ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳ​ນຽບ​ຫ້າ​ແຈ ເປັນ​ຫ່ວງ ຕໍ່​ການ​ທີ່​ຣັ​ດ​ເຊຍ ປູກ​ຝັງ​ແນວ​ຄິດ ທີ່​ເ​ຫັນ​​ໃຈ ໃນ​ໝູ່​ທະ​ຫານ ອາ​ເມ​ຣິ​ກັນ


ທະ​ຫານ​ອາ​ເມ​ຣິ​ກັນ ຖ້າ​ຟັງ​ການ​ກ່າວ​ຄຳ​ປາ​ໄສ ຂອງ​ ປ. ດໍ​ໂນ​ລ ທ​ຣຳ ໃນ​ຂະ​ນະ​ທີ່​ທ່ານ​ພົບ​ພໍ້​ກັບ​ພວກ​​ທະ​ຫານ ທີ່​ຖານ​ທັບ​ໂອ​ຊານ ໃນ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 30 ມິ​ຖຸ​ນາ 2019. ພາບ​ໂດຍ Ed Jones/Pool via REUTERS
ທະ​ຫານ​ອາ​ເມ​ຣິ​ກັນ ຖ້າ​ຟັງ​ການ​ກ່າວ​ຄຳ​ປາ​ໄສ ຂອງ​ ປ. ດໍ​ໂນ​ລ ທ​ຣຳ ໃນ​ຂະ​ນະ​ທີ່​ທ່ານ​ພົບ​ພໍ້​ກັບ​ພວກ​​ທະ​ຫານ ທີ່​ຖານ​ທັບ​ໂອ​ຊານ ໃນ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 30 ມິ​ຖຸ​ນາ 2019. ພາບ​ໂດຍ Ed Jones/Pool via REUTERS

ຄວາມ​ພະ​ຍາ​ຍາມ​ຂອງ​ຣັດ​ເຊຍ ທີ່​ຈະ​ເຮັດ​ໃຫ້​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ​ມີ​ຄວາມ​ອ່ອນ​ແອ ໂດຍ​ຜ່ານ​ການ​ປຸກ​ລະ​ດົມ​ຢ່າງ​ບໍ່​ຮູ້​ຢຸດ​ເຊົາ​ໃນ​ການ​ເຮັດ​ສົງ​ຄາມ​ດ້ານ​ຂໍ້​ມູນ​ຂ່າວ​ສານນັ້ນ ອາດ​ຈະ​ເລີ້ມ​ໄດ້​ຮັບ​ຜົນ​ແລ້ວ ໂດຍ​ສາ​ມາດ​ເຈາະ​ເຂົ້າ​ໄປ ​ໃນ​ແນວ​ປ້ອງ​ກັນທີ່​ສຳ​ຄັນຂອງ​ສະ​ຫະ​ລັດ ອີງ​ຕາມ​ລາຍ​ງານ​ຂອງກອງ​ທັບ.

ໃນ​ຂະ​ນະ​ທີ່​ສ່ວນ​ໃຫຍ່​ຂອງ​ຊາວ​ອາ​ເມ​ຣິ​ກັນ ຍັງ​ມອງ​ເຫັນ​ມົ​ສ​ກູ​ວ່າ​ເປັນ​ສັດ​ຕູ​ໂຕສຳ​ຄັນ​ຂອງ​ສະ​ຫະ​ລັດ ແຕ່​ການ​ຢັ່ງ​ຫາງ​ສຽງ​ເທື່ອ​ໃໝ່​ສະ​ແດງ​ໃຫ້​ເຫັນ​ວ່າຄວາມເຫັນດັ່ງ​ກ່າວ​ພວມ​ປ່ຽນ​ແປງ​ໄປໂດຍ​ສະ​ເພາະ​ແລ້ວ​ໃນ​ບັນ​ດາ​ສະ​ມາ​ຊິກ​ຄອບ​ຄົວຂອງ​ພວກ​ທະ​ຫານ.

ການ​ສຳ​ຫຼວດ​ປະ​ຈຳ​ປີ​ເທື່ອ​ທີ​ສອງ​ຂອງ​ອົງ​ການ​ປ້ອງ​ກັນ​ຊາດ​ຣີ​ແກນ ຊຶ່ງ​ເສັດ​ສິ້ນ​ລົງ​ໃນ​ທ້າຍ​ເດືອນ​ຕຸ​ລາ​ຜ່ານ​ມານີ້ ພົບ​ວ່າ ເກືອບ​ເຄິ່ງ​ນຶ່ງ​ຂອງ​ສະ​ມາ​ຊິກ​ໃນ​ຄອບຄົວ​ພວກ​ທະ​ຫານ ທີ່​ຖືກ​ຖາມ​ໄປ​ນັ້ນ ຄື 46 ເປີ​ເຊັນ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າ​ເຫັນວ່າ ຮັດ​ເຊຍ​ແມ່ນ​ເປັນ​ພັນ​ທະ​ມິດ.

ໂດຍ​ທົ່ວ​ໄປ​ແລ້ວ ການ​ສຳ​ຫຼວດ​ພົບ​ວ່າ ມີພຽງ​ແຕ່​ 28 ເປີ​ເຊັນ​ຂອງ​ຊາວ​ອາ​ເມ​ຣິ​ກັນເຫັນ​ວ່າ ຣັດ​ເຊຍ​ເປັນ​ພັນ​ທະ​ມິດ ເພີ້ມ​ຂຶ້ນ​ຈາກ 19 ເປີ​ເຊັນ​ໃນ​ການ​ສຳ​ຫຼວດຂອງ​ປີ​ກ່ອນ.

ພວກ​ຢັ່ງ​ຫາງ​ສຽງ​ພົບ​ວ່າ ການ​ມີ​ຄວາມ​ເຫັນ ​ໄປ​ໃນ​ທາງບວກ ​ກ່ຽວ​ກັບ​ຣັດ​ເຊຍນັ້ນ ອາດ ເປັນຍ້ອນ “ການ​ຄອບ​ງຳ​ທີ່​ຂັບ​ດັນ​ໂດຍ​ພັກ​ຣີ​ພັບ​ບ​ລີ​ກັນ ທີ່​ຕອບ​ຮັບ ​ໃນ​ທາງບວກ ຈາກ​ປະ​ທາ​ນາ​ທິ​ບໍ​ດີ ​ດໍ​ໂນ​ລ​ ທ​ຣຳ ກ່ຽວ​ກັບ​ເລື້ອງ​ຣັດ​ເຊຍ” ອີງຕາມ​ບົດສະຫລຸບ​ຂອງ​ຜົນ​ການ​ສຳ​ຫຼວດ​ດັ່ງ​ກ່າວ.

ໃນ​ຂະ​ນະ​ທີ່​ສຽງ​ສ່ວນ​ຫຼາຍ 71 ເປີ​ເຊັນ​ຂອງ​ຊາວ​ອາ​ເມ​ຣິ​ກັນ ແລະ 53 ເປີ​ເຊັນຂອງ​ພວກ​ຄອບ​ຄົວ​ທະ​ຫານ ຍັງ​ມອງ​ເຫັນ​ວ່າ ຣັດ​ເຊຍເປັນ​ສັດ​ຕູ​ຂອງ​ສະ​ຫະ​ລັດ ແຕ່​ແນວ​ໃດ​ກໍ​ຕາມ ການ​ເພີ້ມ​ຂຶ້ນ​ໃນ​ການ​ມີ​ຄວາມ​ເຫັນ​ໄປ​ໃນ​ທາງບວກ​ຕໍ່​ຣັດ​ເຊຍໄດ້​ສ້າງ​ຄວາມ​ກັງ​ວົນ​ໃຫ້​ແກ່ ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ​.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG