ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ປ. ທ​ຣຳ ບໍ່​ເຂົ້າ​ຮ່ວມ ​ຂັ້ນ​ຕອນ ໃນການ​ຕໍ່​ສູ້​ປ້ອງ​ກັນ ການ​ຟ້ອງ​ຮ້ອງ ຂອງ​ສະ​ພາ​ຕ່ຳ


ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ພວມ​ຮັບ​ຟັງ ໃນ​ຂະ​ນະ​ທ່ານ​ເຂົ້າ​ຮ່ວມ "ກອ​ງ​ປະ​ຊຸມ​ໂຕະ​ມົນ​" ທຸ​ລະ​ກິດ​ຂະ​ໜາດ​​ນ້ອຍ ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 6 ທັນ​ວາ 2019. REUTERS/Kevin Lamarque
ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ພວມ​ຮັບ​ຟັງ ໃນ​ຂະ​ນະ​ທ່ານ​ເຂົ້າ​ຮ່ວມ "ກອ​ງ​ປະ​ຊຸມ​ໂຕະ​ມົນ​" ທຸ​ລະ​ກິດ​ຂະ​ໜາດ​​ນ້ອຍ ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 6 ທັນ​ວາ 2019. REUTERS/Kevin Lamarque

ທຳ​ນຽບ​ຂາວ ຈະ​ບໍ່​ໃຫ້​ການ​ຮ່ວມ​ມື ໃນ​ຂັ້ນ​ຕອນ​ການ​ຟ້ອງ​ຮ້ອງ​ທີ່​ຍັງ​ເຫຼືອ​ຢູ່ ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ.

ຈົດ​ໝາຍ​ຂອງ​ທ່ານ​ແພັດ ຊີ​ໂພ​ໂລ​ນີ ທີ່​ປຶກ​ສາ​ທາງ​ດ້ານ​ກົດ​ໝາຍ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ ທີ່​ສົ່ງ​ໄປ​ຫາ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ຂອງ​ສະ​ພາ​ຕ່ຳ ທ່ານ​ເຈີ​ໂຣ​ລ ແນດ​ເລີ ກ່າວ​ວ່າ “ດັ່ງ​ທີ່​ທ່ານ​ຮູ້ ການ​ສືບ​ສວນຂອງ​ທ່ານ ​ເພື່ອ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ແມ່ນ​ບໍ່​ມີ​ພື້ນ​ຖານ​ຢ່າງ​ສິ້ນ​ເຊີງ ແລະ​ລະ​ເມີດ​ຕໍ່​ຫຼັກ​ການຂັ້ນ​ພື້ນ​ຖານ​ຂອງ​ຂະ​ບວນ​ການ​ທາງ​ກົດ​ໝາຍ​ທີ່​ຖືກ​ຕ້ອງ ແລະ​ພື້ນ​ຖານ​ຂອງ​ຄວາມ​ຍຸ​ຕິທຳ.

ຄຳ​ຕອບ​ດັ່ງ​ກ່າວ​ໄດ້​ຖືກ​ສົ່ງ​ໄປ​ບໍ່​ຮອດ​ນຶ່ງ​ຊົ່ວ​ໂມງ​ກ່ອນ​ກຳ​ນົດ​ເສັ້ນ​ຕາຍ​ໃນ​ວັນ​ສຸກ ວານນີ້ທີ່​ໃຫ້​ພວກ​ທະ​ນາຍ​ຄວາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ແຈ້ງ​ໃຫ້​ຊາ​ບ​ວ່າ​ພວກ​ເຂົາເຈົ້າ​ຈະ​ເປັນ​ຜູ້​ຕາງ​ໜ້າ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ຫຼື​ບໍ່ໃນ​ການ​ພິ​ຈາ​ລະ​ນາ​ເພື່ອ​ຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີ ​ຂອງ​ຄະ​ນະ​ກຳ​ມະ​ການ​ໃນ​ຮອບ​ຕໍ່​ໄປ.

ທ່ານ​ຊີ​ໂພ​ໂລ​ນີ ກ່າວ​ຢູ່​ໃນ​ຈົດ​ໝາຍ​ວ່າ “ເຈົ້າ​ຄວນ​ຍຸ​ຕິການ​ສືບ​ສວນ​ດຽວນີ້​ແລະບໍ່​ຄວນ​ເສຍ​ເວ​ລາ​ຕື່ມ​ອີກ​ເພື່ອ​ຮັບ​ຟັງ​ຄຳ​ໃຫ້​ການ.”

ທີ່​ປຶກ​ສາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ກ່າວ​ຢ້ຳ​ວ່າ ການ​ສົ່ງ​ຂໍ້​ຄວາມ​ທາງ​ທວີດ​ເຕີ້ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ວ່າ “ຖ້າ​ພວກ​ເຈົ້າ ຈະ​ຟ້ອງ​ຂ້າ​ພະ​ເຈົ້າ​ແລ້ວ ໃຫ້​ເຮັດ​ດຽວນີ້​ໂລດ ເຮັດ​ໄວໆ ເພື່ອ​ວ່າ​ພວກ​ເຮົາ​ ຈະ​ສາ​ມາດມີ​ການ​ດຳ​ເນີນ​ຄະ​ດີ​ຢູ່​ໃນ​ສະ​ພາ​ສູງທີ່​ເປັນ​ທຳ ແລະ​ດັ່ງ​ນັ້ນ​ປະ​ເທດຂອງ​ພວກ​ເຮົາ​ຈຶ່ງ​ຈະ​ສາ​ມາດ​ກັບ​ຄືນ​ໄປ​ເຮັດ​ວຽກ​ໄດ້.”

ໃນ​ຕອນ​ແລງ​ຂອງວັນ​ສຸກວານນີ້ ທ່ານ​ແນດ​ເລີໄດ້​ສະ​ແດງ​ຄວາມ​ເສຍ​ໃຈ ​ທີ່​ທ່ານທ​ຣຳ​ໄດ້​ຕັດ​ສິນ​ໃຈ​ ບໍ່​ເຂົ້າ​ຮ່ວມ​ຂັ້ນ​ຕອນ​ດັ່ງ​ກ່າວ.

ປະ​ທານ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ພວກເຮົາ​ໄດ້​ໃຫ້​ໂອ​ກາດ​ແບບ​ຍຸ​ຕິ​ທຳ​ແກ່​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໃນ​ການ​ສອບ​ຖາມ​ພວກພະ​ຍານແລະ​ນຳ​ສະ​ເໜີ​ພະ​ຍານ​ຂອງ​ທ່ານເພື່ອ​ໃຫ້​ຄຳ​ຕອບ​ຕໍ່​ຫຼັກ​ຖານ​ທີ່​ຖ້ວມ​ລົ້ນ​ຕໍ່​ໜ້າ​ພວກ​ເຮົາ. ຫຼັງ​ຈາກ​ໄດ້​ຍິນ​ທ່ານ​ຕໍ່​ວ່າ​ກ່ຽວ​ກັບ​ຂັ້ນ​ຕອນ​ການ​ຟ້ອງ​ຮ້ອງ​ແລ້ວ ພວກ​ເຮົາ​ຫວັງ​ວ່າ ທ່ານ​ຄົງ​ຈະ​ຮັບ​ເອົາ​ການ​ເຊື້ອ​ເຊີນ​ຂອງ​ພວກ​ເຮົາ. ​ໃນ​ເມື່ອ​ປະ​ທານາ​ທິ​ບໍ​ດີ​ຫາກ​ບໍ່​ມີ​ຄຳ​ຕອບ​ທີ່​ດີໆ​ຕໍ່​ການ​ກ່າວ​ຫາ​ແລ້ວ ດັ່ງ​ນັ້ນ​ທ່ານ​ຈຶ່ງ​ບໍ່​ຢາກ​ມາປາ​ກົດ​ຕົວ​ຢູ່​ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການ. ​ໃນການ​ປະ​ຕິ​ເສດ​ຕໍ່​ໂອ​ກາດ​ດັ່ງ​ກ່າວ ທ່ານຈະ​ບໍ່​ສາ​ມາດ​ເວົ້າ​ໄດ້​ວ່າ ຂັ້ນ​ຕອນ​ບໍ່​ມີ​ຄວາມ​ຍຸ​ຕິ​ທຳ.”

ເຫດ​ການ​ດັ່ງ​ກ່າວ​ມີ​ຂຶ້ນ​ນຶ່ງມື້ ຫຼັງ​ຈາກ​ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ປະ​ທານສະ​ພາ ​ຕ່ຳ​ສະ​ຫະ​ລັດ ໄດ້​ສັ່ງ​ໃຫ້​ຄະ​ນະ​ກຳ​ມະ​ການ​ທີ່​ກ່ຽວ​ຂ້ອງ ​ເລີ້ມຮ່າງ​ການ​ຟ້ອງ​ຮ້ອງ ປະ​ທາ​ນາ​ທິ​ບໍ​ດີໂດຍ​ປະກາດວ່າ ທ່ານ​ທ​ຣຳ​ໄດ້ “ໃຊ້​ອຳ​ນາດ​ປະ​ຈຳ​ຕຳ​ແໜ່ງ​ຂອງ​ທ່ານ​ໄປ​ໃນ​ທາງ​ຜິດ.”

ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດເວົ້າ​ວ່າ ຜູ້​ນຳ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນໄດ້​ທ້າ​ທາຍ​ຕໍ່​ມາດ​ຕະ​ຖານ​ການ​ປະ​ຕິ​ບັດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂດຍໄດ້​ລະ​ເມີດ​ຕໍ່​ພັນ​ທະ​ທີ່​ທ່ານ​ໄດ້​ສາ​ບານ​ໄວ້​ວ່າຈະ​ໃຫ້​ການ​ເທີດ​ທູນ​ຕໍ່​ລັດ​ຖະ​ທຳ​ມະນູນ​ຂອງ​ສະ​ຫະ​ລັດ ດ້ວຍ​ການ​ຂໍ​ຮ້ອງ​ໃຫ້​ຢູ​ເຄ​ຣນເລີ້ມ​ການ​ສືບ​ສວນ​ຄູ່​ແຂ່ງ​ຄົນ​ສຳຄັນ​ຂອງ​ທ່ານ​ຈາກ​ພັກ​ເດ​ໂມ​ແຄ​ຣັດໃນ​ການ​ເລືອກ​ຕັ້ງ​ປີ 2020 ຄື ອະ​ດີດ​ຮອງ​ປະທາ​ນາ​ທິ​ບໍ​ດີໂຈ ໄບ​ເດັນ ເພື່ອ​ຊ່ວຍ​ທ່ານ​ໃນ​ການ​ເລືອກ​ຕັ້ງ​ເຂົ້າ​ຮັບ​ຕຳ​ແໜ່ງ​ຕື່ມ​ອີກ.

ໃນ​ຂະ​ນະ​ທີ່​ທ່ານ​ນາງ​ເພ​ໂລ​ຊີບໍ່​ໄດ້​ເວົ້າ​ເຖິງ​ເລື້ອງ​ເວ​ລາ ແຕ່​ສະ​ພາ​ຕ່ຳ​ທີ່​ຄວບ​ຄຸມ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ ອາດ​ຈະ​ລົງ​ຄະ​ແນນ​ສຽງ​ ເພື່ອ​ຟ້ອງ​ຮ້ອງ​ທ່ານ​ທ​ຣຳ ກ່ອນ​ວັນ​ພັກ​ບຸນ​ຄ​ຣິ​ສ​ມັ​ສໃນ​ທ້າຍ​ເດືອນນີ້ ຊຶ່ງນັ້ນຈະ​ນຳ​ໄປ​ສູ່​ການ​ກະ​ກຽມ​ສຳ​ລັບ​ການກະ​ກຽມ​ສຳ​ລັບ​ດຳ​ເນີນ​ຄະ​ດີຢູ່​ໃນ​ສະ​ພາ​ສູງທີ່​ຄວບ​ຄຸມ​ໂດຍ​ພັກ​ຣີ​ພັບ​ບ​ລີ​ກັນ​ບ່ອນທີ່ການ​ຕັດ​ສິນ​ລົງ​ໂທດ​ແລະ​ປົດທ່ານ​ທ​ຣຳອອກ​ຈາກ​ຕຳ​ແໜ່ງນັ້ນຍັງ​ມີ​ທ່າ​ທາງວ່າຄົງ​ຈະ​ບໍ່​ເກີດ​ຂຶ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG