ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄົນນຶ່ງທີ່ລອດ​ຊີ​ວິດ ໄປຮ່ວມ​ພິ​ທີ​​ລະ​ນຶກ ຄົບ​ຮອບ 78 ປີ ຂອງວັນໂຈມ​ຕີ ​ທ່າ​ເຮືອເພີ ທີ່​ເຮັດ​ໃຫ້ ສ​ຫລ ເຂົ້າ​ຮ່ວມ ສົງ​ຄາມ​ໂລກ ຄັ້ງ​ທີ 2 ນັ້ນ


ທະ​ຫານ​ມາ​ຣິນ ກະ​ກຽມ "ຍິງ​ປືນ​ຄຳ​ນັບ" ຢູ່​ໃນ​ພິ​ທີ​ລະ​ນຶກ​ເຖິງການ​ໂຈມ​ຕີ​ຂອງ​ຍີ່​ປຸ່ນ ​ຕໍ່​ທ່າເຮືອເພີ​ຣ໌ ຫລື Pear ຄົບ​ຮອບ 75 ປີ ຢູ່​ຂົວ​ Kilo ໃນຖານ​ທັບ​ຮ່ວມ Hickam ໃນ​ທ່າ​ເຮືອ Pearl, ນະ​ຄອນໂຮ​ໂນ​ລູ​ລູໃນ​ວັນ​ທີ 7 ທັນ​ວາ, 2016
ທະ​ຫານ​ມາ​ຣິນ ກະ​ກຽມ "ຍິງ​ປືນ​ຄຳ​ນັບ" ຢູ່​ໃນ​ພິ​ທີ​ລະ​ນຶກ​ເຖິງການ​ໂຈມ​ຕີ​ຂອງ​ຍີ່​ປຸ່ນ ​ຕໍ່​ທ່າເຮືອເພີ​ຣ໌ ຫລື Pear ຄົບ​ຮອບ 75 ປີ ຢູ່​ຂົວ​ Kilo ໃນຖານ​ທັບ​ຮ່ວມ Hickam ໃນ​ທ່າ​ເຮືອ Pearl, ນະ​ຄອນໂຮ​ໂນ​ລູ​ລູໃນ​ວັນ​ທີ 7 ທັນ​ວາ, 2016

ສະ​ມາ​ຊິກ​ຂອງກຳ​ປັ່ນລົບ USS Arizona ​ຄົນນຶ່ງ​ໃນຈຳ​ນວນ 3 ຄົນທີ່​ລອດ​ຊີ​ວິດ​ມາ​ໄດ້ ຈະ​ເດີນ​ທາງ​ໄປ​ລັດ​ຮາ​ວາຍ​ ໃນ​ວັນ​ເສົາ​ມື້ນີ້ ເພື່ອ​ສະ​ເຫລີມ​ສະ​ຫລອງ ວັນ​ຄົບ​ຮອບ 78 ປີ​ຂອງ “ວັນນຶ່ງ​ທີ່​ຈະ​ດຳ​ລົງຊີວິດຢູ່​ຢ່າງບໍ່​ມີກຽດ​ສັກ​ສີ."

ທ່ານລູ ຄອນ​ເທີ (Lou Conter), ອາ​ຍຸ 98 ປີ ຈະ​ເຂົ້າ​ຮ່ວ​ມພິ​ທີສະ​ຫລອງ​ດັ່ງ​ກ່າວ ທີ່​ຈັດ​ຂຶ້ນ​ເພື່ອ​ລະ​ນຶກ​ເຖິງ ຄົນ​ອາ​ເມ​ຣິ​ກັນ 2,390 ຄົນ​ ທີ່​ເສຍ​ຊີ​ວິດ ​ຢູ່​ໃນ​ການ​ໂຈມ​ຕີ​ຂອງ​ຍີ່​ປຸ່ນ ​ຕໍ່​ທ່າເຮືອເພີ​ຣ໌ ຫລື Pearl Harbor ແລະ​ຢູ່​ໃນ​ເກາະໂອ​ອາຮູ (Oahu) ໃນ​ວັນ​ທີ 7 ທັນ​ວາ ປີ 1941.

ທ່ານ ຄອນ​ເທີ (Conter) ແມ່ນ​ຢູ່​ທາງ​ຫລັງ​ຂອງ​ກຳ​ປັ່ນ USS Arizona ໃນ​ຕອນ​ທີ່​ລະ​ເບີດຂອງ​ຍີ່​ປຸ່ນ​ໄດ້ເຈາະ​ເຂົ້າ​ໄປ​ໃນຫົວ​ເຮືອ​ຂອງ​ກຳ​ປັ່ນ​ລົບ​ລຳ​ນັ້ນ ຊຶ່ງເຮັດ​ໃຫ້​ດິນ​ລະ​ເບີດ ​ຫຼາຍກວ່າ​ນຶ່ງລ້ານ​ປອນ ແຕກໄໝ້​ຂຶ້ນ. ມີ​ຜູ້​ຊາຍ​ທັງ​ໝົດ 1,177 ຄົນ​ຖືກ​ຂ້າ​ຕາຍ ຢູ່​ໃນ​ກຳ​ປັ່ນລົ​ບ Arizona ນັ້ນ.

ໃນ​ວັນ​ເສົາ​ມື້ນີ້ ທ່ານ ຄອນ​ເທີ (Conter) ຍັງຈະເຂົ້າ​ໄປໃນບ່ອນ​ຮັກ​ສາ​ສົບ ຂອງເພື່ອນ​ຮ່ວມ​ງານ​ຢູ່ໃນ​ກຳ​ປັ່ນດັ່ງ​ກ່າວ ທີ່​ເສຍ​ຊີ​ວິດ​ໄປ​ໃນ​ເດືອນ​ກັນ​ຍາ​ຜ່ານ​ມາ​ອີກ​ດ້ວຍ.

"​ພວກ​ເຮົາ​ຕ້ອງ​ໄດ້​ຝັງ​ສົບ​ຂອງລໍ​ເຣນ ບ​ຣຸນ​ເນີ (Lauren Bruner) ໃນ​ວັນ​ເສົາ​ນີ້, ສະ​ນັ້ນ [ຂ້ອຍ] ຕ້ອງ​ໄດ້​ກັບ​ມາ​ອີກ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ຄອນ​ເທີ (Conter), ໃນ​ຂະ​ນະ​ທີ່​ນັ່ງ​ຢູ່​ໃນ​ຕັ່ງ​ທີ່​ມີລໍ້​ເຂັນ ທີ່ກ່າວຕໍ່​ໜັງ​ສື​ພິມ Honolulu Star-Advertiser. ທ່ານ​ກ່າວຕໍ່​ໄປ​ວ່າ "ຂ້ອຍ​ຈະ​ກັບ​ມາທີ່ນີ້​ທຸກໆ​ປີ ຕາບ​ໃດ​ທີ່​ມາ​ໄດ້​ ຈົນ​ກວ່າ​ຂ້ອຍ​ຈະ​ເສຍ​ຊີ​ວິດ​ໄປ."

ສົບ​ຂອງ​ທ່ານບ​ຣຸນ​ເນີ (Bruner) ຈະ​ຖືກ​ນຳ​ໄປ​ຝັງໃສ່​ໃນ​ກຳ​ປັ່ນ​ລົບ​ທີ່​ຍັງ​ນອນ​ຈົມ​ຢູ່​ໃນບ່ອນ​ທີ່​ມັນ​ຫລົ້ມ​ໃນ​ມື້ນັ້ນຢູ່.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG