ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ໂຈມ​ຕີ ດ້ວຍ​ມີດ ຢູ່​ນະ​ຄອນລອນດອນ ຖືກ​ຕັດ​ສິນ​ວ່າ ທຳ​ການກໍ່​ການ​ຮ້າຍ​


ເຈົ້າ​ໜ້າ​ທີ່​ສັນ​ລະ​ສູດ​ສົບ ພາ​ກັນໄປ​ປະ​ຕິ​ບັດ​ງານ​ຢູ່​ບ່ອນ​ເຫີດ​ເຫດຢູ່​ຂົວ London ທີ່ມີ 2 ຄົນ​ເສຍ​ຊີ​ວິດ ໃນ​ວັນ​ທີ 30 ພະ​ຈິກ, 2019
ເຈົ້າ​ໜ້າ​ທີ່​ສັນ​ລະ​ສູດ​ສົບ ພາ​ກັນໄປ​ປະ​ຕິ​ບັດ​ງານ​ຢູ່​ບ່ອນ​ເຫີດ​ເຫດຢູ່​ຂົວ London ທີ່ມີ 2 ຄົນ​ເສຍ​ຊີ​ວິດ ໃນ​ວັນ​ທີ 30 ພະ​ຈິກ, 2019

ພວກ​ເຈົ້າ​ໜ້າ​ທີ່ອັງ​ກິດເວົ້າ​ວ່າຕຳ​ຫລວດບໍ່​ໄດ້​ຊອກ​ຫາ​ຜູ້​ຕ້ອງ​ສົງ​ໄສ​ຄົນ​ໃດ​ເພີ້ມ​ອີກ ຢູ່​ໃນ​ການ​ໂຈມ​ຕີ​ທີ່​ໃຊ້​ມີດ​ແທງໃນ​ນະ​ຄອນ​ລອນດອນ​ໃນ​ວັນ​ສຸກວານນີ້ ທີ່​ເຮັດ​ໃຫ້ 2 ຄົນ​ເສຍ​ຊີ​ວິດ ແລະພາ​ໃຫ້​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ 3 ຄົນ​ໄປນອນໃນ​ໂຮງ​ໝໍ​ຢູ່ນັ້ນ.

ຕຳ​ຫລວດລອນດອນໄດ້​ຖືກ​ໂທລະ​ສັບ​ເອີ້ນ​ໃຫ້​ໄປ​ຍັງຫ້ອງປະ​ຊຸມ​ຂອງ​ຕຶກຟິ​ສ​ມັງ​ເກີ​ສ໌ (Fishmongers) ທີ່ຢູ່​ສົ້ນ​ກ້ຳ​ເໜືອຂອງ​ຂົວ​ລອນດອນ ໃນຕອນ​ເລີ້ມ​ບ່າຍ ຂອງມື້ນັ້ນ ຕອນ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລແຄມບ​ຣິ​ດຈ໌ (Cambridge) ກຳ​ລັງ​ຈັດ​ກອງ​ປະ​ຊຸມກ່ຽວ​ກັບ​ການ​ແກ້​ແຄ້ນ​ຂອງ​ນັກ​ໂທດພາຍ​ໃຕ້​ຫົວ​ຂໍ້ 'ຮຽນ​ຮູ້​ນຳ​ກັນ' ຢູ່​ນັ້ນ.

ອົງການຂ່າວ BBC ລາຍ​ງານ​ວ່າຜູ້​ຕ້ອງ​ສົງ​ໄສ, ທ້າວອຸ​ສ​ມານ ຄານ (Usman Khan), ອາ​ຍຸ 28 ປີ ທີ່​ໄດ້​ຖືກ​ຕັດ​ສິນ​ລົງ​ໂທດ ​ໃນ​ປີ 2012 ຍ້ອນ​ທຳ​ການ​ໂຈມ​ຕີ​ແບບກໍ່​ການ​ຮ້າຍ​ ແລະ​ໄດ້​ຖືກ​ປ່ອຍ​ຕົວ​ອອກ​ມາໃນ​ເດືອນທັນ​ວາ 2018 ໄດ້ເຂົ້າ​ໄປ​ຮ່ວມ​ງານ​ດັ່ງ​ກ່າວ ແລະ​ກໍ​ໄດ້​ເລີ້ມທຳ​ການ​ໂຈມ​ຕີ​ຂອງ​ຕົນ​ ຢ່າງວ່ອງ​ໄວ​ ຢູ່​ໃນ​ຕຶກ​ດັ່ງ​ກ່າວ ກ່ອນ​ຈະ​ອອກ​ມາ​ຫາ​ຂົວ​ລອນດອນ ບ່ອນ​ທີ່​ຜູ້​ກ່ຽວ​ຖືກຕີ ແລະຂ້າ​ຕາຍ​ ພາຍ​ຫລັງ​ທີ່​ໄດ້​ໃຊ້​ມີດແທງ​ຫລາຍໆຄົນ.

ຕຳ​ຫລວດ​ເວົ້າ​ວ່າ ທ້າວ​ຄານ ​ທີ່​ຖື​ມີດຢູ່​ ໄດ້​ໃສ່​ອຸ​ປະ​ກອນ​ຂ້າ​ໂຕ​ຕາຍ​ປອມໃນ​ຕອນ​ທີ່​ລາວເລີ້ມ​ທຳ​ການ​ໂຈມ​ຕີນັ້ນ.

​ມີ​ພົນ​ລະ​ເຮືອນ​ຫລາຍ​ຄົນ​ປາ​ກົດ​ວ່າ ໄດ້ລັດ​ທ້າວ​ຄານໄວ້, ປ້ຳ​ລາວ​ລົງ ແລະ ຍາດ​ເອົາ​ມີດ​ອອກ​ຈາກ​ມືລາວ.

ວີ​ດິ​ໂອ​ທີ່​ຖ່າຍ​ໂດຍ​ຄົນ​ທີ່ບໍ່​ແມ່ນ​ມື​ອາ​ຊີບ ​ທີ່​ເອົາ​ລົງ​ໃນທວີດ​ເຕີ ​ສະ​ແດງ​ໃຫ້​ເຫັນ ວ່າ ຕຳ​ຫລວດທີ່ພາ​ກັນ​ລັ່ງ​ໄປ​ຫາ​ຂົວລອນດອນນັ້ນ ພົບ​ຄວາມ​ຫຍຸ້ງ​ຍາກ ແລະ​ມີ​ບຸກ​ຄົນ​ນຶ່ງ ຖືກ​ຕຳ​ຫລວດລາກ​ອອກ​ໄປ. ຈາກນັ້ນ ​ຕຳ​ຫລວດ​ກໍ​ໄດ້​ຍິງ​ທ້າວ​ຄານ​ຕາຍຢູ່​ໃນ​ໄລ​ຍະ​ອັນ​ໃກ້ໆ.

ທ່ານນີ​ລ ບາ​ຊູ (Neil Basu), ຮອງ​ຜູ້​ບັນ​ຊາ​ການ​ຕຳ​ຫລວດ​ນະ​ຄອນ​ບານ​ລອນດອນກ່າວ​ຕໍ່ພວກ​ນັກ​ຂ່າວ​ວ່າ ເຫດ​ການ​ດັ່ງ​ກ່າວ​ຖືກ​ມອງວ່າ​ເປັນ​ການ​ໂຈມ​ຕີ​ທາງກໍ່​ການ​ຮ້າຍ.

ຂ່າວສານ​ຂອງ​ອັງ​ກິດໂດຍ​ອີງ​ໃສ່​ແຫລ່ງ​ຂ່າວ​ຂອງ​ລັດ​ຖະ​ບານ​ທີ່ບໍ່​ປະ​ສົງບອກ​ນາມ ເວົ້າ​ວ່າ ທ້າວ​ຄານມີ​ການ​ເຊື່ອມ​ໂຍງ​ກັບພວກກຸ່ມ​ລັດ​ອິ​ສ​ລາມ​ຫົວ​ຮຸນ​ແຮງ​ຈັດ. ບັນ​ດາ​ເຈົ້າ​ໜ້າ​ທີ່ຈະ​ບໍ່​ຢືນ​ຢັນ​ຂໍ້​ມູນ​ດັ່ງ​ກ່າວ. ແຕ່​ວ່າ ນາ​ຍົກ​ລັດ​ຖະ​ມົນ​ຕີ ບໍ​ຣີ​ສ ຈອນ​ສັນ (Boris Johnson) ກໍກ່າວ​ວ່າ: "ມັນ​ເປັນ​ຄວາມ​ຜິດ​ພາດ ທີ່ໄດ້​ອະ​ນຸ​ຍາດ​ໃຫ້​ພວກກໍ່​ອາ​ຊະ​ຍາ​ກຳ​ທີ່​ຮ້າຍ​ແຮງ ແລະ​ມີ​ຄວາມ​ຮຸນ​ແຮງ​ອອກ​ມາ​ຈາກ​ຄຸກ​ໄວກ່ອນ​ກຳ​ນົດ, ແລະ​ການ​ທີ່​ພວກ​ເຮົາ​ເຊົາ​ເຮັດແບບ​ເປັນ​ນິ​ໄສ​ມາ​ຄື​ແນວນັ້ນ ແມ່ນ​ມີຄວາມ​ສຳ​ຄັນຫລາຍ."

ກ່ອນ​ໜ້ານັ້ນ ທ່ານ​ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ​ວ່າ ໃຜ​ກໍ​ຕາມ​ທີ່​ເປັນ​ຜູ້​ຮັບ​ຜິດ​ຊອບ ໃນ​ການ​ໂຈມ​ຕີຈະ​ຕ້ອງ​ຖືກ "ຕາມ​ລ້າ​ໃຫ້ພົບ ແລະ​ຈະ​ຖືກ​ນຳ​ມາ​ລົງ​ໂທດ​ຕາມ​ກົດ​ໝາຍ."

ທ່ານ ຊາ​ດິກ ຄານ (Sadiq Khan), ເຈົ້າ​ຄອງ​ນະ​ຄອນ​ລອນດອນ ໄດ້​ປະ​ນາມ​ເຫດ​ການ​ດັ່ງ​ກ່າວ. ໃນ​ຕອນ​ທີ່​ກ່າວ​ຄຳ​ປາ​ໄສ​ຢູ່​ເດີ່ນ​ຫຍ້າກອດ​ແລນ (Scotland) ນັ້ນເຈົ້າ​ຄອງ​ນະ​ຄອນ​ທ່ານນີ້ ໄດ້​ຂໍ​ໃຫ້​ຊາວ​ນະ​ຄອນ​ຫລວງ ລອນ ດອນຮັກ​ສາ​ຄວາມ​ສາ​ມັກ​ຄີໄວ້ ​ຢູ່​ໃນ​ສະ​ພາບ​ທີ່​ປະ​ສົບ​ກັບ​ການກໍ່​ການ​ຮ້າຍນີ້. ທ່ານ​ເວົ້າ​ວ່າ "ພວກ​ທີ່​ຫາ​ທາງ​ໂຈມ​ຕີ​ພວກ​ເຮົາ ແລະ​ແບ່ງ​ແຍກ​ພວກ​ເຮົາຈະ​ບໍ່​ປະ​ສົບ​ຜົນ​ສຳ​ເລັດໄດ້​ຈັກ​ເທື່ອ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG