​ຕາມ​ພື້ນ​ຖານ​ທີ່​ດີ​ໃນ​ການ​ສົງ​ໄສ​ກ່ຽວ​ກັບ​ຄວາມ​ສຳ​ພັນ​ລະຫວ່າງ​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ທ່ານ​ທ​ຣຳ ແລະ​ຣັ​ດ​ເຊຍ. ພວກ​ເຈົ້າ​ໜ້າ​ທີ່​ໂຄ​ສະ​ນາຫາ​ສຽງ​ຂອງ​ທ່ານ​ທ​ຣຳ ທີ່​ຖືກ​ສືບ​ສວນ​ໂດຍ​ອົງ​ການ FBI ແມ່ນ​ປະ​ທານ​ຄະນະ​ໂຄ​ສະ​ນາ​ຫາ​ສຽງ ທ່ານ​ພອ​ລ ມາ​ນາ​ຟອດ ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງຊາດ ທ່ານ​ໄມ​ຄ໌ ຟ​ລິນ ແລະ​ທີ່​ປຶ​ກ​ສາ​ນະ​ໂຍ​ບາຍຕ່າງ​ປະ​ເທດ ທ່ານ​ຈອ​ຣ໌ຈ ປາ​ປາ​ໂດ​ປູ​ໂລ​ສ.

“ພວກ​ເຮົາ​ສະ​ຫລຸບ​ວ່າ...ອົງ​ການ FBI ​ໄດ້​ຮັບ​ການ​ອະ​ນຸ​ມັດ​ໃນ​ດ້ານ​ຈຸ​ດ​ປະ​ສົງ​ເວ​ລາ​ອົງການ​ດັ່ງ​ກ່າວ​ເປີດ​ການ​ສືບ​ສວນ Crossfire Hurrican ເພື່ອ​ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ ຫຼື​ປົກ​ປ້ອງ ໃນ​ການ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຫຼື​ການ​ກໍ່​ອາຊະ​ຍາ​ກຳ​ຕໍ່​ລັດ​ຖະ​ບານ​ກາງ ເຖິງ​ແມ່ນ​ວ່າ​ການ​ສືບ​ສວນ​ດັ່ງ​ກ່າວ ອາດ​ມີ​ຜົນ​ກະທົບ​ຕໍ່​ກິດ​ຈະ​ກຳ​ທີ່​ປົກ​ປ້ອງ​ໂດຍ​ລັດ​ຖະ​ທຳ​ມະ​ນູນ” ນັ້ນ​ຄື​ຄຳ​ເວົ້າ​ທີ່​ທ່ານຮໍ​ໂຣ​ວິ​ດ​ສ໌ໄດ້​ຂຽນ​ໄວ້​ໃນ​ລາຍ​ງານ​ທີ່​ຍາວ 400 ກວ່າ​ໜ້າ.

ການ​ພົບ​ເຫັນ​ທີ່​ວ່ານີ້ ແມ່ນ​ເທົ່າ​ກັບ​ເປັນ​ການ​ປະ​ຕິ​ເສດ​ຕໍ່​ການ​ກ່າວ​ອ້າງ​ຊ້ຳ​ແລ້ວ​ຊ້ຳ​ອີກຂອງ​ທ່ານ​ທ​ຣຳ​ທີ່​ວ່າ ການ​ສືບ​ສວນ​ຂອງອົງ​ການ FBI ​ເປັນ​ການ​ຊອກ​ຈັບ​ຜິດ ​ທາງ​ດ້ານ​ການ​ເມືອງ​ ເພື່ອ ຕ່າວ​ປີ້ນ​ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG