ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກ​ບິນ ກອງ​ທັບ​ອາ​ກາດ ຊາ​ອຸ​ດີ ຍິງ​ສັງ​ຫານ​ຜູ້​ຄົນ ທີ່​ຖານ​ທັບ​ເຮືອ ສະ​ຫະ​ລັດ


ປະ​ຕູ​ໃຫຍ່​ທາງ​ເຂົ້າ​ກອງ​ບິນ ທີ່​ຖານ​ທັບ​ເຮືອ​ເພັນ​ຊາ​ໂຄ​ລາ ທີ່​ເບິ່ງ​ຈາກ Navy Boulevard ໃນ​ເມືອງ​ເພັນ​ຊາ​ໂຄ​ລາ ລັດ​ຟ​ລໍ​ຣິ​ດາ ເມື່ອ​ວັນ​ທີ 16 ມີ​ນາ 2016.
ປະ​ຕູ​ໃຫຍ່​ທາງ​ເຂົ້າ​ກອງ​ບິນ ທີ່​ຖານ​ທັບ​ເຮືອ​ເພັນ​ຊາ​ໂຄ​ລາ ທີ່​ເບິ່ງ​ຈາກ Navy Boulevard ໃນ​ເມືອງ​ເພັນ​ຊາ​ໂຄ​ລາ ລັດ​ຟ​ລໍ​ຣິ​ດາ ເມື່ອ​ວັນ​ທີ 16 ມີ​ນາ 2016.

ພວກ​ເຈົ້າ​ໜ້າ​ທີ່​ສືບ​ສວນ​ຂອງ​ສະ​ຫະ​ລັດ ​ພະ​ຍາ​ຍາມ​ລົງ​ຄວາມ​ເຫັນ​ຢູ່​ວ່​າ ແມ່ນ​ຫຍັງ​ຄື​ສາ​ເຫດທີ່​ພາ​ໃຫ້​ນັກ​ບິນ​ຄົນ​ນຶ່ງ ຂອງກອງ​ທັບ​ອາ​ກາດ​ຊາ​ອຸ​ດີ ອາ​ຣາ​ເບຍທີ່​ມາ​ຝຶກ​ການ​ບິນ​ຢູ່​ໃນ​ສະ​ຫະ​ລັດ ຍິງ​ປືນ​ເຂົ້າ​ໃສ່​ຜູ້​ຄົນ​ແບບ​ບໍ່​ເລືອກ​ໜ້າ ຢູ່​ຖານທັບ​ເຮືອ​ແຫ່ງ​ນຶ່ງ ​ໃນ​ລັດ​ຟ​ລໍ​ຣິ​ດາ.

ການ​ຍິງ​ປືນ​ໃສ່​ຜູ້​ຄົນ​ດັ່ງ​ກ່າວ ມີ​ຂຶ້ນ​ທີ່ກອງ​ບິນ​ຂອງ​ຖານ​ທັບ​ເຮືອ​ສະ​ຫະ​ລັດ ທີ່​ເມືອງ​ເພັນ​ຊາ​ໂຄ​ລາ ໃນ​ຕອນ​ເຊົ້າ​ວັນ​ສຸກວານນີ້ ຊຶ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 4 ຄົນ ຮວມ​ທັງ​ມື​ປືນ. ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ນອກນັ້ນ​ແລ້ວຍັງ​ມີ 8 ຄົນ​ໄດ້​ຮັບ​ບາດເຈັບ​ຈາກ​ການ​ຍິງ​ກັນ​ໃນ​ຄັ້ງ​ນີ້.

ພວກ​ເຈົ້າ​ໜ້າ​ທີ່ ​ຂອງກອງ​ທັບ​ເຮືອ​ສະ​ຫະ​ລັດ ແລະ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍລະ​ບຸ​ວ່າ ມື​ປືນ​ຄົນ​ນີ້​ເປັນ​ນັກ​ບິນ​ຊາ​ອຸ​ດີ ອາ​ຣາ​ເບຍ ຊຶ່ງ​ເປັນ​ນຶ່ງ​ໃນ​ພວກ​ນັກ​ບິນຕ່າງ​ປະ​ເທດ​ຫຼາຍ​ຮ້ອຍ​ຄົນທີ່​ມາ​ຝຶກ​ແອບ​ຢູ່​ຖານ​ທັບ​ເຮືອ​ໃນ​ເມືອງ​ເພັນ​ຊາ​ໂຄ​ລາ.

ລາຍ​ງານ​ຂ່າວ​ຂອງ​ໂທ​ລະ​ພາບ NBC ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ​ຄົນ​ນຶ່ງ ໄດ້​ລະ​ບຸ​ໂຕ​ມື​ປືນ​ຄົນ​ນີ້​ຕື່ມ​ວ່າ ຜູ້​ກ່ຽວ​ຊື່​ທ້າວ​ຊາ​ອີດ ອາ​ລ​ແຊມຣາ​ນີ.

ສ່ວນ​ລາຍ​ການ​ຂອງ​ໂທ​ລະ​ພາບ Fox News ທີ່​ອອກ​ໃນ​ຕອນ​ແລງ​ເວົ້າ​ວ່າ ອົງການ​ສັນ​ຕິ​ບານ​ກາງ​ຂອງ​ສະ​ຫະ​ລັດ ໄດ້​ຈັບ​ຊາວ​ຊາ​ອຸ​ດີ 6 ຄົນທີ່​ພົວ​ພັນ​ກັບ​ການ​ຍິງ​ກັນດັ່ງ​ກ່າວ.

ກ່ອນ​ທີ່​ນັກ​ບິນ​ຄົນ​ນີ້​ຈະ​ເລີ້ມ​ຍິງ​ປືນ​ເຂົ້າ​ໃສ່​ຜູ້​ຄົນ​ຢູ່​ທີ່​ຖານ​ທັບ​ເຮືອ​ແຫ່ງນັ້ນ ລາວ​ໄດ້​ສົ່ງ​ຂໍ້​ຄວາມ​ຜ່ານ​ທາງ​ທວີດ​ເຕີ້​ກ່ຽວ​ກັບ​ເລື້ອງ​ພິ​ໄນ​ກຳ ແລະ​ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ທ້າວໂອ​ຊາ​ມາ ບິນ​ລາ​ເດັນ ເພື່ອ​ຊັ່ງ​ຊາ​ໃນ​ການ​ກະ​ທຳ​ຂອງ​ລາວ ອີງ​ຕາມ​ກຸ່ມ​ສື​ບ​ລັບໄຊ​ທ໌ ຊຶ່ງ​ໄດ້​ແປ​ຄຳ​ຂົ່ມ​ຂູ່​ຂອງ​ພວກ​ຈີ​ຮາດ​ແລະ​ການ​ສື່​ສານ​ຂອງ​ພວກ​ເຂົາ.

ໃນ​ຂໍ້​ຄວາມ​ທີ່​ຂຽນ​ລົງ​ທາງ​ທວີດ​ເຕີ້ນັ້ນ ລາວ​ກ່າວ​ວ່າ ອາ​ເມ​ຣິ​ກາ “ໄດ້​ກາຍ​ເປັນ​ປະ​ເທດ​ແຫ່ງ​ຜີ​ມານ.” ລາວ​ໄດ້​ກ່າວ​ປະ​ນາມ​ສະ​ຫະ​ລັດທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນຕໍ່​ອິ​ສ​ຣາ​ແອ​ລ ແລະ​ການ​ຮຸກ​ຮານ​ເຂົ້າ​ໄປ​ ໃນ​ປະ​ເທດ​ທີ່​ນັບ​ຖື​ສາ​ສະ​ໜາ​ອິ​ສ​ລາມແລະ​ປະ​ເທດ​ອື່ນໆ​ອີກ​ຫຼາຍ​ປະ​ເທດ. ໂດຍ​ການ​ອ້າງ​ຄຳ​ເວົ້າ​ຂອງ​ທ້າວ​ບິນ​ລາ​ເດັນລາວ​ຍັງ​ກ່າວ​ຕື່ມ​ວ່າ ຄວາມ​ໝັ້ນ​ຄົງ​ຂອງ​ສະ​ຫະ​ລັດ ແລະ​ຊາວ​ມຸ​ສ​ລິມ ແມ່ນ​ເປັນ “ຊະ​ຕາ​ກຳ​ຮ່ວມ​ກັນ.” ລາວ​ກ່າວ​ຕື່ມ​ວ່​ວາ “ເຈົ້າ​ຈະ​ບໍ່​ມີ​ຄວາມ​ປອດ​ໄພຈົນ​ກວ່າ​ວ່າ ພວກ​ເຮົາ​ຈະ​ໄດ້​ດຳ​ລົງ​ຊີ​ວິດ​ແບບ​ໂຕ​ຈິງ​ຢູ່​ໃນ pleastain ແລະ​ທະ​ຫານ​ອາ​ເມ​ຣິ​ກັນ​ອອກ​ໄປ​ຈາກ​ດິນ​ແດນ​ຂອງ​ພວກ​ເຮົາ.”

ປືນ​ແມ່ນ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ນຳ​ເຂົ້າ​ໄປ​ໃນ​ກອງ​ບິນ​ຂອງ​ຖານ​ທັບ​ເຮືອ​ທີ່​ເມືອງ​ເພັນ​ຊາ​ໂຄ​ລາ ແຕ່​ທ່ານ​ເດ​ວິດ ມໍ​ແກນ ເຈົ້າ​ເມືອງ​ແອັ​ສ​ແຄມ​ເບຍ ກ່າວ​ວ່າ ມືປືນ​ລັກ​ລອບ​ເອົາ​ປືນ​ສັ້ນ​ເຂົ້າ​ໃນ​ຖານ​ທັບ​ດັ່ງ​ກ່າວ ກ່ອນ​ຍິງ​ສັງ​ຫານ​ຜູ້​ຄົນ ທີ່​ຕຶກອາ​ຄານ​ແຫ່ງ​ນຶ່ງ​ຂອງ​ຖານ​ທັບ. ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ການ​ຍິງ​ສັງ​ຫານ ​ໄດ້​ຍຸ​ຕິ​ລົງເວ​ລາ​ຮອງ​ເຈົ້າ​ເມືອງໄດ້​ຕ້ອນ​ຜູ້​ກ່ຽວ​ໃຫ້​ຈົນ​ມຸມແລະ​ຍິ​ງ​ສັງ​ຫານ​ລາວຢູ່​ໃນ​ຫ້ອງຮຽນ.

ເຈົ້າ​ໜ້າ​ທີ່​ອົງ​ການ​ສັນ​ຕິ​ບານ​ກາງ​ສະ​ຫະ​ລັດ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ ເຂົາ​ເຈົ້າ​ເປັນ​ຜູ້​ນຳ​ພາ​ການ​ສືບ​ສວນ​ໃນ​ເວ​ລານີ້ ແລະ​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ການ​ສືບ​ສວນ​ແມ່ນ​ຍັງ​ຢູ່​ໃນ​ຂັ້ນ​ເລີ້ມ​ຕົ້ນ​ເທົ່າ​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG