ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຫິ​ມະ​ ແລະ​ຝົນ​ຕົກ​ໜັກ ໃນ​ເຂດ​ພາກ​ຕ​າ​ເວັນ​ຕົກ ຂອງ ສະ​ຫະ​ລັດ


ຫິ​ມະ​ຕົກ ຢູ່​ທາງ​ເລກ 5 ໃກ້ໆ​ເມືອງດັນ​ເມຍ ລັດ​ຄາ​ລີ​ຟໍ​ເນຍ ເມື່ອ​ວັນ​ທີ 27 ພະ​ຈິກ 2019. (ພາບ​ໂດຍ Caltrans)
ຫິ​ມະ​ຕົກ ຢູ່​ທາງ​ເລກ 5 ໃກ້ໆ​ເມືອງດັນ​ເມຍ ລັດ​ຄາ​ລີ​ຟໍ​ເນຍ ເມື່ອ​ວັນ​ທີ 27 ພະ​ຈິກ 2019. (ພາບ​ໂດຍ Caltrans)

​ເຂດ​ແຄມ​ຝັ່ງ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ຂອງ​ສະ​ຫະ​ລັດ​ພວມ​ປະ​ສົບ​ກັບ​ລົມ​ພາ​ຍຸ​ຂະໜາດ​ແຮງ​ຜິດ​ປົກ​ກະ​ຕິ​ຫົວ​ນຶ່ງ ໃນ​ວັນ​ພັກຂອບ​ຄຸນ​ພະ​ເຈົ້າ ໂດຍເຮັດ​ໃຫ້ມີ​ຫິ​ມະ ຕົກ ຢູ່ທາງ​ພາກ​ໃຕ້​ລັດ​ຄາ​ລີ​ຟໍ​ເນຍ.

ທາງ​ຫຼວງ​ເລກ 5 ຊຶ່ງ​ເປັນ​ທາງ​ຫຼວງ​ທີ່​ເຊື່ອມ​ຕໍ່​ພາກ​ເໜືອ​ແລະ​ພາກ​ໃຕ້​ຂອງ​ລັດໄດ້​ຖືກ​ປິດ ທັງ​ທາງ​ຂຶ້ນ​ແລະ​ທາງ​ລ່ອງໃນ​ວັນ​ພະ​ຫັດ​ວານນີ້ ໃນ​ຂະ​ນະ​ທີ່​ຕຳ​ຫຼວດລາດ​ຕະ​ເວນ​ທາງ​ຫຼວງ ໄດ້​ຊ່ວຍ​ພວກ​ລົດ​ທີ່​ຄາ​ຢູ່​ຕາມ​ຫິ​ມະ ໃນ​ຂະ​ນະ​ທີ່​ຫິ​ມະ​ຍັງສືບ​ຕໍ່​ຕົກ​ລົງ​ມາ​ຢູ່ນັ້ນ. ທາງ​ຫຼວງ​ສາຍ​ດັ່ງ​ກ່າວ ທັງ​ຂຶ້ນ​ແລະ​ລ່ອງ ໄດ້​ເປີດ​ຄືນ​ໃໝ່ໃນ​ຫຼາຍໆ​ຊົ່ວ​ໂມງ​ຕໍ່​ມາ ທັງໆ​ທີ່​ມີ​ການ​ພະ​ຍາ​ກອນ​ອາ​ກາດ​ວ່​າ ຍັງ​ຈະ​ມີ​ຝົນ​ແລະຫິ​ມະ​ຕົກ​ລົງ​ມາ​ຕື່ມ​ອີກ.

ອົງ​ການ​ພະ​ຍາ​ກອນ​ອາ​ກາດ​ແຫ່ງ​ຊາດ​ຂອງ​ສະ​ຫະ​ລັດ ກ່າວ​ວ່າ ຄາດ​ວ່າ​ຈະ​ມີຫິ​ມະ​ຕົກ​ລົງ​ມາ​ຢ່າງ​ໜັກ ໃນ​ເຂດ​ພູ​ຜາ ແລະ​ລົມ​ທີ່​ມີ​ຄວາມ​ແຮງ​ສູງ ໃນ​ທົ່ວ​ເຂດພາກ​ຕາ​ເວັນ​ຕົກສ່ວນ​ໃຫຍ່ຂອງ​ສະ​ຫະ​ລັດ ກ່ອນ​ທີ່​ລົມ​ພາ​ຍາ​ດັ່ງ​ກ່າວ​ຈະ​ເຄື່ອນໄປ​ສູ່​ພາກ​ກາງ​ຂອງ​ປະ​ເທດ.

ອົງ​ການ​ພະ​ຍາ​ກອນ​ອາ​ກາດ​ຂອງ​ສະ​ຫະ​ລັດ ​ກ່​າວ​ວ່າ ລົມ​ພາ​ຍຸ​ຫົວ​ນີ້​ອາດ​ພາ​ໃຫ້​ມີ​ຝົນ​ຕົກ​ໜັກ ແລະ​ນ້ຳ​ຖ້ວມ​ຊຸ ໃນ​ເຂດ​ພາກ​ໃຕ້​ລັດ​ຄາ​ລີ​ຟໍ​ເນຍ ແລະ​ລັດ​ອາ​ຣີ​ໂຊນາ.

ອັນ​ທີ່​ເອີ້ນ​ວ່າ ລົມ​ພາ​ຍຸ​ໄຊ​ໂຄ​ລນ​ລະ​ເບີດ ຊຶ່ງ​ມີ​ລົມ​ແຮງ ນ້ຳ​ແຂງ​ແລະ​ຫິ​ມະ​ຕົກ​ລົງ​ມາ​ໃສ່​ທາງ​ຫຼວງ​ສາຍ​ສຳ​ຄັນໆ​ແລະ​ສະ​ໜາມ​ບິນ ​ໃນ​ວັນ​ອັງ​ຄານ​ແລະ​ວັນ​ພຸດ​ຜ່ານ​ມານີ້ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ໄດ້​ເບົາ​ບາງ​ລົງ​ໃນ​ວັນ​ພະ​ຫັດ​ວານນີ້ ຍົກ​ເວັ້ນ​ແຕ່​ໃນ​ລັດ​ຄາ​ລີ​ຟໍ​ເນຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG