ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ຂໍ​ໃຫ້​ພັກ​ເດ​ໂມ​ແຄ​ຣັດຟ້ອ​ງ​ຮ້ອງ​ທ່ານ ​ຊຶ່ງ​ມີ​ທ່າ​ທາງວ່າ ຈະ​ເກີດ​ຂຶ້ນນັ້ນ ດຽວນີ້​ໂລດ


ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄປ​ຮ່ວມ​ການ​ໂຮມ​ຊຸມຄັ້ງ​ໃຫຍ່ ທີ່
Rupp Arena ໃນ​ເມືອງ​ເລັກ​ຊິງ​ຕັນ ລັດ​ເຄັນ​ຕັກ​ກີ ເມື່ອ​ວັນ​ທີ 4 ພະ​ຈິກ 2019.
ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄປ​ຮ່ວມ​ການ​ໂຮມ​ຊຸມຄັ້ງ​ໃຫຍ່ ທີ່ Rupp Arena ໃນ​ເມືອງ​ເລັກ​ຊິງ​ຕັນ ລັດ​ເຄັນ​ຕັກ​ກີ ເມື່ອ​ວັນ​ທີ 4 ພະ​ຈິກ 2019.

ທຳ​ນຽບ​ຂາວ ຫຼັງ​ຈາກ​ໄດ້​ຕໍ່​ສູ້​ກັບ​ການ​ສືບ​ສວນ ​ເພື່ອ​ຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີ ໂດຍສະ​ພາ​ຕ່ຳ​ມາ​ເປັນ​ເວ​ລາ​ຫຼາຍໆ​ເດືອນແລ້ວ ເວ​ລານີ້​ມີ​ທ່າ​ທາງວ່າ​ພວມ​ຮັບ​ເອົາ​ຢ່າງ​ເປັນ​ການ​ເປີດ​ເຜີຍຕໍ່​ການ​ດຳ​ເນີນ​ຄະ​ດີ ​ຊຶ່ງຈະ​ເລີ້ມ​ຂຶ້ນ​ຢູ່​ສະ​ພາ​ສູງ ທີ່​ຄວບ​ຄຸມ​ໂດຍ​ພັກຣີ​ພັບ​ບ​ລີ​ກັນ.

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ທ້າ​ທາຍ ​ຕໍ່​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ຂໍ້​ຄວາມ​ທີ່​ຂຽນ​ລົງທາງ​ທວີດ​ເຕີ້ໃນ​ວັນ​ພະ​ຫັດ​ວານນີ້​ໂດຍ​ເວົ້າ​ວ່າ “​ຖ້າ​ພວກ​ເຈົ້າຈະ​ຟ້ອງ​ຮ້ອງ​ຂ້າ​ພະ​ເຈົ້າ ຈົ່ງ​ເຮັດ​ດຽວນີ້​ໂລດ ເຮັດ​ແບບ​ໄວໆ ເພື່ອ​ວ່າ​ພວກ​ເຮົາ​ຈະ​ສາ​ມາດ ມີ​ການ​ດຳ​ເນີນ​ຄະ​ດີ​ຢູ່​ໃນ​ສະ​ພາ​ສູງທີ່​ເປັນ​ທຳ ແລະ​ດັ່ງ​ນັ້ນ​ປະ​ເທດຂອງ​ພວກ​ເຮົາ​ຈຶ່ງ​ຈະ​ສາ​ມາດ​ກັບ​ຄືນ​ໄປ​ເຮັດ​ວຽກ​ໄດ້.”

ມັນ​ເປັນ​ຂໍ້​ຄວາມ​ທີ່​ມີ​ຂຶ້ນ​ແມ່ນ​ກະ​ທັງ​ກ່ອນ​ທີ່​ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ປະ​ທານສະ​ພາ​ຕ່ຳ​ສະ​ຫະ​ລັດ ໄດ້​ສັ່ງ​ໃຫ້​ພວກ​ຜູ້​ນຳ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ໃນ​ວັນ​ພະ​ຫັດວານນີ້ “ໃຫ້​ດຳ​ເນີນ​ການ​ຕໍ່​ໄປໃນ​ການ​ຟ້ອງ​ຮ້ອງ” ປະ​ທາ​ນາ​ທິ​ບໍ​ດີໂດຍ​ປະ​ກາດວ່າ ທ່ານ​ທ​ຣຳ​ໄດ້ “ໃຊ້​ອຳ​ນາດ​ປະ​ຈຳ​ຕຳ​ແໜ່ງ​ຂອງ​ທ່ານ​ໄປ​ໃນ​ທາງ​ຜິດ.”

ທ່ານ​ນາງ​ເພ​ໂລ​ຊີ ໃນຖະ​ແຫຼງ​ການທີ່​ສັ້ນໆ​ແຕ່​ຕື່ນ​ເຕັ້ນ ເວົ້າ​ວ່າ ຜູ້​ນຳ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ໄດ້​ທ້າ​ທາຍ​ຕໍ່​ມາດ​ຕະ​ຖານ​ການ​ປະ​ຕິ​ບັດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂດຍໄດ້​ລະ​ເມີດ​ຕໍ່​ພັນ​ທະ​ທີ່​ທ່ານ​ໄດ້​ສາ​ບານ​ໄວ້​ວ່າຈະ​ໃຫ້​ການ​ເທີດ​ທູນ​ຕໍ່​ລັດ​ຖະ​ທຳ​ມະນູນ​ຂອງ​ສະ​ຫະ​ລັດ ດ້ວຍ​ການ​ຂໍ​ຮ້ອງ​ໃຫ້​ຢູ​ເຄ​ຣນເລີ້ມ​ການ​ສືບ​ສວນ​ຄູ່​ແຂ່ງ​ຄົນ​ສຳຄັນ​ຂອງ​ທ່ານ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ໃນ​ການ​ເລືອກ​ຕັ້ງ​ປີ 2020 ອະ​ດີດ​ຮອງ​ປະທາ​ນາ​ທິ​ບໍ​ດີໂຈ ໄບ​ເດັນ ເພື່ອ​ຊ່ວຍ​ທ່ານ​ໃນ​ການ​ເລືອກ​ຕັ້ງ​ເຂົ້າ​ຮັບ​ຕຳ​ແໜ່ງ​ຕື່ມ​ອີກ.

ທ່ານ​ນາງ​ເພ​ໂລ​ຊີ​ກ່າວ​ວ່າ “ຄວາມ​ຈິງ​ຕ່າງໆ​ແມ່ນ​ປະ​ຕິ​ເສດ​ບໍ່​ໄດ້. ປະ​ທາ​ນາ​ທິ​ບໍ​ດີ​ໄດ້ໃຊ້​ອຳ​ນາດ​ຂອງ​ທ່ານ​ໄປ​ໃນ​ທາງ​ຜິດ ເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ທາງ​ດ້ານການ​ເມືອງ​ຂອງ​ທ່ານ ໂດຍ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດຂອງ​ພວກ​ເຮົາ.”

ທ່ານ​ນາງ​ເພ​ໂລ​ຊີ ໄດ້​ຂໍ​ຮ້ອງ​ໃຫ້ທ່ານ ເຈີ​ໂຣ​ລ​ດ໌ ແນດ​ເລີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ຂອງ​ສະ​ພາ​ຕ່ຳ ບ່ອນ​ທີ່​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ເພື່ອ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ເລີ້ມ​ຂຶ້ນ​ໃນ​ວັນ​ພຸດ​ຜ່ານ​ມານີ້ ແລະ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ອື່ນໆຂອງ​ພັກ​ເດ​ໂມ​ແຄ​ຣັດ ຮ່າງ​ບົດ​ຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ.

ໃນ​ຂະ​ນະ​ທີ່​ທ່ານ​ນາງ​ເພ​ໂລ​ຊີບໍ່​ໄດ້​ເວົ້າ​ເຖິງ​ເລື້ອງ​ເວ​ລາ ແຕ່​ສະ​ພາ​ຕ່ຳ​ທີ່​ຄວບ​ຄຸມ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ ອາດ​ຈະ​ລົງ​ຄະ​ແນນ​ສຽງ​ ເພື່ອ​ຟ້ອງ​ຮ້ອງ​ທ່ານ​ທ​ຣຳ ກ່ອນ​ວັນ​ພັກ​ບຸນ​ຄ​ຣິ​ສ​ມັ​ສໃນ​ທ້າຍ​ເດືອນນີ້ ຊຶ່ງນັ້ນຈະ​ນຳ​ໄປ​ສູ່​ການ​ກະ​ກຽມ​ສຳ​ລັບ​ການກະ​ກຽມ​ສຳ​ລັບ​ດຳ​ເນີນ​ຄະ​ດີຢູ່​ໃນ​ສະ​ພາ​ສູງທີ່​ຄວບ​ຄຸມ​ໂດຍ​ພັກ​ຣີ​ພັບ​ບ​ລີ​ກັນ​ບ່ອນ​ທີ່ການ​ຕັດ​ສິນ​ລົງ​ໂທດ​ແລະ​ປົດທ່ານ​ທ​ຣຳອອກ​ຈາກ​ຕຳ​ແໜ່ງນັ້ນຍັງ​ມີ​ທ່າ​ທາງວ່າຄົງ​ຈະ​ບໍ່​ເກີດ​ຂຶ້ນ.

ທ່ານ​ທ​ຣຳ ຢູ່​ໃນ​ທວີດ​ເຕີ້ ໄດ້​ສະ​ແດງ​ປະ​ຕິ​ກິ​ລິ​ຍາ​ແບບ​ທ້າ​ທາຍ​ຕໍ່​ຖະ​ແຫຼງ​ການ​ຂອງ​ທ່ານ​ນາງ​ເພ​ໂລ​ຊີ ໂດຍ​ກ່າວ​ວ່າ “ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ທີ່​ບໍ່​ເຮັດ​ຫຍັງຫົວ​ຮຸນ​ແຮງ​ຊ້າຍ​ຈັດ ຫາ​ກໍ​ປະ​ກາດ​ວ່າ ເຂົາ​ເຈົ້າ​ຈະ​ຟ້ອງ​ຮ້ອງ​ຂ້າ​ພະ​ເຈົ້າ ກ່ຽວ​ກັບ​ເລື້ອງ​ບໍ່​ມີ​ຫຍັງ​ໝົດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG