ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພວກ​ປະ​ທ້ວງ ຊາວ​ເຮ​ຕີ ​ຕ້ອງ​ຕິ ການ​ສະ​ໜ​ັບ​ສະ​ໜຸນ ປະ​ທາ​ນາ​ທິ​ບໍ​ດີ​ມົວ​ເຊ ຂອງ ສ​ະ​ຫະ​ລັດ


ປະ​ທາ​ນາ​ທິ​ບໍ​ດີ​ເຮ​ຕີ ທ່ານ​ໂຈ​ເວີ​ແນ​ລ ມົວ​ຊີ ກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ ທີ່​ນະ​ຄອນ​ປອກ​ໂອ​ແປ​ຣັງ ເມື່ອ​ວັນ​ທີ 15 ພະ​ຈິກ 2019.
ປະ​ທາ​ນາ​ທິ​ບໍ​ດີ​ເຮ​ຕີ ທ່ານ​ໂຈ​ເວີ​ແນ​ລ ມົວ​ຊີ ກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ ທີ່​ນະ​ຄອນ​ປອກ​ໂອ​ແປ​ຣັງ ເມື່ອ​ວັນ​ທີ 15 ພະ​ຈິກ 2019.

ຫຼາຍ​ຮ້ອຍ​ຄົນ​ໄດ້​ພາ​ກັນ​ເດີນ​ຂະ​ບວນ​ ແຕ່​ເຂດ​ໃຈ​ກາງ​ເມືອງ ​ນະ​ຄອນ​ຫຼວງ​ປອກ​ໂອ​ແປ​ຣັງຂອງ​ເຮ​ຕີໄປ​ຫາ​ສະ​ຖານ​ທູດ​ສະ​ຫະ​ລັດ ໃນ​ວັນ​ສຸກວານນີ້ ຮຽກ​ຮ້ອງ​ໃຫ້ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ຍຸ​ຕິ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນຕໍ່ທ່ານ​ໂຈ​ເວີ​ແນ​ລ ມົວ​ເຊ ຜູ້​ຊຶ່ງ​ໄດ້​ຖືກ​ລະ​ບຸ​ຊື່ ຢູ່​ໃນ​ລາຍ​ງານ​ການ​ສໍ້​ລາດ​ບັງ​ຫຼວງສະ​ບັບ​ຫຼ້າ​ສຸດ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ສານ​ຊັ້ນ​ສູງ ​ເພື່ອ​ຄຸ້ມ​ຄອງ ​ຄວາມ​ຮັບ​ຜິດ​ຊອບ ແລະ​ແກ້​ໄຂບັນ​ຫາ​ຂັດ​ແຍ້ງ ຂອງ​ເຮ​ຕີ. ນອກນັ້ນ​ແລ້ວ ການ​ປະ​ທ້ວງ​ຍັງ
ໄດ້​ມີ​ຂຶ້ນ​ທີ່​ເມືອງ ແກັບ​ເຮ​ຕຽນ ໃນ​ພາກ​ເໜືອ​ຂອງ​ປະ​ເທດ.

ຜູ້​ປະ​ທ້ວງ​ຄົນ​ນຶ່ງ ຊຶ່ງ​ພ້ອມ​ແລ້ວ​ທີ່​ຈະ​ເດີນ​ຂະ​ບວນ​ໄປ​ຍັງ​ສະ​ຖານ​ທູດ​ສະ​ຫະ​ລັດກ່າວ​ຕໍ່​ວີ​ໂອ​ເອ ພະ​ແນກ​ພາ​ສາ​ເກ​ຣ​ໂອ​ນວ່າ “ອາ​ເມ​ຣິ​ກາ​ເປັນ​ປະ​ເທດ​ທີ່​ມີ​ສະ​ຖາບັນ ອາ​ເມ​ຣິ​ກາ​ເປັນ​ປະ​ເທດ​ແຫ່ງ​ກົດ​ໝາຍ ດັ່ງ​ນັ້ນຊາວ​ອາ​ເມ​ຣິ​ກັນ​ຄວນ​ເຂົ້າ​ໃຈວ່າ ເຮ​ຕີ​ພວມ​ປະ​ເຊີນ​ໜິ້າ​ກັບ​ວິດ​ກິດ​ການ ພວກ​ເຂົາ​ເຈົ້າ​ຄວນ​ຢຸດ​ເຊົາ​ການ​ໃຫ້ຄວາມ​ຊ່ວຍ​ເຫຼືອ ແລະ​ສິດ​ສອນ​ພວກ​ເຮົາ ນຳ​ພາ​ພວກ​ເຮົາ ແລະ​ຊ່ວຍ​ພວກ​ເຮົາໃນ​ການ​ຈັດ​ຕັ້ງ ເພື່ອ​ໃຫ້​ພວກ​ເຮົາ​ສາ​ມາດ​ນຳ​ພາ​ພວກ​ເຮົາ​ອອກ​ຈາກ​ສະ​ຖາ​ນະການ​ດັ່ງ​ກ່າວ.”

ການ​ປະ​ທ້ວງ ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສສອງ​ຄົນ ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເຮ​ຕີ. ຮອງ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າການກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ​ນາ​ງ Cynthia Kierscht ເດີນ​ທາງ​ໄປຮອດ​ໃນ​ວັນ​ພະ​ຫັດ​ຜ່ານ​ມາ ເພື່ອ​ພົບ​ປະ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ແລະ​ຜູ້

ນຳ​ທຸ​ລະ​ກິດ​ຫຼາຍໆ​ຄົນ. ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຮັບ​ຜິດ​ຊອບ​ໃນ​ເລື້ອງ​ການ​ເມືອງ ທ່ານ​ເດ​ວິດ ເຮ​ລ (David Hale) ໄດ້​ເດີນ​ທາງ​ໄປຮອດ​ໃນ​ວັນ​ສຸກວານນີ້ ເພື່ອ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ມົວ​ເຊ ແລະ​ລັດ​ຖະ​ມົນຕີ​ການ​ຕ່າງ​ປະ​ເທດບັອກ​ຊິດ ເອັດ​ມັນ (Bocchit Edmond) ເພື່ອ​ປຶກ​ສາ​ຫາລື​ກ່ຽວ​ກັບ​ຄວາມ​ຈຳ​ເປັນ ທີ່​ເຮ​ຕີ​ຕ້ອງ​ໄດ້​ຮວມ​ເອົາ​ເລື້ອງ​ຕ່າງໆ​ເຂົ້າ​ໃນ​ການ
ເຈ​ລະ​ຈາ​ແຫ່ງ​ຊາດ​ແບບ​ເປີດກວ້າງ ແລະ​ການ​ສ້າງ​ຕັ້ງ​ລັດ​ຖະ​ບານ​ທີ່​ສາ​ມາດຟື້ນ​ຟູ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ການ​ປົກ​ປັກ​ຮັກ​ສາ​ການ​ປົກ​ຄອງ​ດ້ວຍ​ຕົວບົດ​ກົດ​ໝາຍ ການ​ຂະ​ຫຍາຍ​ເສດ​ຖະ​ກິດ ແລະ​ການ​ຮັບ​ໃຊ້​ປະ​ຊາ​ຊົນ​ຊາວ​ເຮຕີ ອີງ​ຕາມ​ຖະ​ແຫຼງ​ການ​ຂອງ​ສະ​ຖານ​ທູດ​ສະ​ຫະ​ລັດ. ວີ​ໂອ​ເອ​ພະ​ແນກ​ພາ​ສາກ​ຣີ​ໂອນ ໄດ້​ຮັບ​ຂ່າວ​ວ່າ ທ່ານ​ເຮ​ລ ຍັງ​ໄດ້​ພົບ​ປະ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາພັກ​ຝ່າຍ​ຄ້ານ​ໃນ​ວັນ​ສຸກວານນີ້ພ້ອມ​ດ້ວຍ​ບັນ​ດາ​ສະ​ມາ​ຊິກ​ຂອງ​ກຸ່ມ​ສັງ​ຄົມ​ພົນລະ​ເຮືອນ​ແລະ​ພາກ​ສ່ວນ​ເອກ​ກະ​ຊົນ.

ຜູ້​ປະ​ທ້ວງ​ແມ່​ຍິງ​ຄົນ​ນຶ່ງ ກ່າວ​ຕໍ່​ວີ​ໂອເອ​ວ່າ “ພວກ​ເຮົາ​ໄດ້​ຍິນ​ຂ່າວ​ວ່າ ທູດ​ພິ​ເສດ​ຂອງ​ອາ​ເມ​ຣິ​ກັນ ທ່ານ​ເດ​ວິດ ເຮ​ລ ໄດ້​ໄປ​ເຖິງ​ປະ​ເທດ​ໃນ​ມື້ນີ້ ເພື່ອ​ເຈ​ລະ​ຈາ​ກັບພວກ​ເຮົາ ໃຫ້​ທ່ານ​ໂຈ​ເວີ​ແນ​ລ ມົວ​ເຊ ຢູ່​ໃນ​ອຳ​ນາດ​ຕໍ່​ໄປ ແຕ່​ພວກ​ເຮົາ ​ປະ​ຊາ​ຊົນ ພ້ອມ​ແລ້ວ​ທີ່​ຈະ​ເດີນ​ຂະ​ບວນໃນ​ມື້ນີ້ ເພື່ອ​ສະ​ແດງ​ໃຫ້​ຊາວ​ອາ​ເມ​ຣິ​ກັນ​ຮູ້​ວ່າ ພວກ​ເຮົາ​ບໍ່​ສົນ​ໃຈ​ໃນ​ການ​ເຈ​ລະ​ຈາ​ກັບ​ພວກ​ເຂົາ. ພວກ​ເຮົາ​ຂໍ​ໃຫ້​ທ່ານ​ໂຈ​ວີ​ແນ​ລ ມົວ​ເຊ​ລາ​ອອກ ຈັບ​ກຸມ ແລະ​ຕັດ​ສິນ​ຜູ້​ກ່ຽວ ຍ້ອນ​ການ​ກໍ່​ອາ​ຊະ​ຍາ​ກຳ​ຕໍ່​ປະ​ຊາ​ຊົນ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG