ລັດຖະບານຂອງປະທານາທິບໍດີດໍໂນລ ທຣຳ ໄດ້ປ່ອຍເງິນການຊ່ວຍເຫຼືອທາງດ້ານທະຫານແບບງຽບໆ ໃນມູນຄ່າ 105 ລ້ານໂດລາ ໃຫ້ແກ່ເລບານອນ ທີ່ຕົນໄດ້ກັກໄວ້ດ້ວຍເຫດຜົນທີ່ຍັງບໍ່ທັນຈະແຈ້ງເທື່ອ.
ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງກະຊວງການຕ່າງປະເທດສະຫະລັດໄດ້ກ່າວໃນວັນຈັນວານນີ້ວ່າ ເງິນການຊ່ວຍເຫຼືອ “ແມ່ນພ້ອມແລ້ວ ທີ່ຈະຖືກປ່ອຍ” ໂດຍກ່າວວ່າ ມັນໄດ້ຖືກປ່ອຍໃນອາທິດແລ້ວນີ້ ໂດຍບໍ່ມີການປະກາດໃດໆ. ມີການແຈ້ງຢ່າງເປັນລາຍລັກອັກສອນໄປໃຫ້ລັດຖະສະພາຊາບແລ້ວ ໃນວັນຈັນວານນີ້.
ເມື່ອພວກນັກຂ່າວໄດ້ຖາມເຈົ້າໜ້າທີ່ຫຼາຍໆຄັ້ງວ່າ ເປັນຫຍັງເງິນດັ່ງກ່າວຈຶ່ງໄດ້ຖືກກັກເປັນເວລາຫຼາຍໆເດືອນ ທ່ານໄດ້ກ່າວອ້າງເຖິງຄຳໃຫ້ການຂອງຮອງລັດຖະມົນຕີການຕ່າງປະເທດ ທ່ານເດວິດ ເຮລ ທີ່ໄດ້ກ່າວຕໍ່ລັດຖະສະພາວ່າ “ມີການບໍ່ລົງລອຍກັນ ກ່ຽວກັບປະສິດທິພາບໃນການຊ່ວຍເຫລືອຂອງສະຫະລັດຕໍ່ກອງທັບເລບານອນ.
ນອກນັ້ນແລ້ວ ເຈົ້າໜ້າທີ່ຍັງກ່າວໃນວັນຈັນວານນີ້ວ່າ ມີຄວາມເປັນຫ່ວງກ່ຽວກັບບົດບາດຂອງກຸ່ມຫົວຮຸນແຮງຈັດເຮສໂບລລາ ຢູ່ໃນລັດຖະບານ.
ແຕ່ແນວໃດກໍຕາມ ທ່ານກ່າວວ່າ ການຊ່ວຍເຫຼືອຂອງສະຫະລັດຕໍ່ກອງທັບເລບານອນແມ່ນສຳຄັນຍ້ອນທ່ານກ່າວວ່າ ເລບານອນເປັນພາຄີທີ່ສຳຄັນຂອງສະຫະລັດ ແລະເງິນດັ່ງກ່າວແມ່ນມີຄວາມຈຳເປັນສຳລັບປ້ອງກັນຊາຍແດນຂອງເລບານອນ.
ບໍ່ມີເຫດຜົນໃດໆສະແດງໃຫ້ເຫັນວ່າ ເງິນກ້ອນນີ້ໄດ້ຖືກກັກໄວ້ ຍ້ອນເຫດຜົນຄືກັນກັບການຊ່ວຍເຫຼືອຢູເຄຣນ ທີ່ໄດ້ຖືກກັກໄວ້ ແລະປະທານາທິບໍດີສະຫະລັດທ່ານດໍໂນລ ທຣຳ ກໍບໍ່ໄດ້ຂໍການຊ່ວຍເຫຼືອຫຍັງຈາກລັດຖະບານເລບານອນດັ່ງທີ່ທ່ານໄດ້ເຮັດໄປໃນກໍລະນີຢູເຄຣນ ຊຶ່ງເປັນການເຄື່ອນໄຫວທີ່ພາໃຫ້ມີການສືບສວນຟ້ອງຮ້ອງທ່ານນັ້ນ.