ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ທ​ຣຳ ຕ້ອງ​ຕິ ​ທ່ານ​ມາກ​ຣົງ ຂະ​ນະ​ທີ່ພວກ​ຜູ້​ນຳ ເຕົ້າ​ໂຮມ​ກັນ ເພື່ອເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສຸດຍອດ ​ເນ​ໂຕ້


ປ. ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ​ເມັ້ມ​ສົບ​ໄວ້ ຂະ​ນະ​ທີ່​ພວມ​ພົບ​ປະ​ກັບ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ເນ​ໂຕ້ ທ່ານ​ເຈັນ ສ​ໂຕ​ເຕັນ​ເບີກ ທີ່​ທຳ​ນຽບ​ວິນ​ຟິ​ລ ນະ​ຄອນ​ລອນ​ອອນ ເມື່ອ​ວັນ​ທີ 3 ທັນ​ວາ 2019.
ປ. ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ​ເມັ້ມ​ສົບ​ໄວ້ ຂະ​ນະ​ທີ່​ພວມ​ພົບ​ປະ​ກັບ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ເນ​ໂຕ້ ທ່ານ​ເຈັນ ສ​ໂຕ​ເຕັນ​ເບີກ ທີ່​ທຳ​ນຽບ​ວິນ​ຟິ​ລ ນະ​ຄອນ​ລອນ​ອອນ ເມື່ອ​ວັນ​ທີ 3 ທັນ​ວາ 2019.

ປະ​ທາ​ນາ​ທິ​ບໍ​ດີ ສ​ະ​ຫະ​ລັດ ທ່ານດໍໂນ​ລ ທ​ຣຳ ໃນ​ວັນ​ອັງ​ຄານມື້ນີ້ ໄດ້​ຕ້ອງ​ຕິ ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ​ເອັມ​ແມນ​ນູ​ແອ​ລ ມາ​ກ​ຣົງ ສຳ​ລັບຄຳ​ຖະ​ແຫຼງ​ຂອງ​ທ່ານ ​ເມື່ອບໍ່​ດົນ​ມານີ້ ທີ່ບັນ​ລະ​ຍາຍ​ເຖິງ​ອົງ​ການ​ເນ​ໂຕ້ ວ່າ ກຳ​ລັງ​ປະ​ສົບ​ກັບ ພາ​ວະ “ສະ​ໝອງ​ຕາຍ” ຊຶ່ງ​ທ່ານ ​ທ​ຣຳ ​ກ່າວ​ວ່າ ​ຄວາມ​ເຫັນ​ຂອງຜູ້​ນຳຝ​ຣັ່ງ ​ເປັນ​ “ການ​ຖະ​ແຫລງ​ທີ່ຂີ້​ຮ້າຍ.”

ໃນ​ການ​ກ່າວ​ຖະ​ແຫລງ ຢູ່​ຄຽງ​ຂ້າງ​ກັ​ບ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ເນ​ໂຕ ທ່ານ​ເຈັນ ສະ​ໂຕ​ເຕັນ​ເບີກ ໃນ​ຂະ​ນະ​ທີ່​ບັນ​ດາ​ຜູ້​ນຳ​ຂອງປະ​ເທດ​ສະ​ມາ​ຊິກ ເຕົ້າ​ໂຮມ​ກັນ ເພື່ອກອງ​ປະ​ຊຸມ​ສຸດຍອດ​ໃນ​ນະ​ຄອນ​ລອນດອນ​ຢູ່ນັ້ນ ທ່ານ​ທ​ຣຳ ໄດ້​ກ່າວ​ວ່າ “ທ່ານບໍ່​ສາ​ມາດກ່າວ​ຖະ​ແຫຼງ​ໄປ​ທົ່ວແບບນັ້ນ ກ່ຽວ​ກັບ​ອົງ​ການ​ເນ​ໂຕ້.”

ຄວາມ​ເຫັນ​ຂອງ​ທ່ານ​ມາ​ຄ​ຣົງ ໄດ້​ມີ​ຂຶ້ນ ໃນ​ການ​ໃຫ້​ສຳ​ພາດ​ກັບ ວາ​ລະ​ສານ The Economist ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ໃນ​ລອນດອນ ຊຶ່ງ​ໄດ້​ຖືກ​ພິມ​ອອກ​ເຜີຍ​ແຜ່ ເມື່ອ​ເດືອນ​ແລ້ວນີ້. ​ນັບ​ຕັ້ງ​ແຕ່ນັ້ນ​ມາ ທ່ານໄດ້​ປົກ​ປ້ອງ​ຄຳ​ເວົ້າ​ຂອງ​ທ່ານ ໂດຍ​ກ່າວ​ວ່າ ອົງ​ການ​ເນ​ໂຕ້ “ຕ້ອງ​ໄດ້​ຮັບ ການ​ເຕືອນ​ໃຫ້​ຕື່ນຕົວ” ແລະ​ຄວນ​ສຸມ​ໃສ່​ເລື້ອງ​ບັນ​ຫາ​ຕ່າງໆ ແທນ​ເລື້ອງ​ຈຳ​ນວນ​ເງິນ​ໃຊ້​ຈ່າຍຂອງ​ແຕ່​ລະ​ສະ​ມາ​ຊິກ ​ຕໍ່​ການ​ທະ​ຫານ​ຂອງ​ຕົນ​ນັ້ນ.

ທ່ານ​ທ​ຣຳ ແລະ​ທ່ານ​ມາ​ກຣົງ ແມ່ນ​ມີ​ກຳ​ນົດ ຈະ​ພົບ​ປະ​ກັນ ໃນ​ວັນ​ອັງ​ຄານມື້ນີ້.

ການ​ໃຊ້​ຈ່າຍ​ດ້ານ​ການ​ປ້ອງ​ກັນ ໄດ້​ກາຍ​ເປັນ​ຈຸດ​ເພັ່ງ​ເລັງ ສຳ​ລັບ​ທ່ານ​ທ​ຣຳ ນັບ​ຕັ້ງ​ແຕ່ ທ່ານ​ໄດ້​ເຂົ້າ​ຮັບ​ຕຳ​ແໜ່ງ​ໃນ​ປີ 2017 ແລະ​ໄດ້​ຈົ່ມ​ວ່າ ສ​ະ​ຫະ​ລັດ​ ໄດ້​ຮັບ​ເອົາພາ​ລະແບກ​ຫາບດ້ານ​ການ​ເງິນຈຳ​ນວນຫຼວງຫຼາຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG