ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຕຳ​ຫຼວດ​ອິນ​ເດຍ ສັງ​ຫານ ຜູ້​ຕ້ອງ​ສົງ​ໄສ 4 ຄົນ ທີ່ຂົ່ມ​ຂືນ​ ສັດ​ຕະ​ວະ​ແພດ​ຍິງ


ພວກ​ສະ​ໜັບ​ສະ​ໜຸນ​ພັກ​ຄອງ​ແກ​ຣັ​ສ ທີ່​ເປັນ​ພັກ​ຝ່າຍ​ຄ້ານ​ຂອງ​ອິນ​ເດຍ ພາ​ກັນ​ຮ້ອງ​ຄຳ​ຂວັນ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ຕໍ່​ຕ້ານ​ການ​ສັງ​ຫານ ​ຜູ້​ຕ້ອງ​ສົງ​ໄສ 4 ຄົນ ທີ່​ຖືກ​ຍິງ​ຕາຍ ເມື່ອ​ວັນ​ທີ 5 ທັນ​ວາ 2019. REUTERS/Amit Dave
ພວກ​ສະ​ໜັບ​ສະ​ໜຸນ​ພັກ​ຄອງ​ແກ​ຣັ​ສ ທີ່​ເປັນ​ພັກ​ຝ່າຍ​ຄ້ານ​ຂອງ​ອິນ​ເດຍ ພາ​ກັນ​ຮ້ອງ​ຄຳ​ຂວັນ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ຕໍ່​ຕ້ານ​ການ​ສັງ​ຫານ ​ຜູ້​ຕ້ອງ​ສົງ​ໄສ 4 ຄົນ ທີ່​ຖືກ​ຍິງ​ຕາຍ ເມື່ອ​ວັນ​ທີ 5 ທັນ​ວາ 2019. REUTERS/Amit Dave

ຕຳ​ຫຼວດ​ໃນ​ພາກ​ໃຕ້​ອິນ​ເດຍ​ໄດ້​ຍິງ​ສັງ​ຫານ​ຜູ້​ຊາຍ 4 ຄົນ ທີ່​ຂົ່ມ​ຂືນ​ແລະ​ຂ້າ​ສັດ​ຕະ​ວະ​ແພດຍິງ ອາ​ຍຸ 27 ປີ​ຄົນ​ນຶ່ງ.

ຕຳ​ຫຼວດ​ໄດ້​ນຳ​ໂຕ​ພວກ​ຄົນ​ຮ້າຍ​ໄປ​ຍັງ​ບ່ອນ​ເກີດ​ເຫດ​ໃນ​ວັນ​ສຸກມື້ນີ້ ບ່ອນ​ທີ່​ພວກຜູ້​ຊາຍ​ທັງ 4 ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຫລົບ​ໜີ​ໄປ.

ພວກ​ທີ່​ຖືກ​ກ່າວ​ຫາ​ທັງ 4 ​ໄດ້​ຖືກ​ຍິງ​ຕາຍ​ໃນ​ລະ​ຫວ່າງ​ທີ່​ມີ​ການຖົກຖຽງ​ກັນ​ເກີ​ດ​ຂຶ້ນ. ທ່ານ​ປາ​ກ​ຣາ​ສ ເຣັດ​ດີ ຮອງ​ຜູ້​ບັນ​ຊາ​ການ​ຕຳ​ຫຼວດ ກ່າວ​ຕໍ່​ອົງ​ການ​ຂ່າວ AFP ຂອງ​ຝຣັ່ງ​ວ່າ “ພວກ​ເຂົາ​ພະ​ຍາ​ຍາມ​ທີ່​ຈະ​ດຶງ​ເອົາ​ປືນ​ຈາກ​ພວກ​ຍາມ​ແຕ່ໄດ້​ຖືກ​ຍິງ​ຕາຍ​ກ່ອນ.”

ພໍ່​ຂອງ​ສັດ​ຕະ​ວະ​ແພດ​ຍິງ ກ່າວ​ວ່າ “ມັນ​ເປັນ​ວັນ​ທີ 10 ແລ້ວ ທີ່​ລູກ​ສາວ​ຂອງ​ຂ້ອຍ​ໄດ້​ເສຍ​ຊີ​ວິດ​ໄປ. ຂ້ອຍ​ຂໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຕຳ​ຫຼວດ ແລະ​ລັດ​ຖະບານ​ກ່ຽວ​ກັບ​ເລື້ອງນີ້. ວິນ​ຍານ​ຂອງ​ລູກ​ສາວ​ຂ້ອຍ​ ຄົງ​ຈະ​ມີ​ຄວາມ​ສະ​ຫງົບ​ສຸກ​ແລ້ວເວ​ລານີ້.”

​ແມ່​ຍິງທີ່​ເປັນ​ນ້ອງ​ສາວຂອງ​ຜູ້​ເສຍ​ຊີ​ວິດກ່າວ​ຕໍ່​ໂທ​ລະ​ພາບ​ໃນ​ທ້ອງ​ຖິ່ນ​ວ່າ “ຂ້ອຍດີ​ໃຈ​ທີ່​ພວກ​ຖືກ​ກ່າວ​ຫາ​ທັງ 4 ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ຕໍ່​ສູ້​ກັນ. ເຫດ​ຮ້າຍ​ເທື່ອນີ້ຈະໃຊ້ເປັນ​ຕົວ​ຢ່າງ. ຂ້ອຍ​ຂໍ​ຂອບ​ໃຈ​ຕຳ​ຫຼວດ​ແລະ​ສື່ມວນ​ຊົນ​ໃນການໃຫ້​ຄວາມ ສະ​ໜັບສະ​ໜຸນຂອງ​ເຂົາ​ເຈົ້າ.”

ປະ​ຊາ​ຊົນ​ຫຼາຍ​ຮ້ອຍ​ຄົນ​ໄດ້​ພາ​ກັນ​ໄປ​ຍັງ​ບ່ອນ​ທີ່​ພວກ​ຜູ້​ຊາຍ​ທັງ 4 ຖືກ​ຍິງ​ຕາຍໃນ​ວັນ​ສຸກມື້ນີ້ ເພື່ອ​ສະ​ຫຼອງ​ການ​ເສຍ​ຊີ​ວິດຂອງ​ພວກ​ກ່ຽວໂດຍ​ພາ​ກັນ​ຈູດ​ໝາກກະ​ໂພກ ແລະ​ໂຮຍ​ກີບດອກ​ໄມ້​ໃສ່​ຕຳ​ຫຼວດ.

​ແຕ່​ແນວ​ໃດ​ກໍ​ຕາມ ບໍ່​ແມ່ນ​ທຸກໆ​ຄົນມອງ​ເຫັນ​ວ່າ​ການ​ສັງ​ຫານ​ຜູ້​ຕ້ອງ​ສົງ​ໄສ​ເປັນໂອ​ກາດ​ເວ​ລາ​ສຳ​ລັບ​ການ​ສະ​ເຫຼີມ​ສະ​ຫຼອງ. ນາງ​ກາ​ຕິ​ວາ ກ​ຣິ​ສ​ນັນ​ເລ​ຂາ​ທິ​ການຂອງ​ສະ​ມາ​ຄົມ​ແມ່​ຍິງອິນ​ເດຍ​ທີ່ກ້າວ​ໜ້າ​ທັງ​ມວນ ກ່າວ​ວ່າ “ການ​ກະ​ທຳ​ແບບນີ້ ແມ່ນ​ເປັນ​ຄວາມ​ຍຸ​ຕິ​ທຳ ​ທີ່​ຈອມ​ປອມ.” ນາງກ​ຣິ​ສ​ນັນ ກ່າວ​ຕໍ່​ອົງ​ການ​ຂ່າວ​ເອ​ພິີ​ວ່າ “ການ​ສັງ​ຫານນີ້​ແມ່ນ​ເປັນ​ອຸ​ບາຍ​ເພື່ອ​ຍຸ​ຕິ​ການ​ຮຽກ​ຮ້ອງ​ໃຫ້​ຮັບ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ໂດຍ​ລັດ​ຖະ​ບານ ພະ​ແນກ​ຕຸ​ລາ​ການ ແລະ​ຕຳ​ຫຼວດ ຕະ​ຫຼອ​ດ​ທັງ​ກຽດ​ສັກ​ສີ ແລະ​ຄວາມ​ເປັນ​ທຳ​ສຳ​ລັບ​ພວກ​ແມ່​ຍິງ. ພວກ​ເຮົາ​ຂໍ​ທວງ​ໃຫ້​ທຳ​ການ​ສືບສວນ​ເບິ່ງ​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ເລື້ອງ​ນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG